Homeຊີວິດແລະຄວາມຮັກ5 ເລື່ອງທີ່ບໍ່ເວົ້າຄວາມຈິງ ເພື່ອໃຫ້ຄົນຮັກຮູ້ສຶກດີ

5 ເລື່ອງທີ່ບໍ່ເວົ້າຄວາມຈິງ ເພື່ອໃຫ້ຄົນຮັກຮູ້ສຶກດີ

Published on

ຄູ່ຮັກທຸກຄູ່ ຍ່ອມຮູ້ດີວ່າ ຄວາມສື່ສັດປັນຫົວໃຈສຳຄັນສຳລັບການຄອງຊີວິດຄູ່ ແຕ່ຖ້າການເວົ້າຄວາມຈິງໃນທຸກເລື່ອງມັນກໍ່ຄືດາບສອງຄົມທີ່ອາດຈະມາບັນທອນຄວາມສຸກໃນຊີວິດຮັກໄດ້ ດັ່ງນັ້ນ ຈິ່ງມີບາງເລື່ອງທີ່ບໍ່ສາມາດບອກຄວາມຈິງກັບຄົນຮັກໄດ້ ເຊິ່ງຈະມີເລື່ອງໃດແນ່ນັ້ນມາອ່ານກັນເລີຍ

1. ເຈົ້າຄືຄົນຮັກທີ່ຂ້ອຍຮັກຫຼາຍທີ່ສຸດເທົ່າທີ່ເຄີຍມີມາ ເພື່ອໃຫ້ຄວາມຮັກມີຄວາມສຸກຫຼາຍຂຶ້ນ ສະນັ້ນການເວົ້າເອົາໃຈຄົນຮັກເພື່ອໃຫ້ເຂົາຮູ້ສຶກດີມີຄວາມສຸກ ບາງຄັ້ງກໍ່ຈຳເປັນຕ້ອງເວົ້າອອກໄປ ເຖິງແມ່ນວ່າໃນໃຈຈະຮູ້ສຶກອີກແບບໜຶ່ງກໍ່ຕາມ

2. ເຈົ້າເຮັດອາຫານໄດ້ແຊ໊ບທີ່ສຸດ: ສຳລັບຄົນທີ່ຕົນຮັກແລ້ວ ບໍ່ວ່າເຮັດສິ່ງໃດກໍ່ຕ້ອງຍອມໄວ້ກ່ອນ ຕ້ອງຍ້ອງໄວ້ກ່ອນ ເພື່ອຈະໄດ້ເຫັນຄົນຮັກມີຄວາມສຸກ

3. ຂ້ອຍບໍ່ເຄີຍຄິດຮອດແຟນເກົ່າ: ຄົນເຮົາຕ້ອງເລືອກທີ່ຈະຢູ່ກັບປັດຈຸບັນຫຼາຍກວ່າຈົມກັບອາດີດ ເພາະສ່ວນຫຼາຍຄົງຈະບໍ່ມີໃຜດອກກ້າເວົ້າວ່າຄິດຮອດແຟນເກົ່າຢູ່ຕໍ່ໜ້າຄົນຮັກໃໝ່ ທັງທີ່ໃນຄວາມຈິງແລ້ວແຟນເກົ່າຍັງຢູ່ໃນໃຈທຸກເວລາ ເຫດຜົນງ່າຍໆ ເພາະບໍ່ຢາກໃຫ້ຄົນຮັກໃໝ່ນັ້ນຄິດຫຼາຍ ແລະ ເກີດບັນຫາເລື່ອງຄວາມຮັກ

4. ຂ້ອຍເຂົ້າໃຈເຈົ້າທຸກຢ່າງ: ບາງຄັ້ງເພື່ອຫຼີກລ່ຽງບັນຫາທີ່ຈະເກີດຂຶ້ນ ແລະ ເພື່ອເອົາໃຈຄົນຮັກ ແລະ ຢາກໃຫ້ຄົນຮັກຄິດວ່າຕົນເອງເປັນຄົນຮັກທີ່ເຂົ້າໃຈເຂົາທີ່ສຸດ ຈົນຕ້ອງຍອມເວົ້າຄຳທີ່ບໍ່ກົງກັບຄວາມຮູ້ສຶກ ເຖິງແມ່ນວ່າບາງເລື່ອງທ່ານຈະບໍ່ເຂົ້າໃຈຄົນຮັກທ່ານເລີຍກໍ່ຕາມ ແຕ່ຕ້ອງບອກໄປວ່າເຂົ້າໃຈໄວ້ກ່ອນ

5. ຂ້ອຍບໍ່ເຄີຍເອົາເລື່ອງບໍ່ດີຂອງເຈົ້າໄປເວົ້າສູ່ໃຜຟັງ: ກໍ່ຄົງຈະບໍ່ມີໃຜກ້າຍອມຮັບເລື່ອງນີ້ຕົງໆດອກ ວ່າເຄີຍເອົາເລື່ອງບໍ່ດີຂອງແຟນຕົນເອງໄປລະບາຍສູ່ຄົນອື່ນຟັງ ເພາະຖ້າແຟນຮູ້ຄົງເປັນເລື່ອງໃຫຍ່ແນ່ນອນ

 

 

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...