Homeຂ່າວຕ່າງປະເທດນັກໂທດຊາວປາເລສຕິນ 300 ກວ່າຄົນ ປະກາດອົດອາຫານປະທ້ວງ ອິດສະຣາແອນ

ນັກໂທດຊາວປາເລສຕິນ 300 ກວ່າຄົນ ປະກາດອົດອາຫານປະທ້ວງ ອິດສະຣາແອນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ສິງຫານີ້ວ່າ ນັກໂທດຊາວປາເລສຕິນ ຈຳນວນ 325 ຄົນ ໄດ້ຮ່ວມກັນອົດອາຫານປະທ້ວງ ນັບຕັ້ງແຕ່ວັນພະຫັດທີ 4 ສິງຫາຜ່ານມານີ້ ຢູ່ຄ້າຍຄຸມຂັງເມືອງເອເຊວ ແລະ ນັບຮາ ທາງພາກໃຕ້ຂອງປະເທດອິດສະຣາແອນ ເພື່ອສະແດງຄວາມບໍ່ພໍໃຈ ຕໍ່ກັບເຈົ້າໜ້າທີ່ຄ້າຍຄຸມຂອງ ຂອງອິດສະຣາແອນ ທີ່ປະຕິບັດຕໍ່ກັບພວກເຂົາບໍ່ດີ ແລະ ຍັງດູໝິ່ນກຽດສັກສີຂອງພວກເຂົາເຈົ້າ.

ທັງນີ້ ແຫລ່ງຂ່າວໄດ້ລະບຸວ່າ ປັດຈຸບັນມີຊາວປາເລສຕິນ ຖືກຄຸມຂັງຢູ່ຄຸກຂອງອິດສະຣາແອນ ໃນຂອບເຂດທົ່ວປະເທດ ຫລາຍກວ່າ 6,500 ຄົນ.

 

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...