Homeຂ່າວຕ່າງປະເທດຜູ້ນຳຕວກກີຢ້ຽມຢາມຣັດເຊຍ ປູຕິນ ປະກາດຟື້ນຟູ ຄວາມສຳພັນທາງເສດຖະກິດ ສອງປະເທດ!

ຜູ້ນຳຕວກກີຢ້ຽມຢາມຣັດເຊຍ ປູຕິນ ປະກາດຟື້ນຟູ ຄວາມສຳພັນທາງເສດຖະກິດ ສອງປະເທດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ສິງຫານີ້ວ່າ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ປະກາດຟື້ນຟູ ຄວາມສຳພັນທາງການຄ້າ ແລະ ເສດຖະກິດ ລະຫວ່າງຣັດເຊຍ ແລະ ຕວກກີ ຢ່າງສົມບູນ ໃນວັນອັງຄານທີ 9 ສິງຫາ 2016 ຜ່ານມານີ້ ໃນລະຫວ່າງການຢ້ຽມຢາມຣັດເຊຍ ຢ່າງເປັນທາງການຂອງ ທ່ານ ເຣເຊບ ເຕຢິບ ເອີໂດກັນ ປະທານາທິບໍດີຕວກກີ.

ການພົບປະຫາລືກັນລະຫວ່າງຜູ້ນຳສອງປະເທດ ທີ່ນະຄອນເຊັນປີເຕີສະເບີກ ປະເທດຣັດເຊຍ ໃນວັນທີ 9 ສິງຫາ 2016 ໄດ້ເປັນການເປີດທາງໃຫ້ແກ່ຕວກກີ ສາມາດສົ່ງອອກຜະລິດຕະພັນອາຫານຂອງຕົນ ໄປຍັງຣັດເຊຍໄດ້ ແລະ ເປີດໂອກາດໃຫ້ ຖ້ຽວບິນເຊົ່າເໝົາລຳຈາກຣັດເຊຍ ເດີນທາງໄປຍັງຕວກກີໄດ້ຄືເກົ່າ ຊຶ່ງທ່ານ ປູຕິນ ໄດ້ລະບຸວ່າ ມາດຕະການຂວ້ຳບາດຕໍ່ຕວກກີ ກ່ຽວກັບກໍລະນີກອງທັບຕວກກີ ຍິງເຮືອບິນທະຫານຂອງຕົນຕົກ ຈະຖືກຍົກເລີກເປັນເທື່ອລະຂັ້ນ.

 

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...