Homeສຸຂະພາບ ແລະ ສີ່ງແວດລ້ອມສູດນ້ຳເຕົາຮູ້ ປະສົມນ້ຳໝາກນາວ ດື່ມເປັນຢາອາຍຸວັດທະນະ ປ້ອງກັນມະເຮັງ ເພີ່ມພູມຄຸ້ມກັນ

ສູດນ້ຳເຕົາຮູ້ ປະສົມນ້ຳໝາກນາວ ດື່ມເປັນຢາອາຍຸວັດທະນະ ປ້ອງກັນມະເຮັງ ເພີ່ມພູມຄຸ້ມກັນ

Published on

ການ​ອອກກຳລັງ​ກາຍ​ກຳລັງ​ເປັນ​ທີ່​ນິຍົມ​ໃນ​ຂະນະ​ນີ້ ​ໂດຍ​ທຸກ​ຄົນ​ແມ່ນ​ຫັນ​ມາ​ໃສ່​ໃຈ​ສຸຂະພາບ​ຕົວ​ເອງຫຼາຍຂື້້ນ ​ໂດຍ​ສະ​ເພາະ​ແມ່ນ​ການ​​ໃຫ້ຄວາມ​ສຳຄັນ​ກັບ​ອາຫານ ທີ່​ຈະ​ຕ້ອງ​ເ​ນັ້ນ​ເປັນ​ອາຫານ​ດີ​ມີ​ປະ​ໂຫຍ​ດ ລວມທັງ ​ຈັບ​ຄູ່​ອາຫານ​ບາງ​ຊະນິດ​ມາ​ກິນ​ນຳ​ກັນ ​ເພື່ອ​ຈະ​ໄດ້​ເພີ່ມ​ປະສິດທິພາບ​ການ​ເຮັດ​ວຽກຂອງ​ລະບົບ​ຕ່າງໆ​ ໃນ​ຮ່າງກາຍ​ໃຫ້​ດີ​ຂື້ນ ​ແລະ ທີ່​ໄດ້​ຮັບ​ຄວາມ​ນິຍົມຫຼາຍພໍ​ສົມຄວນ​ແລ້ວ​ກໍ​ແມ່ນ ນ້ຳ​ເຕົາ​ຮູ້ ຄູ່​ກັບ ນ້ຳໝາກນາວ ທີ່​ຄົນ​ສ່ວນຫຼາຍ​ເຊື່ອ​ກັນ​ວ່າ​ເປັນ​ຢາ​ອາຍຸວັດທະນະ ​ແມ່ນ​ໃຜ​ທີ່​ກຳລັງ​ຮັກສາ​ສຸຂະພາບ​ຕົວ​ເອງ​ຢູ່​ແນະນຳ​ໃຫ້​ລອງ​ເລີຍ.

ສູດນ້ຳ​ເຕົາ​ຮູ້​ປະສົມ​ກັບ​ນ້ຳໝາກນາວ ມີ​ປະ​ໂຫຍ​ດ​ແມ່ນ

1. ຊ່ວຍ​ໃຫ້​ລະບົບ​ເສັ້ນ​ເລືອດ​ຝອຍ​ທົ່ວ​ຮ່າງກາຍ​ມີ​ຄວາມ​ຫົດ​ຢືດດີ, ບໍ່​ແຕກ​ງ່າຍ​ເພາະ​ວິຕາ​ມີນຊີ​ໃນໝາກນາວ​ຈະ​ຊ່ວຍ​ໃນ​ການ​ຫົດ​ຢືດຂອງ​ເສັ້ນ​ເລືອດ​ໄດ້​ດີ, ດັ່ງນັ້ນ ຄົນ​ທີ່​ມີ​ບັນຫາ​ເກີດ​ຮອຍຂຽວ​ຊ້ຳ​ໄດ້​ງ່າຍ​ເວລາ​ຖືກ​ກະທົບ ຫາກ​ດື່ມນ້ຳ​ເຕົາ​ຮູ້​ປະສົມນ້ຳໝາກນາວ​ແລ້ວ​ຈະ​ຊ່ວຍ​ໃຫ້​ເຊົາ​ໄວ​ຂື້ນ, ລວມທັງ ​ຜູ້​ສູງ​ອາຍຸ​ທີ່​ມັກ​ຈະ​ມີ​ເລືອດ​ອອກ​ຢູ່​ກ້ອງ​ຜິວໜັງ, ນອກຈາກ​ນີ້ ຍັງ​ເຊື່ອ​ວ່າ​ສາມາດ​ປ້ອງ​ກັນ​ໂລກ​ເສັ້ນ​ເລື​ອດ​ໃນ​ສະໝອງຕີບ​ຕັນ ຫຼື ​​ເສັ້ນ​ເລືອດ​ໃນ​ສະໝອງ​ແຕກ​ໄດ້.

2.​ ເພີ່ມ​ພູມ​ຄຸ້ມ​ກັນ​ໃຫ້​ຮ່າງກາຍ ​ເຮັດ​ໃຫ້​ສຸຂະພາບ​ແຂງ​ແຮງ ຕ້ານທານ​ໂລກ​ຕິດ​ເຊື້ອ​ໄດ້ດີ, ປ້ອງ​ກັນ​ເຊື້ອ​ໄວ​ຣັດ​ຕ່າງໆ​ ທີ່​ເຮັດ​ໃຫ້​ເກີດ​ໂລກ​ຫວັດ, ​ໄອ, ​ເຈັບຄໍ ​ເຊີ່ງ​ມັກ​ເກີດ​ໃນ​ຄົນ​ທີ່​ມີ​ພູມ​ຕ້ານທານ​ຕ່ຳ.

3. ​ເຮັດ​ໃຫ້​ເລືອດ​ໄຫລ​ວຽນ​ໄດ້​ດີ​ຂື້ນ ຈຶ່ງ​ເຮັດ​ໃຫ້​ອະ​ໄວ​ຍະ​ວະ​ຕ່າງໆ ​ເຮັດ​ວຽກ​ໄດ້​ເຕັມທີ່ ສະໝອງ​ແຈ່ມ​ໃສ, ຮ່າງກາຍ​ສົດຊື່ນ ​ເຫັນ​ຜົນ​ຊັດ​ເຈນ​ໃນ​ຜູ້​ສູງ​ອາຍຸ ລວມທັງ ​ຍັງ​ດີ​ຕໍ່ ນັກຮຽນ, ນັກ​ສຶກສາ ທີ່​ໃຊ້​ສະໝອງຫຼາຍ​ໃນ​ການ​ທົບ​ທວນ​ຕຳລາ​ຮຽນ​ໃນ​ເວລາ​ໃກ້​ສອບ​ເສັງ.

4. ຊ່ວຍ​ສ້ອມ​ແຊມ​ສ່ວນ​ຊຸດ​ໂຊມ​ໃນ​ຮ່າງ​ກາຍ ​ເພາະ​ໂປຣຕີນ​ໃນ​ຖົ່ວ​ເຫຼືອງ​ເມື່ອ​ນຳ​ມາ​ລວມ​ໃນໝາກນາວ​ຈະ​ເຮັດ​ໃຫ້​ເກີດ​ການ​ສົມ​ດຸນ​ຂອງ​ກົດ ຮ່າງກາຍ​ຈະ​ຍ່ອຍ ​ແລະ ດູູດຊຶມ​ໄດ້​ງ່າຍ​ຂື້ນ ຊ່ວຍ​ໃຫ້​ບາດ​ແຜ​ເຊົາ​ໄວ​ຂື້ນ, ຮາກ​ຜົມ​ແຂງ​ແຮງ​ຂຶ້ນ ຊ່ວຍຫລຸດບັນຫາ​ຜົມຫຼົ່ນ​ໄດ້.

5. ​ເມື່ອ​ສຸຂະພາບ​ດີ​ຂື້ນ​ແລ້ວ ກໍ​ຈະ​ເຮັດ​ໃຫ້​ສະມັດ​ຕະພາບ​ທາງ​ເພດ​ດີ​ຂື້ນ​ໄປ​ນຳ.

ສຳລັບ​ໃຜ​ທີ່​ຢາກ​ລອງ​ດື່ມນ້ຳ​ເຕົາ​ຮູ້​ປະສົມ​ກັບ​ນ້ຳໝາກນາວ​ກໍ​ລອງ​ເຮັດ​ຕາມ​ສູດ​ນີ້​ເບີ່​ງ

ສ່ວນ​ປະສົມ

ນ້ຳ​ເຕົາ​ຮູ້ 150-200ຊີ​ຊີ (ບໍ່​ໃສ່​ນ້ຳຕານ)

ໝາກນາວ 1 ໜ່ວຍ

ວິທີ​ເຮັດ​ແມ່ນ​​ເອົາໝາກນາວ 1 ໜ່ວຍ​ໄປ​ຄັ້ນ​ເອົາ​ແຕ່​ນ້ຳ ​ແລ້ວ​ໄປ​ແຊ່​ເຢັນ ຈາກ​ນັ້ນປະສົມ​ນ້ຳໝາກນາວ​ລົງ​ໄປ​ໃນ​ນ້ຳ​ເຕົາ​ຮູ້ ຄົນ​ໃຫ້​ເຂົ້າກັນ ​​ມີ​ລັກສະນະ​ຄ້າຍຄື​ໂຢ​ເກີດ ຈະ​ມີ​ລົດ​ຊາດ​ສົ້ມໆ ຫວານໆ. ກິນ​ເປັນ​ປະຈຳ​ທຸກ​ມື້ຕອນ​ເຊົ້າກ່ອນ​ອາຫານ ມື້ລະ 1 ຈອກ

ຈາກ​ປະສົບ​ການ​ຂອງ​ຜູ້​ທີ່​ເຄີຍ​ດື່ມ​ມາ​ແລ້ວນັ້ນ ກໍ​ມີ​ສ່ວນ​ທີ່​ບອກ​ວ່າ ດື່ມ​ແລ້ວ​ຮູ້ສຶກ​ວ່າ​ສຸຂະພາບ​ດີ​ຂຶ້ນ, ສາຍ​ຕາ​ເບີ່​ງ​ເຫັນ​ຊັດ​ເຈນ​ຂຶ້ນ, ຂັບ​ຖ່າຍ​ສະດວກ​ຂຶ້ນ ​ແຕ່​ກໍ​ມີ​ບາງ​ສ່ວນ​ທີ່​ບອກ​ວ່າ​ດື່ມ​ແລ້ວ​ຍື່ງ​ທ້ອງ ​ແລະ ບໍ່​ໄດ້​ຮູ້ສຶກ​ເຖິງ​ການ​ປ່ຽນ​ແປງຫຼາຍປານ​ໃດ, ດັ່ງ​ນັ້ນ ​ໃຜ​ທີ່​ດື່ມ​ກໍ​ລອງ​ສັງ​ເກດ​ສຸຂະພາບ​ຂອງ​ຕົວ​ເອງ​ຕື່ມອີກ.
ທີ່ມາ:http://kpl.gov.la/detail.aspx?id=15772

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...