Homeນານາສາລະວິທີບັງຄັບຕົ້ນໝາກນາວໃຫ້ແຕກຍອດອ່ອນອອກມາເປັນຈຳນວນຫຼາຍ

ວິທີບັງຄັບຕົ້ນໝາກນາວໃຫ້ແຕກຍອດອ່ອນອອກມາເປັນຈຳນວນຫຼາຍ

Published on

ຄວາມຮູ້ກະສິກຳ ວັນນີ້ເຮົາຈະມາເວົ້າກ່ຽວກັບ ເທັກນິກ ວິທີບັງຄັບຕົ້ນໝາກນາວໃຫ້ແຕກຍອດອ່ອນອອກມາເປັນຈຳນວນຫຼາຍ ເພື່ອເພີ່ມຜົນຜະລິດ ນີ້ກໍ່ເປັນອີກວິທີໜຶ່ງທີ່ໜ້າສົນໃຈ ໂດຍສະເພາະຊາວກະສິກອນ ຫຼື ຄົນທີ່ປູກຕົ້ນໝາກນາວໄວ້ກິນຜົນ

ຂັ້ນຕອທຳອິດ ແມ່ນເລີ່ມບຳລຸງຕົ້ນໝາກນາວດ້ວຍປຸ໋ຍຄອກ ຫຼື ປຸ໋ຍເຄມີສູດ 25-7-7 ຫາກເປັນປຸ໋ຍຄອກຈະສາມາດຕັດປາຍຍອກໝາກນາວໄດ້ຫຼັງຈາກໃຫ້ປຸ໋ຍຄອກແລ້ວປະມານ 20 ວັນ ສຳລັບປຸ໋ຍເຄມີໃຫ້ເລີ່ມຕັດປາຍຍອດຕົ້ນໝາກນາວໄດ້ຫຼັງຈາກໃສ່ປຸ໋ຍຜ່ານມາແລ້ວ 7 ວັນ

ສຳລັບການເລືອກຕັດຍອດໝາກນາວນັ້ນໃຫ້ເລືອກເບິ່ງກ້ານໃດທີ່ໃບບໍ່ແກ່ບໍ່ອ່ອນຈົນເກີນໄປ ໂດຍຕັດອອກປະມານ 2-4.5 ນິ້ວ ໂດຍກະໄລຍະຈາກປາຍຍອດ ໂດຍປາຍກິ່ງທີ່ຕັດອອກໄປນັ້ນແມ່ນໃຫ້ເອົາໄປຖິ້ມຢູ່ນອກສວນ ເພື່ອບໍ່ໃຫ້ເປັນແຫຼ່ງເພາະເຊື້ອໂຣກຕ່າງໆ ເມື່ອຕັດຍອດອອກແລ້ວ ຫຼັງຈາກນັ້ນອີກປະມານ 7 ວັນ ຈະສັງເກດເຫັນວ່າປາຍທີ່ຖືກຕັດນັ້ນຈະແຫ້ງລົງມາເລັກໜ້ອຍ ແລະ ຕາມຕາຕຸ່ມໃບຖັດລົງມາ ຈະເລີ່ມມີຍອດອ່ອນແຕກອອກມາເປັນຈຳນວນຫຼາຍ ແລ້ວເຮົາກໍ່ດູແລຮັກສາຍອດແຕກໃໝ່ນັ້ນໃຫ້ດີ ບໍ່ໃຫ້ມີແມງໄມ້ເຂົ້າມາທຳລາຍ ເພື່ອໃຫ້ຍອດນັ້ນໃຫຍ່ແຂງແຮງຂຶ້ນ ຫຼັງຈາກຜ່ານພົ້ນຊ່ວງທີ່ແຕກຍອດໃໝ່ໄປແລ້ວຕົ້ນໝາກນາວກໍ່ຈະໃຫຍ່ຢ່າງໄວວາ ຄຸ້ມກັບການຕັດປາຍຍອດອອກໄປ

ທີ່ມາ: http://www.manowpan.com/news233.html

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...