Homeຂ່າວຕ່າງປະເທດກຳປູເຈຍປະກາດ ຂຶ້ນຄ່າທຳນຽມເຂົ້າຊົມ ຜາສາດຫີນນະຄອນວັດ ເກືອບ 2 ເທົ່າ!

ກຳປູເຈຍປະກາດ ຂຶ້ນຄ່າທຳນຽມເຂົ້າຊົມ ຜາສາດຫີນນະຄອນວັດ ເກືອບ 2 ເທົ່າ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ສິງຫາຜ່ານມານີ້ວ່າ ລັດຖະບານກຳປູເຈຍ ປະກາດຂຶ້ນຄ່າທຳນຽມ ເຂົ້າຢ້ຽມຊົມຜາສາດຫີນນະຄອນວັດ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງກຳປູເຈຍ ເພີ່ມຂຶ້ນ 2 ເທົ່າ ນັບຕັ້ງແຕ່ເດືອນກຸມພາ 2017 ເປັນຕົ້ນໄປ ໂດຍຄ່ານຳນຽມເຂົ້າຢ້ຽມຊົມແບບ 1 ມື້ ຈະປັບເພີ່ມຂຶ້ນຈາກ 20 ໂດລາ ເປັນ 37 ໂດລາ, ແບບ 3 ມື້ ເພີ່ມຈາກ 40 ໂດລາ ເປັນ 62 ໂດລາ ແລະ ສຳລັບການເຂົ້າຢ້ຽມຊົມແບບ 7 ມື້ (ໃຊ້ໄດ້ພາຍໃນໄລຍະ 1 ເດືອນ) ຈະເພີ່ມຂຶ້ນຈາກ 60 ໂດລາ ເປັນ 72 ໂດລາ.

ຄຳຖະແຫລງຂອງລັດຖະບານກຳປູເຈຍລະບຸວ່າ ເງິນຈຳນວນ 2 ໂດລາ ທີ່ໄດ້ຈາກບັດຄ່າທຳນຽມແຕ່ລະໃບທີ່ຂາຍໄດ້ ຈະຖືກບໍລິຈາກໃຫ້ແກ່ ໂຮງໝໍເດັກກັນທາບຸບຜາ ຊຶ່ງເປີດໃຫ້ບໍລິການປິ່ນປົວຄົນເຈັບ ໂດຍບໍ່ເສຍຄ່າໃຊ້ຈ່າຍ.

ທັງນີ້ ເມື່ອປີຜ່ານມາ ມີນັກທ່ອງທ່ຽວປະມານ 2.1 ລ້ານຄົນ ເດີນທາງຢ້ຽມຢາມ ຜາສາດຫີນນະຄອນວັດ ຊຶ່ງເປັນສູນກາງອານາຈັກຂອມ ທີ່ເຮືອງອຳນາດແຕ່ໄລຍະ ສະຕະວັດທີ 9 ຈົນເຖິງຫລົ້ມສະຫລາຍໃນສະຕະວັດທີ 15 ໂດຍນະຄອນວັດ ຖືເປັນສັນຍາລັກແຫ່ງຄວາມພາກພູມໃຈຂອງກຳປູເຈຍ ແລະ ຍັງຖືກປະດັບຢູ່ເທິງທຸງຊາດຂອງປະເທດ ອີກດ້ວຍ.

 

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...