Homeມຸມຂ່າວ AECອາຊຽນ ກາຍເປັນພາກພື້ນ ທີ່ມີເສດຖະກິດໃຫຍ່ ອັນດັບ 6 ຂອງໂລກ!

ອາຊຽນ ກາຍເປັນພາກພື້ນ ທີ່ມີເສດຖະກິດໃຫຍ່ ອັນດັບ 6 ຂອງໂລກ!

Published on

ອາຊຽນ ໄດ້ກາຍເປັນພາກພື້ນ ທີ່ມີເສດຖະກິດໃຫຍ່ ເປັນອັນດັບ 6 ຂອງໂລກ ລວມຍອດຜະລິດຕະພັນພາຍໃນ (GDP) ສູງເຖິງ 2,43 ພັນຕື້ໂດລາສະຫະລັດ, ຂະນະທີ່ການຫຼຸຸດຜ່ອນອັດຕາພາສີພາຍໃນອາຊຽນ ຫຼາຍກ່ວາ 90%,​ ນອກຈາກນີ້ ບັນດາລັດຖະມົນຕີເສດຖະກິດອາຊຽນ ຍັງສະແດງຄວາມຊົມເຊີຍຕໍ່ ສປປ ລາວ ໃນການນຳພາອາ ຊຽນ ຍາດໄດ້ຜົນສຳເລັດ 8 ໂຄງການທີ່ເປັນບຸລິມະສິດ ໃນປີ 2016 ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ.

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 (ASEAN Economic Ministers Meeting) ໄດ້ສືບ ຕໍ່ຈັດຂຶ້ນ ໃນຕອນບ່າຍຂອງວັນທີ 3 ສິງຫາ 2016 ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນ ປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ໂດຍກອງປະຊຸມໄດ້ຊີ້ໃຫ້ເຫັນເຖິງ ສະພາບພົ້ນເດັ່ນທາງດ້ານເສດຖະກິດຂອງອາຊຽນ ໃນປີ 2016 ເຖິງວ່າສະພາບເສດຖະກິດໂລກ ປັດຈຸບັນຈະມີການຜັນຜວນກໍຕາມ ແຕ່ອາຊຽນກໍຍັງສືບຕໍ່ສ້າງເສດຖະກິດຂອງ ຕົນໃຫ້ເຂັ້ມແຂງ ເຊິ່ງໄດ້ປະກອບສ່ວນສຳຄັນ ເຂົ້າໃນການຂະຫຍາຍຕົວຂອງເສດຖະກິດໂລກ ໂດຍມີມູນຄ່າລວມຍອດ ການຜະລິດພາຍໃນອາຊຽນ (GDP) ເຖິງ 2,43 ພັນຕື້ໂດລາສະຫະລັດ ໃນປີ 2015 ກາຍ ເປັນພາກພື້ນທີ່ມີເສດຖະກິດ ໃຫຍ່ເປັນອັນດັບ 6 ຂອງໂລກ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...