spot_img
Homeຂ່າວການສຶກສາສອບເສັງເຂົ້າ ມ.ຊ ຈັດຂຶ້ນມໍ່ໆນີ້ ມີຕາຕະລາງສອບເສັງມາຝາກ!

ສອບເສັງເຂົ້າ ມ.ຊ ຈັດຂຶ້ນມໍ່ໆນີ້ ມີຕາຕະລາງສອບເສັງມາຝາກ!

Published on

ສຳລັບນ້ອງນັກຮຽນ ທີ່ຫາກໍສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ເມື່ອທ້າຍເດືອນມິຖຸນາທີ່ຜ່ານມາ

ຫຼາຍຄົນກໍກຳລັງຂຸ້ນຂ້ຽວ ໃນເສັ້ນທາງສຶກສາຮ່ຳຮຽນຕໍ່ ເຊິ່ງເປົ້າໝາຍທີ່ຫຼາຍຄົນຄາດຫວັງໄວ້ ກໍຄົງຈະແມ່ນ

ສະຖາບັນການສຶກສາຊັ້ນສູງ ອັນດັບໜຶ່ງໃນ ສປປ ລາວ ” ມະຫາວິທະຍາໄລແຫ່ງຊາດ ” ຫຼື ມ.ຊ ນັ້ນເອງ.

 

25993542 (Small)
ຕຶກສຳນັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ

 

ສຳລັບມື້ສອບເສັງຄັດເລືອກນັ້ນ ແມ່ນເພິ່ນໄດ້ກຳນົດເອົາລະຫວ່າງວັນທີ 05-06 ສິງຫາ 2014 ທີ່ຈະມາເຖິງນີ້

ໂດຍປະຈຸບັນແມ່ນໄດ້ເລີ່ມຂາຍຄຳຮ້ອງ ແຕ່ວັນທີ 30/06/2014 ເປັນຕົ້ນມາ ແລະ ຈະປິດຮັບຄຳຮ້ອງເພື່ອລົງ

ທະບຽນເຂົ້າສອບເສັງຄັດເລືອກໃນທ້າຍເດືອນ ຄືໃນວັນທີ 30/07/2014 ທີ່ຈະມາເຖິງນີ້.

 

ສຳລັບສະຖານທີ່ຂາຍຄຳຮ້ອງ ແລະ ລົງທະບຽນ ແມ່ນຢູ່ທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ (ວິທະຍາ

ເຂດດົງໂດກ) ໂດຍນ້ອງໆອາດບໍ່ຕ້ອງເປັນຫ່ວງ ວ່າຈະໄປບໍ່ພໍ້ຊອກບໍ່ເຫັນ ເນື່ອງຈາກໃນແຕ່ລະປີ ທາງຄະນະກຳ

ມະການສອບເສັງ ເພິ່ນຈະມີການຕິດປ້າຍປະຊາສຳພັນບອກທາງ ຕັ້ງແຕ່ຮົ້ວ ມ.ຊ ຈົນເຖິງຫົວບັນໄດບ່ອນລົງ

ທະບຽນ.

 

ນັກສອບເສັງສາມາດມາຕິດຕາມເບິ່ງລາຍຊື່ ແລະ ເບິ່ງຫ້ອງສອບເສັງໄດ້ໃນວັນທີ 04/08/2014 ຫຼື 1 ວັນກ່ອນ

ການສອບເສັງຈະເລີ່ມຂຶ້ນ ໂດຍນ້ອງໆຈະຕ້ອງໄດ້ເອົາໃຈໃສ່ເປັນພິເສດ ຕ້ອງຊອກຫາຫ້ອງເສັງຕົນເອງໃຫ້ຮູ້

ເສຍກ່ອນ ເພື່ອມື້ເສັງຕົວຈິງ ຈະບໍ່ເສຍເວລາຍ່າງຊອກຫາຫ້ອງເສັງ ເຊິ່ງບາງຄັ້ງກ່ວາຈະຊອກພົບ ກໍກິນເວລາ

ການສອບເສັງຂອງຕົນເອງໃຫ້ສັ້ນເຂົ້າ ເຊິ່ງມັນຈະກົດດັນຕໍ່ລະບົບປະສາດຂອງເຮົາ ເຮັດໃຫ້ອາດເກີດມີຄວາມ

ຜິດພາດ, ເຖິງແມ່ນວ່າກະກຽມບົດຮຽນມາເປັນຢ່າງດີ ແຕ່ຖ້າຫາກຖືກເວລາກົດດັນແລ້ວ ກໍອາດມີຄວາມສ່ຽງ

ທີ່ຈະເສຍຄະແນນອັນສຳຄັນໄປໄດ້.

 

ສຳລັບການສອບເສັງໃນປີນີ້ ກໍຄ້າຍຄືກັນກັບຄັ້ງຜ່ານໆມາ ເຊິ່ງຈະມີວິຊາຫຼັກໆຢູ່ 2 ສາຍ ທີ່ຈະນຳມາທົດສອບ

ຄວາມຮູ້ຂອງນັກສອບເສັງຄື ສາຍທຳມະຊາດ ປະກອບມີ: ວິຊາຟີຊິກສາດ, ເຄມີສາດ ແລະ ຄະນິດສາດ; ສ່ວນ

ສາຍສັງຄົມ ຈະປະກອບມີ: ວິຊາພາສາລາວ ແລະ ວັນນະຄະດີ, ພູມີສາດ ແລະ ວິຊາປະຫວັດສາດ.

 

ແຕ່ລະວິຊາ ແມ່ນໄດ້ຖືກແບ່ງອອກສອບເສັງ ໃນວັນ ແລະ ເວລາ ຕາມຕາຕະລາງດັ່ງນີ້:

ວັນທີສອບເສັງ ເວລາສອບເສັງ ວິຊາສອບເສັງ
ວັນອັງຄານວັນທີ

05/08/2014

ຕອນເຊົ້າ:09:00ມ -11:00ມ (120ນາທີ) ຟີຊິກສາດ+ເຄມີສາດ
ຕອນແລງ:14:00ມ -15:30ມ (90ນາທີ) ພາສາລາວ+ວັນນະຄະດີ
ວັນພຸດວັນທີ

06/08/2014

ຕອນເຊົ້າ:09:00ມ -11:00ມ (120ນາທີ) ຄະນິດສາດ
ຕອນແລງ:14:00ມ -15:30ມ (90ນາທີ) ພູມສາດ+ປະຫວັດສາດ

 

ຍັງເຫຼືອເວລາອີກບໍ່ຫຼາຍ ການກະກຽມທີ່ດີທີ່ສຸດ ຈິ່ງຈະສາມາດເປັນຜູ້ທີ່ເກັ່ງທີ່ສຸດ ແລ້ວຖືກຄັດເລືອກເຂົ້າໄປ

ຮຽນຢູ່ໃນສະຖາບັນການສຶກສາທີ່ດີທີ່ສຸດຂອງປະເທດໄດ້.  ສະນັ້ນ, ເປັນກຳລັງໃຈໃຫ້ນ້ອງໆທຸກໆຄົນ ຈົ່ງຕັ້ງໜ້າ

ເຝິກຝົນຄົ້ນຄ້ວາຮ່ຳຮຽນ ໃຫ້ໜັກຂຶ້ນກ່ວາເກົ່າ ເພື່ອສູ້ເສິກເຊິງຕັ່ງນັ່ງໃນຫ້ອງຮຽນ ມ.ຊ ຄັ້ງນີ້ໃຫ້ໄດ້.

 

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...