Homeມຸມຂ່າວ AECກອງປະຊຸມ ຄະນະກຳມະການຜູ້ຕາງໜ້າຖາວອນ ປະຈຳອາຊຽນ ຄັ້ງທີ 12 ໄຂຂຶ້ນທີ່ ນະຄອນຫລວງວຽງຈັນ

ກອງປະຊຸມ ຄະນະກຳມະການຜູ້ຕາງໜ້າຖາວອນ ປະຈຳອາຊຽນ ຄັ້ງທີ 12 ໄຂຂຶ້ນທີ່ ນະຄອນຫລວງວຽງຈັນ

Published on

ຂປລ. ກອງ​ປະຊຸມ​ ຄະນະ​ກຳມະການຜູ້ຕາງໜ້າຖາວອນ ປະຈຳ​ອາຊຽນ ຄັ້ງ​ທີ 12 (12/2016 CPR Meeting ) ​ໄດ້​ມີຂຶ້ນ​ໃນ​ວັນ​ທີ 10 ສິງຫາ ນີ້ ທີ່​ນະຄອນຫລວງ​ວຽງຈັນ, ​ໂດຍ​ການ​​ເປັນ​ປະທານ​ຂອງ ​ທ່ານ ລັດສະໜີ ​ແກ້ວມະນີ, ​ເອກ​ອັກຄະ​ລັດຖະທູດ, ​ຜູ້ຕາງໜ້າຖາວອນ ​ແຫ່ງ ສປປ ລາວ ປະຈຳ​ອາຊຽນ ​ແລະ ​ເອກ​ອັກຄະ​ລັດຖະທູດ, ຜູ້​ຕາງໜ້າຖາວອນ​ 10 ປະ​ເທດ ສະມາຊິກ​ອາຊຽນ, ຮອງ​ເລຂາທິການ​ໃຫຍ່​ອາ​ຊຽນ ຝ່າຍ​ການ​ເມືອງ-ຄວາມ​ໝັ້ນຄົງ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ຈຸດປະ​ສົງ​ຂອງ​ກອງ​ປະຊຸມຄັ້ງ​ນີ້, ​ແມ່ນ​ເລັ່ງ​​ໃສ່ກະກຽມດ້ານ​ເນື້ອ​ໃນ​ ໃຫ້​ແກ່ບັນດາກອງ​ປະຊຸມ​ ເຈົ້າໜ້າທີ່​ອາວຸ​ໂສ, ກອງ​ປະຊຸມ​ ສະພາ​ປະສານ​ງານ​ອາຊຽນ (ACC) ກອງ​ປະຊຸມສຸດ​ຍອດ​ອາຊຽນ ຄັ້ງ​ທີ 28-29 ​ແລະ ກອງ​ປະຊຸມ​ສຸດ​ຍອດ​ ກັບປະ​ເທດ​ຄູ່​ເຈລະຈາ, ​ເຊິ່ງຈະ​ຈັດ​ຂຶ້ນ ລະຫວ່າງ 6-8 ກັນຍາ 2016 ທີ່​ນະຄອນຫລວງ​ວຽງຈັນ.

ກອງ​ປະຊຸມ​ ຄະນະ​ກຳມະການຜູ້ຕາງໜ້າຖາວອນ ປະຈຳ​ອາຊຽນ ​ແມ່ນ​ກົນ​ໄກໜຶ່ງຂອງ​ອາຊຽນ ​ເຊິ່ງພາລະບົດບາດຫລັກ​ ໃນ​ການ​ເປັນ​ເສນາ​ທິການ​ ໃຫ້​ແກ່​ກອງ​ປະຊຸມລະດັບ​ ເຈົ້າໜ້າທີ່​ອາວຸ​ໂສອາຊຽນ, ​ກອງ​ປະຊຸມລະດັບ​ລັດຖະມົນຕີ ​ແລະ ກອງ​ປະຊຸມ​ລະດັບ​ສຸດ​ຍອດ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...