spot_img
Homeຂ່າວພາຍ​ໃນຕຳຫຼວດ ປະຕິເສດຂ່າວລືລັກເດັກນ້ອຍ ບໍ່ແມ່ນຄວາມຈິງ!

ຕຳຫຼວດ ປະຕິເສດຂ່າວລືລັກເດັກນ້ອຍ ບໍ່ແມ່ນຄວາມຈິງ!

Published on

66666 

ທ່ານ ​ພົ.​ຈວ ສີ​ສະຫວາດ ແກ້ວ​ມາລາ​ວົງ ຫົວໜ້າ​ກົມ​ໃຫຍ່​ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໃຫ້​ສຳພາດ​ຕໍ່​ທີ່​ນັກ​ຂ່າວ​

ປ້ອງ​ກັນ​ຄວາມ​ສະຫງົບ ໃນ​ວັນ​ທີ 3 ກໍລະກົດ 2014 ນີ້​ວ່າ: “ກ່ຽວ​ກັບ​ບັນດາ​ຂ່າວ​ລື​ຄົນ​ບໍ່​ດີ​ທີ່​ລັກ​ພາ​ຕົວ ຫຼື ລັກ​ເດັກນ້ອຍ”

ຢູ່​ໃນ​ສັງຄົມ​ຂອງ​ພວກ​ເຮົາ​ໃນ​ປັດຈຸບັນ​ນີ້ ທີ່​ຄົນ​ສ່ວນ​ຫຼາຍ​ກຳລັງ​ໃຫ້​ຄວາມ​ສົນໃຈ ແມ່ນ​ບໍ່​ມີ​ຄວາມ​ຈິງ​ແຕ່​ປະການ​ໃດ ມັນ​ເປັນ

​ພຽງ​ການ​ປ່າວ​ຂ່າວ​ຂອງ​ກຸ່ມ​ຄົນ​ບໍ່​ດີ ທີ່​ຫວັງ​ສ້າງ​ຄວາມ​ບໍ່​ສະຫງົບ ແລະ ເຮັດ​ໃຫ້​ພໍ່​ແມ່​ປະຊາຊົນ​ທຸກ​ຊັ້ນ​ຄົນ​ມີ​ຄວາມ​ຢ້ານ​ກົວ.

 

ເມື່ອ​ເຫັນ​ສະພາບ​ການ ຫຼື ຂ່າວ​ຕ່າງໆ​ນັ້ນ ຄະນະ​ພັກ ຄະນະ​ກົມ​ພວກ​ເຮົາ ກໍ່​ໄດ້​ມີ​ການ​ປຶກສາ​ຫາລື​ພາຍ​ໃນ​ກົມ​ໃຫຍ່ ກົມ​ວິຊາ​ສະ

ເພາະ ຊີ້​ນຳ​ບັນດາ​ຫ້ອງ​ຕຳຫຼວດ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ເພື່ອ​ຕິດຕາມ​ກຳສະພາບ ແລະ ກວດກາ​ເບິ່ງ​ວ່າ​ສະພາບ​ການ​ດັ່ງກ່າວ​

ນັ້ນ​ເປັນ​ຄື​ແນວໃດ ເຈົ້າ​ໜ້າທີ່​ຕຳຫຼວດ​ເຮົາ​ກໍ່​ໄດ້​ກວດກາ​ລົງ​ສອບ​ຖາມ​ຢູ່​ບັນດາ​ທ້ອງຖິ່ນ ແລະ ບັນດາ​ແຂວງ ແມ່ນ​ບໍ່​ມີ​ຄວາມ​ຈິງ​

ຕາມ​ຄື​ດັ່ງ​ທີ່​ພວກ​ເຂົາເຈົ້າ​ເວົ້າ​ມາ​ນັ້ນ ຕົວຢ່າງ ມີ​ຄົນ​ຕ່າງປະເທດ​ເປັນ​ກຸ່ມ​ເປັນ​ແກ້ງ​ນຳ​ໃຊ້​ພາຫະນະ ແລະ ເລາະ​ຖາມ​ແຂວງ​ນັ້ນ

​ແຂວງ​ນີ້ ເມື່ອ​ມີ​ໂອກາດ​ກໍ່​ຈັບ​ເດັກນ້ອຍ ຫຼື ເອົາ​ອະ​ໄວ​ຍະ​ວະ ແລະ ອື່ນໆ​ນັ້ນ ເຫັນ​ວ່າ​ບໍ່​ມີ​ຄວາມ​ຈິງ.

 

ຜ່ານ​ຈາກ​ການ​ກວດກາ​ຮອດ​ປັດຈຸບັນ​ນີ້ ເຫັນ​ວ່າ​ບໍ່​ມີ​ມູນ​ຄວາມ​ຈິງ ແຕ່​ວ່າ​ມີ​ສະພາບ​ປາກົດການ​ຫຍໍ້ທໍ້​ໃນ​ສັງຄົມ​ຂອງ​ພວກ​ເຮົາ​

ໃນ​ທຸກ​ມື້ນີ້ ກໍ່​ມີ​ປາກົດການ​ຫຍໍ້ທໍ້​ເລັກໆ​ນ້ອຍໆ​ບາງ​ດ້ານ​ເທົ່າ​ນັ້ນ ທີ່​ເກີດ​ຂຶ້ນ​ຢູ່​ໃນ​ສັງຄົມ ເຊັ່ນ​ວ່າ: ບັນຫາ​ຂີ້ລັກ ບັນຫາ​ພວກ​ຕີ​ກັນ

ແລະ ອື່ນໆ ແຕ່​ພວກ​ກຸ່ມ​ຄົນ​ບໍ່​ຫວັງ​ດີ ແລະ ຄົນ​ບໍ່​ດີ​ນັ້ນ ພະຍາຍາມ​ເສີມ​ສ້າງ​ສະຖານະ​ການ ແລະ ເຫດການ​ນ້ອຍ​ໃຫ້​ເປັນ​ເຫດການ​

ໃຫຍ່ ເປັນ​ບັນຫາ​ໃຫຍ່ ເພື່ອ​ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ສົນໃຈ.

 

ຈາກ​ສະພາບ​ການ​ດັ່ງກ່າວ​ນັ້ນ ຂ້າພະເຈົ້າ​ຂໍ​ແຈ້ງ ແລະ ຮຽກຮ້ອງ​ໃຫ້​ພໍ່​ແມ່​ປະຊາຊົນ​ທົ່ວ​ສັງຄົມ​ເຂົ້າໃຈ ແລະ ມີ​ສະຕິ​ສູງ​ໃນ​ການ​ຮັບ​

ຟັງ​ຂໍ້​ມູນ​ຂ່າວສານ ແລະ ການ​ໂຄສະນາ​ໃສ່​ຮ້າຍ​ປ້າຍ​ສີ ຂອງ​ກຸ່ມ​ຄົນ​ບໍ່​ຫວັງ​ດີ​ຕໍ່​ປະເທດ​ເຮົາ ຢ່າງ​ມີ​ການ​ຄົ້ນ​ຄິດ​ຕຶກ​ຕອງ ພ້ອມ​ດຽວ​

ກັນ​ນີ້ ທຸກ​ຄົນ​ຢູ່​ໃນ​ສັງຄົມ​ຕ້ອງ​ເປັນ​ຫູເປັນຕາ ມີ​ພັນທະ​ໃນ​ການ​ສະກັດ​ກັ້ນ ແລະ ແກ້​ໄຂ​ບັນຫາ​ຕ່າງໆ ຖ້າ​ຫາ​ກວ່າ​ມີ​ສະພາບ​ໃດໆ

ແລະ ເຫດການ​ໃດໆ​ເກີດ​ຂຶ້ນ​ຢູ່​ບ່ອນ​ໃດ ຂໍ​ໃຫ້​ພໍ່​ແມ່​ປະຊາຊົນ​ທຸກ​ຊັ້ນ​ຄົນ ແຈ້ງ​ເຈົ້າ​ໜ້າທີ່​ຂອງ​ພວກ​ເຮົາ​ດ່ວນ ເພາະວ່າ​ຢູ່​ແຕ່​ລະ​ທ້ອງ

ຖິ່ນ ກໍ່​ຍັງ​ມີ​ເຈົ້າ​ໜ້າທີ່​ຕຳຫຼວດ​ປະຈຳ​ຢູ່​ແຕ່​ລະ​ຂັ້ນ.

 

ຕາມ​ຂ່າວ​ລື​ຕ່າງໆ​ນັ້ນ ຂ້າພະເຈົ້າ ກໍ່​ຄື​ກົມ​ໃຫຍ່​ຕຳຫຼວດ​ກະຊວງ ​ປກສ ຂໍ​ເນັ້ນ​ອີກ​ຄັ້ງ​ໜຶ່ງ​ວ່າ: ປັດ​ຈຸບ​ບັນ​ນີ້ ຍັງ​ບໍ່​ທັນ​ກວດກາ​ພົບ​ວ່າ​ມີ​

ຄວາມ​ຈິງ​ຢູ່​ຈຸດ​ໃດດັ່ງ​ທີ່​ມີ​ການ​ຊ່າ​ລື​ມາ​ນັ້ນ​ເທື່ອ.

 

ແຫຼ່ງຂ່າວ: Vientiane Mai Online

ບົດຄວາມຫຼ້າສຸດ

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...

ສຕລ ປະກາດລາຍຊື່ 22 ນັກເຕະລາວ ລຸຍບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ

ປະກາດລາຍຊື່ 22 ນັກເຕະລາວ ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ. ທີມຊາດລາວຮຸ່ນອາຍຸບໍ່ເກີນ23 ປີ ຫຼື U23 ພາຍໃຕ້ການຄຸມທີມຂອງ ທ່ານ ຮາ...

ລໍ້າໜ້າໄປອີກຂັ້ນ 10G ຈາກຈີນໄວທີ່ສຸດໃນໂລກ ດາວໂຫຼດຂໍ້ມູນ 20GB ໃນເວລາ 20 ວິນາທີ

ເຊິ່ງໃນກ່ອນໜ້ານີ້ປະເທດຍີ່ປຸ່ນໄປເປີດໂຕ 6G ທີ່ໄວທີ່ສຸດໃນໂລກເຊິ່ງມີກຳນົດນນຳໃຊ້ໃນຕົ້ນປີ 2030, ແຕ່ຕອນນີ້ປະເທດຈີນໄດ້ເປີດໂຕບໍລິການອິນເຕີເນັດບຣອດແບນຄວາມໄວ 10 Gbps ຕໍ່ວິນາທີ (10G) ເປັນຄັ້ງທຳອິດຂອງໂລກ. ໂຄງການນີ້ເປັນການຮ່ວມມືລະຫວ່າງບໍລິສັດ China Unicom ແລະ ບໍລິສັດ...