spot_img
Homeຂ່າວເຫດການປຶກສາຫາລື ການຊອກຫາຮ່ອງຮອຍ ອະດີດທະຫານອາເມລິກາ ທີ່ຫາຍສາບສູນ ໃນປາງສົງຄາມຢູ່ລາວ!

ປຶກສາຫາລື ການຊອກຫາຮ່ອງຮອຍ ອະດີດທະຫານອາເມລິກາ ທີ່ຫາຍສາບສູນ ໃນປາງສົງຄາມຢູ່ລາວ!

Published on

ຂປລ. ກອງປະຊຸມປຶກສາຫາລື ດ້ານເຕັກນິກ-ວິຊາການ ລະຫວ່າງ ລາວ-ອາເມລິກາ ກ່ຽວກັບ ວຽກງານການຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອ ຂອງອະດີດທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ ສປປ ລາວ ປະຈຳປີ 2016 ໄດ້ຈັດຂຶ້ນໃນວັນທີ 3/8/2016 ທີ່ລັດຮາວາຍ ສະຫະລັດອາເມລິກາ, ໂດຍການເຂົ້າຮ່ວມຂອງ ຄະນະຜູ້ແທນລາວ ນຳໂດຍທ່ານ ຂວັນຕາ ຜາລີວົງ, ຫົວໜ້າກົມເອີຣົບ-ອາເມລິກາ, ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ແລະ ຄະນະຜູ້ແທນຝ່າຍອາເມລິກາ ນຳໂດຍທ່ານ ພົນຈັດຕະວາ Mark Spindler, ຮອງຜູ້ບັນຊາການທະຫານ ຮ່ວມປະຈຳພາກພື້ນອາຊີ-ປາຊີຟິກ, ຮັບຜິດຊອບວຽກງານ ການຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ເປັນຫົວໜ້າ ແລະ ທ່ານ ດານຽວ ຄລູນ ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ ລາວ.

ໃນກອງປະຊຸມຄັ້ງນີ້, ທັງສອງຝ່າຍໄດ້ທົບທວນຄືນ ການປະຕິບັດແຜນການຮ່ວມມື ໃນໄລຍະ 1 ປີ ຜ່ານມາ ກ່ຽວກັບວຽກງານການສຳຫລວດ, ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອ ຂອງອະດີດທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຢູ່ແຂວງຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ສາລະວັນ, ເຊກອງ ແລະ ​ແຂວງອັດຕະປື, ພ້ອມທັງໄດ້ປຶກສາຫາລືກັນ ໃນການວາງແຜນການ ປະຕິບັດງານຮ່ວມລະອຽດ ໃນສົກປີຕໍ່ໜ້າ. ນອກຈາກນັ້ນ, ທັງສອງຝ່າຍໄດ້ຕົກລົງຮ່ວມມືກັນ ສືບຕໍ່ເພີ່ມທະວີຂອບຂອງການຮ່ວມມືເຊັ່ນ: ການຊອກຫາຂໍ້ມູນຂ່າວສານ, ການສຳຫລວດກ່ອນການຂຸດຄົ້ນ ແລະ ເຫັນດີໃຫ້ມີການຮ່ວມມື 3 ຝ່າຍ ລາວ-ຫວຽດນາມ-ອາເມລິກາ ລະດັບວິຊາການ ເພື່ອເຮັດໃຫ້ການປະຕິບັດວຽກງານ MIA ໃຫ້ມີປະສິດທິຜົນ ແລະ ວ່ອງໄວກວ່າເກົ່າ, ລວມທັງ ການຊ່ວຍເຫລືອດ້ານມະນຸດສະທຳ ໃຫ້ແກ່ທ້ອງຖິ່ນເຂດທີ່ມີການປະຕິບັດການສຳຫລວດ ແລະ ຂຸດຄົ້ນ. ໃນໂອກາດນີ້, ຝ່າຍລາວໄດ້ຢືນຢັນຄືນ ທີ່ສືບຕໍ່ໃຫ້ການຮ່ວມມືໃນວຽກງານດັ່ງກ່າວ ບົນຈິດໃຈແນວທາງນະໂຍບາຍ ທາງດ້ານມະນຸດສະທຳ ແລະ ອີງຕາມເງື່ອນໄຂຄວາມສາມາດຕົວຈິງຂອງຕົນ. ສ່ວນຝ່າຍອາເມລິກາ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫລືອຂອງລັດຖະບານລາວ ກໍຄືປະຊາຊົນ ແລະ ອຳນາດການປົກຄອງທ້ອງຖິ່ນຂອງລາວ ໃນວຽກງານການຮ່ວມມືດ້ານມະນຸດສະທຳ ດັ່ງກ່າວນີ້. ຝ່າຍອາເມລິກາ ໄດ້ຍົກໃຫ້ເຫັນເຖິງ ຄວາມສຳຄັນຂອງການຮ່ວມມືຂອງສອງປະເທດ, ໂດຍສະເພາະໃນວຽກງານ MIA, ທີ່ເປັນສ່ວນປະກອບ ໃຫ້ແກ່ການຂະຫຍາຍການຮ່ວມມືຂອງສອງປະເທດ ໃນໄລຍະຫລາຍກວ່າ 30 ປີ ຜ່ານມາ, ພ້ອມທັງ ໄດ້ຢືນຢັນຈະສືບຕໍ່ ໃຫ້ການຊ່ວຍເຫລືອດ້ານມະນຸດສະທຳ ແກ່ປະຊາຊົນທ້ອງຖິ່ນ ກໍຄືລັດຖະບານລາວ ເພື່ອປະກອບສ່ວນເສີມຂະຫຍາຍ ໃຫ້ການພົວພັນຮ່ວມືລະຫວ່າງສອງປະເທດ ລາວ-ອາເມລິກາ ໃຫ້ມີບັນ ຍາກາດນັບມື້ນັບດີຂຶ້ນ, ເພື່ອຜົນປະໂຫຍດຊຶ່ງກັນ ແລະ ກັນຫລາຍຂຶ້ນ ໃນອະນາຄົດ.

ໂດຍສືບຕໍ່ປະຕິບັດນະໂຍບາຍມະນຸດສະທຳ ອັນສະເໝີຕົ້ນສະເໝີປາຍ ຂອງລັດຖະບານ ແຫ່ງ ສປປ ລາວ, ວຽກງານການຮ່ວມມືສຳຫລວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ, ສິ່ງເສດເຫລືອຂອງ ອະດີດທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ໄດ້ດຳເນີນມາແຕ່ປີ 1982 ມາເຖິງປັດຈຸບັນນີ້ ເປັນເວລາ 34 ປີ, ຊຶ່ງສອງຝ່າຍສາມາດຊອກຫາ, ຂຸດຄົ້ນສິ່ງເສດເຫລືອ ຂອງອະດີດທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ສຳເລັດໄປແລ້ວ ຈຳນວນ 272 ກໍລະນີ ໃນຈຳນວນ 573 ກໍລະນີ ແລະ ຍັງເຫລືອຈະສືບຕໍ່ຊອກຫາຂຸດຄົ້ນອີກ 301 ກໍລະນີ. ການຮ່ວມມືດັ່ງກ່າວ, ເປັນການສະແດງໃຫ້ເຫັນເຖິງ ຄວາມເອົາໃຈໃສ່ຂອງລັດຖະບານ ກໍຄືການຮ່ວມມືເປັນຢ່າງດີ ຂອງປະຊາຊົນລາວ ທີ່ມີຕໍ່ລັດຖະບານ ກໍຄືປະຊາຊົນອາເມລິກາ.

 

ແຫລ່ງຂ່າວ:

ຂປລ

 

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...