Homeຂ່າວທ້ອງຖິ່ນກອງກວດກາປ່າໄມ້ ແຂວງໄຊຍະບູລີ ຈັດພິທີທໍາລາຍຊິ້ນສ່ວນສັດປ່າ ທີ່ລັກລອບຊື້ຂາຍຕາມຕະຫຼາດ

ກອງກວດກາປ່າໄມ້ ແຂວງໄຊຍະບູລີ ຈັດພິທີທໍາລາຍຊິ້ນສ່ວນສັດປ່າ ທີ່ລັກລອບຊື້ຂາຍຕາມຕະຫຼາດ

Published on

ໃນຕອນບ່າຍ ວັນທີ 03 ສິງຫາ 2016 ຜ່ານມາ ກອງກວດກາປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ໄດ້ຈັດພິທີທໍາລາຍຊິ້ນສ່ວນສັດປ່າທີ່ຫວງຫ້າມ ເຊິ່ງເປັນກຽດເຂົ້າຮ່ວມໃນພິທີມີທ່ານ ວອນ ວົງສີ  ຕາງໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ  ທ່ານ ແສງເພັດ ສີລິສົມບັດ ຫົວໜ້າກອງກວດກາປ່າໄມ້ແຂວງ ມີເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແສງຈັນ ພານຸເດດ ຮອງຫົວໜ້າກອງກວດກາປ່າໄມ້ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ ໃນວັນທີ 02 ສິງຫາ 2016 ຜ່ານມາ ທາງເຈົ້າໜ້າທີ່ປ່າໄມ້ແຂວງໄຊຍະບູລີ ໄດ້ສົມທົບກັບເຈົ້າໜ້າທີ່ປ່າໄມ້ເມືອງໄຊຍະບູລີ  ແລະ ພະນັກງານປະຈໍາຢູ່ຕະຫຼາດສີມຸງຄຸນ ລົງກວດກາ ສະກັດກັ້ນການຊື້-ຂາຍ ສັດປ່າຢູ່ຕະຫຼາດບ້ານສີມຸງຄຸນ ເມືອງໄຊຍະບູລີ ແຂວງໄຊຍະບູລີ ພົບເຫັນປະຊາຊົນຍັງສຶບຕໍ່ວາງຈຳໜ່າຍສັດປ່າທີ່ຫວງຫ້າມ ເຈົ້າໜ້າທີ່ຈິ່ງໄດ້ກວດກາຍຶດສັດປ່າໄດ້ທັງໝົດຫຼາຍກວ່າ 34 ກິໂລກຣາມ ໃນນີ້ ມີຊີ້ນຟານແຫ້ງ 14,5 ກິໂລກຣາມ ຊີ້ນໝູປ່າແຫ້ງ 15 ກິໂລກຣາມ ຊີ້ນໄກ້ແຫ້ງ ແລະ ກະຮອກແຫ້ງ 5 ກິໂລກຣາມ ຮວມມູນຄ່າ 2.500.000 ກວ່າກີບ ເຊິ່ງການກະທຳດັ່ງກ່າວ ເປັນການກະທຳຜິດຕໍ່ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ສະບັບເລກທີ 07/ສພຊ ລົງວັນທີ່ 24 ທັນວາ 2007.

         ທ່ານ ແສງຈັນ ພານຸເດດ ຍັງໃຫ້ຮູ້ຕື່ມວ່າ ໃນໄລຍະຜ່ານມາ ເຈົ້າໜ້າທີ່ກອງກວດກາປ່າໄມ້ ແຂວງໄຊຍະບູລີ ໄດ້ຈັດຕັ້ງພະນັກງານລົງເຜີຍແຜ່ລະບຽບ ກົດໝາຍກ່ຽວກັບການຄຸ້ມຄອງສັດນໍ້າ ແລະ ສັດປ່າໃຫ້ປະຊາຊົນບັນດາເຜົ່າຢູ່ບັນດາເມືອງ ບ້ານທີ່ຫຼໍ່ແຫຼມ ມີຄວາມສ່ຽງສູງຕໍ່ການລ່າ ຫາສັດນໍ້າ ແລະ ສັດປ່າ ເຊິ່ງໄດ້ຕິດຕັ້ງໂພດສະເຕີ ແລະ ປ້າຍໂຄສະນາ ເພື່ອໃຫ້ປະຊາຊົນບັນດາເຜົ່າມີຄວາມເຂົ້າໃຈ ມີຄວາມຮັບຮູ້ຕໍ່ລະບຽບກົດໝາຍສັດນໍ້າ ແລະ ສັດປ່າ ພ້ອມກັນນີ້ ກໍໄດ້ລົງຕິດຕາມກວດກາເປັນປະຈຳ ເພື່ອເກັບກໍາຂໍ້ມູນບຸກຄົນ ເປົ້າໝາຍທີ່ມີການຊື້-ຂາຍສັດນໍ້າ ແລະ ສັດປ່າ ພ້ອມທັງ ແຈ້ງເຊີນບຸກຄົນເປົ້າໝາຍຕ່າງໆເຂົ້າມາສຶກສາອົບຮົມ ແລະ ເຮັດບົດບັນທຶກເພື່ອບໍ່ໃຫ້ກັບມາເຄື່ອນໄຫວທີ່ຜິດຕໍ່ລະບຽບກົດໝາຍອີກຕໍ່ໄປ.

ຂ່າວ/ພາບ: ບຸນຫຼີ  ບັນນະວົງ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...