Homeສຸຂະພາບ ແລະ ສີ່ງແວດລ້ອມອາການກະດູກທັບເສັ້ນປະສາດ ຢາກຮູ້...ຕ້ອງອ່ານ

ອາການກະດູກທັບເສັ້ນປະສາດ ຢາກຮູ້…ຕ້ອງອ່ານ

Published on

ກະດູກທັບເສັ້ນປະສາດນັ້ນ ມັກມີອາການປວດຕາມເສັ້ນປະສາດທີ່ຖືກກົດທັບ ຮູ້ສຶກປວດຫຼັງ, ຂາ ຫຼື ແຂນ ແຕ່ຕ່າງກັນໄປໃນແຕ່ລະຄົນ ຂຶ້ນຢູ່ກັບວ່າກະດູກທັບເສັ້ນປະສາດເສັ້ນໃດນັ້ນເອງ

ຜູ້ປ່ວຍສ່ວນຫຼາຍ ຮັກສາດ້ວຍການນອນພັກຜ່ອນ, ການກິນຢາ ແລະ ການເຮັດກາຍະພາບບຳບັດ 
ຜູ້ປ່ວຍສ່ວນໜ້ອຍ ຮັກສາດ້ວຍການຜ່າຕັດ 

ຫາກຕອນນີ້ໃຜກຳລັງຮູ້ສຶກປວດຫຼັງປວດແອວແຕ່ບໍ່ແນ່ໃຈວ່າ ເປັນກະດູກທັບເສັ້ນປະສາດ ຫຼື ບໍ່ ເຮົາມີວິທີການກວດອາການດັ່ງນີ້:
1. ນອນຫງາຍ
2. ຍົກຂາຂ້າງໜຶ່ງຂຶ້ນ ໂດຍໃຫ້ຫົວເຂົ່າຢຽດຊື່ ເຮັດມຸມຕັ້ງສາກກັບພື້ນ ຖ້າມີອາການກະດູກທັບເວັ້ນປະສາດຈະຮູ້ສຶກປວດເຄັ່ງທີ່ຂາ
3. ເມື່ອກະດົກປາຍຕີນມາດ້ານໜ້າຈະຮູ້ສຶກປວດຫຼາຍຂຶ້ນກວ່າເກົ່າ

bone-overlaps-nerve-check
ນອກຈາກນີ້ ອາດມີອາການປວດຊາຕາມຂາຂ້າງໃດຂ້າງໜຶ່ງ ແລະ ມີອາການອ່ອນແຮງຮ່ວມນຳ ຖ້າສັງເກດພົບຄວາມຜິດປົກກະຕິເບື້ອງຕົ້ນ ຕ້ອງຟ້າວໄປພົບແພດເພື່ອກວດວິໄຈໂດຍດ່ວນ

ທີ່ມາ: http://www.lib.ru.ac.th/miscell/bone-overlaps-nerve-check.html

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...