spot_img
Homeຂ່າວການສຶກສາເຄັ່ງຄັດ! ຜູ້ອອກຫົວບົດສອບເສັງເຂົ້າ ມຊ ເຖິງຂັ້ນຖືກກັກບໍລິເວນໄວ້

ເຄັ່ງຄັດ! ຜູ້ອອກຫົວບົດສອບເສັງເຂົ້າ ມຊ ເຖິງຂັ້ນຖືກກັກບໍລິເວນໄວ້

Published on

ຫຍັບມໍ່ເຂົ້າມາແລ້ວ! ສະຫມໍລະພູມການສອບເສັງທີ່ຍິ່ງໃຫຍ່ທີ່ສຸດໃນປະເທດນັ້ນກໍຄືການສອບເສັງຄັດເລືອກເຂົ້າຮຽນລະດັບມະຫາວິທະຍາໄລແຫ່ງຊາດປະຈຳສົກສຶກສາ 2016-17. ເຊິ່ງຈະຈັດຂຶ້ນໃນວັນທີ 11ສິງຫານີ້. ໃນການສອບເສັງຄັ້ງນີ້ ມີຫລາຍຢ່າງທີ່ປັບປ່ຽນໄປໂດຍສະເພາະລະບົບການຄັດເລືອກນັກສຶກສາເຂົ້າຮຽນ ຈະແບ່ງເປັນ 3 ສາຍ A, B, C (ສາຍທຳມະຊາດ, ສາຍສັງຄົມແລະ ສາຍເຄິງທຳມະຊາດ-ສັງຄົມ) . ທ່າມກາງນ້ອງນັກສຶກສາຫລາຍຄົນກຳລັງຂຸ້ນຂ້ຽວກະກຽມສອບເສັງ ຍັງມີອີກຄົນກຸ່ມຫນຶ່ງທີ່ເຮັດວຽກຫນັກໄປບໍ່ຫນ້ອຍກວ່າກັນນັ້ນກໍຄື ຜູ້ອອກຫົວບົດສອບເສັງທັງ 7ວິຊາ ທີ່ເປັນອາຈານ ແລະນັກວິຊາການຜູ້ຊົງຄຸນວຸດທິ ຕ້ອງມາຮວມໂຕກັນເພື່ອປຶກສາຫາລື, ເລືອກເຟັ້ນຫາຄຳຖາມວັດຄວາມຮູ້ຂອງບັນດານັກສອບເສັງ ເຊິ່ງບັນດາຜູ້ອອກຫົວບົດສອບເສັງທັງຫລາຍແມ່ນຈະຖືກເຈົ້າຫນ້າທີ່ກັກບໍລິເວນ ແລະຕັດຊ່ອງທາງການຕິດຕໍ່ສື່ສານກັບຄອບຄົວ ແລະບຸກຄົນອື່ນໆທີ່ບໍ່ກ່ຽວຂ້ອງທັງຫມົດ ຕະຫລອດເວລາປະຕິບັດຫນ້າທີ່ຈົນກວ່າການສອບເສັງຈະຮຽບຮ້ອຍທຸກປະການ. ທັງນີ້ກໍແມ່ນເພື່ອຮັບປະກັນຄວາມຖືກຕ້ອງໂປ່ງໃສ ບໍ່ໃຫ້ມີບັນຫາຂໍ້ສອບຮົ່ວໄຫລ ອັນເປັນປາກົດການຫຍໍ້ທໍ້ທີ່ສັງຄົມຈັບຕາເບິ່ງ. ທ່ານ ດຣ. ຄຳຜົງ ນາມມະວົງມີໄຊ ຫົວຫນ້າຫ້ອງການວິຊາການ ມຊ ໄດ້ກ່າວວ່າ: ທາງ ມຊ ໄດ້ວາງມາດຕະການໃນການສອບເສັງຢ່າງເຂັ້ມງວດໃນທຸກຂັ້ນຕອນເພື່ອຮັບປະກັນໃຫ້ໄດ້ຄົນທີ່ມີຄວາມຮູ້ຄວາມສາມາດມາສຶກສາຮ່ຳຮຽນແທ້ໆ . ສະເພາະສົກສຶກສາ2016-17 ມີຜູ້ສະຫມັກສອບເສັງ 15.000ຄົນ ແຕ່ຕາມທິດຊີ້ນຳຂອງກະຊວງສຶກສາທິການ ແລະກິລາ ສາມາດຮອງຮັບນັກສຶກສາໄດ້ 5.335ຄົນ ໃນນັ້ນ ຜູ້ທີ່ເສັງໄດ້ແມ່ນມີພຽງ 3.476 ຄົນເທົ່ານັ້ນ, ອີກ 1.859ຄົນ ແມ່ນສຳລັບທຶນຂອງນັກສຶກສາໃນແຜນ. ສ່ວນຜົນການສອບເສັງຄາດວ່າຈະປະກາດໃຫ້ຮູ້ກ່ອນວັນທີ 15ກັນຍາ 2016.

 

ທີ່ມາ: http://www.kidork.com/post/

ບົດຄວາມຫຼ້າສຸດ

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...