Homeຂ່າວເຫດການນາຍົກຊີ້ນຳ ການນຳຫຼວງພະບາງ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ຮັບໃຊ້ປະຊາຊົນຢ່າງແທ້ຈິງ!

ນາຍົກຊີ້ນຳ ການນຳຫຼວງພະບາງ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ຮັບໃຊ້ປະຊາຊົນຢ່າງແທ້ຈິງ!

Published on

ໂອກາດເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງພະບາງ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ ອຳນາດການປົກຄອງແຂວງຫຼວງພະບາງ ສືບຕໍ່ເອົາໃຈໃສ່ເພີ່ມທະວີ ຄວາມຮັບຜິດຊອບພາຍໃນ ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ບັນດາຂະແໜງການຕ່າງໆ ໃນການຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນ ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍຄືມະຕິຂອງແຂວງວາງອອກ ໃຫ້ປະກົດຜົນ ເປັນຈິງ, ພ້ອມທັງເອົາໃຈໃສ່ໃນການຕິດຕາມ, ກວດກາການຈັດຕັ້ງປະຕິບັດ​ ບັນດາຄາດໝາຍ​ຕ່າງໆ​ ຢູ່​ໃນ​ແຕ່ລະທ້ອງ​ຖິ່ນ​ຂອງ​ຕົນ ​ເພື່ອ​ໃຫ້​ບັນລຸ​ຕາມ​ເປົ້າ​ໝາຍ ​ແລະ ຈຸດປະສົງ​ທີ່​ວາງ​ໄວ້ ພ້ອມ​ນັ້ນກໍຕ້ອງ​ໄດ້​ປຶກສາ​ຫາລື ​ເພື່ອ​ແກ້​ໄຂບັນຫາ​ຮ່ວມ​ກັນ; ​ເອົາ​​ໃຈ​ໃສ່​ຮັກສາຄວາມ​ສະຫງົບ​ປອດ​ໄພ, ຄວາມ​​ເປັນ​ລະບຽບ​ຮຽບຮ້ອຍຂອງ​ສັງຄົມ ​ແລະ ຮັບປະກັນສະຖຽນ​ລະ​ພາບ​ທາງ​ການເມືອງ; ​ເອົາ​ໃຈ​ໃສ່​ປົກ​ປັກ​ຮັກສາຮີດ​ຄອງ​ປ​ະ​ເພນີ, ວັດທະນະທຳ​ອັນ​ດີງາມ, ຂະນົບ​ທຳນຽມທີ່​ເປັນ​ເອກະລັກ ​ແລະ ຄວາມ​ເປັນ​ມໍລະດົກ​ຂອງ​ແຂວງ​ຫຼວງພະ​ບາງ; ​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ໃຫ້​ປະຊາຊົນ​ມີ​ສ່ວນ​ຮ່ວມ ​ແລະ ​ເປັນ​ເຈົ້າ​ການ​ໃນ​ການ​ຮັກສາ​ຄວາມ​ສະອາດ, ຄວາມ​ເປັນລະບຽບ​ຮຽບຮ້ອຍ ​ແລະ ຄວາມສວຍ​ງາມ​ຂອງ​ຕົວ​ເມືອງ; ​ເອົາໃຈ​ໃສ່​ໃນ​ການ​ປັບປຸງ​ ກໍ່ສ້າງ​ພະນັກ​ງານ​ສື​ບທອດ ​ພ້ອມ​ນັ້ນກໍຕ້ອງ​ມີ​ການ​ສ້າງ​ແຜນການ​ກໍ່ສ້າ​ງພະນັກງານ​ຢ່າງ​ຈະ​ແຈ້ງ, ອັນ​ສຳຄັນ​ແມ່ນ​ຕ້ອງ​ເປັນ​ແບບຢ່າງ ​ແລະ ຄວາ​ມ​ເປັນ​ເຈົ້າການ; ​ເອົາ​ໃຈ​ໃສ່​ໃນ​ການ​ປັບປຸງ​ກົນ​ໄກການບໍລິຫານ, ​ເພີ່ມ​ທະວີຄວາມ​ຮັບຜິດຊອບ ​ແລະ ມີ​ນ້ຳໃຈ​ເສຍສະຫຼະ ​ເພື່ອ​ຮັບ​ໃຊ້​ປະຊາ​ຊົນ​ຢ່າງ​ແທ້​ຈິງ ສຳລັບ​ການ ແກ​້ບັນຫາ​ການ​ແຜ່​ລະບາດຂອງ​ຕັກ​ກະ​ແຕນ​ນັ້ນ, ລັດຖະບານ​ພວມ​ສຸມ​ໃສ່​ປຸກລະດົມ ທຶນຮອນ​ຈາກ​ພາກສ່ວນ​ຕ່າງໆໃນ​ສັງຄົມ ນັບ​ທັງການ​ລະດົມທຶນ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ ​ເພື່ອ​ຮ່ວມ​ກັນ​ແກ້​ໄຂ​ບັນຫາດັ່ງກ່າວ. ພ້ອມດຽວ​ກັນນີ້, ອຳນາດການ​ປົກຄອງ​ແຂວງ, ​ເມືອ​ງ ຕ້ອງ​ເປ​ັນ​ເຈົ້າ​ການ​ລົງ​ໃກ້​ຊິດຕິດ​ແທດ ​ໃຫ້​ຄວາມ​ຊ່ວຍ​ເຫຼືອປະຊາຊົນ ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ. ອັນ​ສຳຄັນ​ແມ່ນ​ພວກ​ເຮົາ​ຕ້ອງສາມັກຄີ​ກັນ ​ເພື່ອ​ຕໍ່​ສູ້​ກັບ​ໄພພິ ບັດ​ທີ່​ເກີດ​ຂຶ້ນດັ່ງກ່າວ​ ໃຫ້​ຜ່ານພົ້ນ​ໄປ​ດ້ວຍ​ດີ.

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ທີ່​ແຂວງ​ຫຼວງ​ພະ ບາງ ​ໃນ​ວັນ​ທີ 6 ສິງຫາ​ຜ່ານມານີ້, ​ໂດຍ​ມີ ທ່ານ ຄຳ​ຂັນ ຈັນທະ​ວີ​ສຸກ ​ເລຂາ​ພັກ​ແຂວງ ​ເຈົ້າ​ແຂວງ​ຫຼວງ​ພະ​ບາງ ພ້ອມດ້ວຍ​ຄະນະ​ນຳ​ຂອງ​ແຂວງ ​ແລະ ພະນັກງານ​ຫຼັກ​ແຫຼ່ງອ້ອມຂ້າງ​ ພາຍ​ໃນ​ແຂວງ​ໃຫ້ການຕ້ອນຮັບ​ຢ່າງ​ອົບ​ອຸ່ນ.

1-1-2

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...