Homeປ່ອງຢ້ຽມດວງດາວຈຸດແດງໃຫຍ່ໃນດາວພະຫັດອາດເປັນຈຸດກຳເນີດເຮັດໃຫ້ຊັ້ນບັນຍາກາດຮ້ອນຂຶ້ນ

ຈຸດແດງໃຫຍ່ໃນດາວພະຫັດອາດເປັນຈຸດກຳເນີດເຮັດໃຫ້ຊັ້ນບັນຍາກາດຮ້ອນຂຶ້ນ

Published on

ນັກວິທະຍາສາດພົບວ່າ ຈຸດແດງໃຫຍ່ໃນດາວພະຫັດອາດເປັນແຫຼ່ງກຳເນີດຂອງພະລັງງານທີ່ເຮັດໃຫ້ອຸນຫະພູມຊັ້ນບັນຍາກາດເທິງດາວພະຫັດສູງກວ່າປົກກະຕິ

ສະພາບພູມອາກາດຂອງໂລກມີຄວາມຮ້ອນຈາກດວງຕາເວັນເປັນແຫຼ່ງພະລັງງານຫຼັກໃນການຂັບເຄື່ອນກົນໄກຕ່າງໆ ໃນຊັ້ນບັນຍາກາດ ຄວາມຮ້ອນຂອງບັນຍາກາດໂລກຊັ້ນສູງເກີດຈາກພະລັງງານຂອງແສງຕາເວັນເກືອບທັງໝົດ

ດາວພະຫັດ ຢູ່ຫ່າງຈາກດວງຕາເວັນຫຼາຍກວ່າໂລກ 5 ເທົ່າ ກໍ່ນ່າຈະມີອຸນຫະພູມບັນຍາກາດຊັ້ນເທິງຕ່ຳກວ່າຂອງໂລກຫຼາຍ ແຕ່ຄວາມເປັນຈິງກັບພົບວ່າດາວພະຫັດມີອຸນຫະພູມຂອງບັນຍາກາດສະເລ່ຍໃກ້ຄຽງກັບຂອງໂລກ

ຄະນະນີ້ພົບວ່າ ບັນຍາກາດຂອງດາວພະຫັດມີການແຜ່ລັງສີອິນຟາເຣດທີ່ລະດັບຄວາມສູງປະມານ 800 ກິໂລແມັດ ແລະ ສັງເກດວ່າທີ່ບໍລິເວນໜຶ່ງໃນຊັ້ນນີ້ມີອຸນຫະພູມສູງກວ່າທີ່ຄາດໄວ້ຫຼາຍ ຈຸດດັ່ງກ່າວນັ້ນລອຍຢູ່ເໜືອຈຸດແດງໃຫຍ່ຂອງດາວພະຫັດ

ນັກວິທະຍາສາດອະທິບາຍວ່າ ຄື້ນດຶງດູດ ແລະ ຄື້ນສຽງຈາກພາຍຸທີ່ປັ່ນປ່ວນໃນຈຸດແດງໃຫຍ່ແຜ່ຂຶ້ນໄປຍັງຊັ້ນບັນຍາກາດເບື້ອງເທິງ ຄື້ນທັງສອງຊະນິດນີ້ບີບອັດກັນທີ່ລະດັບຄວາມສູງ 800 ກິໂລແມັດເໜືອລະດັບພາຍຸ ເຮັດໃຫ້ເກີດຄວາມຮ້ອນຂຶ້ນ ແລະ ເປັຮສາເຫດຂອງຄວາມຮ້ອຍທີ່ສູງຜິດປົກກະຕິຂອງຊັ້ນບັນຍາກາດໃນດາວພະຫັດ

ຂໍ້ມູນຈາກ: http://thaiastro.nectec.or.th/news/viewnews.php?newsid=402

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...