Homeຂ່າວການພັດທະນາລາວ-ຈີນ ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ

ລາວ-ຈີນ ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ

Published on

ຕອບສະໜອງຕາມຄຳເຊີນຂອງ ທ່ານ ຫວາງ ອີ້, ລັດຖະມົນຕີຕ່າງປະເທດແຫ່ງ ສາທາລະ ນະລັດ ປະຊາຊົນ ຈີນ; ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະໄດ້ເດີນທາງຢ້ຽມຢາມສາທາລະ ນະລັດ ປະຊາຊົນຈີນຢ່າງເປັນທາງການໃນວັນທີ 2-4 ສິງຫານີ້ ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດ ຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບ ດ້ານລະຫວ່າງສອງປະເທດລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ໃນວັນທີ 3 ສິງຫານີ້,ທີ່ເຮືອນຮັບແຂກຂອງລັດຖະບານຈີນ, ນະຄອນຫຼວງປັກກິ່ງ, ສປ ຈີນ ໄດ້ມີການພົບປະສອງຝ່າຍຂຶ້ນຢ່າງເປັນທາງການ ລະຫວ່າງ ທ່ານ ຫວາງ ອີ້, ລັດຖະມົນຕີຕ່າງປະ ເທດແຫ່ງ ສປ ຈີນ ແລະ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ

ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດໃນໄລຍະຜ່ານມາທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ລົງເລິກໃນວຽກງານຕົວຈິງຫຼາຍດ້ານ, ຊຶ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ໂດຍສະເພາະແມ່ນການຢ້ຽມຢາມຢ່າງເປັນທາງການທີ່ ສປ ຈີນ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ບັນຍັງ ວໍລະຈິດ ໃນຫວ່າງບໍ່ດົນມານີ້; ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ຮ່ວມກັນໃນການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ດ້ານອື່ນໆ, ຊຶ່ງໃນປີຜ່ານມາມູນຄ່າການຄ້າສອງຝ່າຍ ໄດ້ບັນລຸເຖິງ 3 ຕື້ກວ່າ ໂດລາ ສະຫະລັດ, ການລົງທຶນຂອງບັນດາວິສາຫະກິດຂອງຈີນ ຢູ່ ລາວ ຈັດຢູ່ໃນອັນດັບ 1ລວມມີ 760 ໂຄງການ, ລວມມູນຄ່າ 6 ຕື້ກວ່າ ໂດລາສະຫະ ລັດ, ຈຳນວນນັກທ່ອງທ່ຽວຈີນເຂົ້າມາ ສປປ ລາວ ຫຼາຍກວ່າ 1 ລ້ານເທື່ອຄົນ ແລະ ນັກທ່ອງທ່ຽວລາວ ກໍ່ເຂົ້າມາຈີນ ຫຼາຍຂຶ້ນ. ໃນນີ້, ໂຄງການຮ່ວມມືທີ່ພົ້ນເດັ່ນ ແມ່ນຜົນສຳເລັດຂອງການສົ່ງດາວທຽມລາວດວງທຳອິດ ຂຶ້ນສູ່ວົງໂຄຈອນ ແລະ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ;ສອງຝ່າຍເຫັນດີຈະຈັດກິດຈະກຳຕ່າງໆຮ່ວມກັນຢ່າງເປັນຂະບວນຟົດຟື້ນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 55 ປີ ໃນປີ 2016 ນີ້ ໃຫ້ມີຄວາມໝາຍສຳຄັນ ແລະ ມີຜົນສຳ ເລັດດີ; ເຫັນດີຊຸກຍູ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ລາວ-ຈີນ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາແຜນວຽກຕ່າງໆຮ່ວມກັນ ໂດຍສະເພາະແມ່ນການຮ່ວມມືກັນຄົ້ນຄວ້າ ເພື່ອເຮັດໃຫ້ແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ຂອງລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 13 ຂອງຈີນ ເຊື່ອມເຂົ້າກັນ ໂດຍປິ່ນອ້ອມຍຸດທະສາດ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ” ຂອງຈີນວາງອອກ ກັບນະໂຍບາຍຫັນປະເທດລາວ ຈາກ ປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນ ປະເທດເຊື່ອມຈອດ.

ສປປ ລາວ ຍິນດີຕ້ອນຮັບການນຳຂັ້ນສູງຂອງຈີນ ເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມກ່ຽວຂ້ອງອື່ນໆຢູ່ ສປປ ລາວ, ສປ ຈີນ ກໍຍິນດີຕ້ອນ ຮັັບການນຳຂັ້ນສູງຂອງ ສປປ ລາວ ເດີນທາງເຂົ້າມາຮ່ວມກອງປະຊຸມ ຈີ-20 ແລະ ຢ້ຽມຢາມຢູ່ ສປ ຈີນ; ສອງຝ່າຍຈະຮ່ວມມືກັນຢ່າງໃກ້ຊິດໃນການແກ້ໄຂບັນຫາການລັກລອບຄ້າຂາຍຢາເສບຕິດ, ການເຂົ້າອອກເມືອງແບບຜິດກົດໝາຍ ແລະ ບັນຫາການຄ້າມະນຸດ.

ນອກຈາກນີ້, ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທີ່ໄດ້ມີຄວາມຄືບໜ້າຢ່າງຫຼວງຫຼາຍ ພາຍຫຼັງທີ່ໄດ້ສ້າງຕັ້ງຂຶ້ນມາພຽງ 1 ປີ; ຊົມເຊີຍການຮ່ວມມືຂອງ ອາຊຽນ-ຈີນ ຕະຫຼອດໄລຍະຜ່ານມາ ແລະ ໃນມໍ່ໆນີ້ຈະມີກອງປະຊຸມສຸດຍອດສະເຫຼີມສະຫຼອງການຮ່ວມມືອາຊຽນ-ຈີນ ຄົບຮອບ 25 ປີ ທີ່ນະຄອນຫຼວງວຽງຈັນ. ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈ ມາຍັງ ພັກ-ລັດຖະບານ ແລະ ປະຊາຊົນຈີນ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆຕະຫຼອດມາ ໂດຍສະເພາະການສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີນີ້.

ໃນການຢ້ຽມຢາມຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຄຳນັບ ທ່ານ ຢາງ ເຈ້ຍ ສື, ທີ່ປຶກສາແຫ່ງລັດ ສປ ຈີນ. ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີຕ່າງປະເທດລາວ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈມາຍັງ ພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນອັນໃຫຍ່ຫຼວງ ແກ່ ສປປ ລາວ ມາໂດຍຕະຫລອດ ໂດຍສະເພາະໃນໂອກາດທີ່ ສປປ ລາວ ເປັນປະເທດປະທານອາຊຽນໃນປີ 2016 ນີ້; ພັກ, ລັດຖະ ບານ ແລະ ປະຊາຊົນລາວ ຈະພະຍາຍາມຮ່ວມກັບຝ່າຍຈີນ ເພື່ອພ້ອມກັນປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ໃຫ້ນັບມື້ໄດ້ຮັບການເສີມຂະ ຫຍາຍເຂົ້າສູ່ລວງເລິກຕົວຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດວຽກງານ ເພື່ອຜົນປະໂຫຍດຂອງປະ ຊາຊົນສອງຊາດ, ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາ ໃນພາກພື້ນ ແລະ ໃນໂລກ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາກການນຳຂັ້ນສູງຂອງລາວ ເຖິງຄູ່ຮ່ວມຕຳແໜ່ງຝ່າຍຈີນ.

ນອກຈາກນີ້, ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມທ່ຽວຊົມ ບາງເຂດທ່ອງທ່ຽວ ແລະ ສະຖານທີ່ທາງວັດທະນະທຳຂອງ ສປ ຈີນ ຕື່ມອີກ.

ທີ່ມາ: laophatthananewspaper

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...