Homeຂ່າວຕ່າງປະເທດຂົວຂາດຢູ່ອິນເດຍ ລົດເມ 2 ຄັນຕົກລົງແມ່ນ້ຳ 22 ຄົນຍັງຄົງສູນຫາຍ!

ຂົວຂາດຢູ່ອິນເດຍ ລົດເມ 2 ຄັນຕົກລົງແມ່ນ້ຳ 22 ຄົນຍັງຄົງສູນຫາຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ສິງຫາຜ່ານມານີ້ວ່າ ເກີດເຫດຂົວຂ້າມແມ່ນ້ຳສາວິຕຣີ ທາງພາກຕາເວັນຕົກ ຂອງປະເທດອິນເດຍ ຂາດລົງໃນຂະນະຝົນຕົກໜັກ ເນື່ອງຈາກອິດທິພົນຂອງ ພາຍຸມໍລະສຸມ ເຮັດໃຫ້ລົດເມ 2 ຄັນ ທີ່ກຳລັງແລ່ນເທິງຂົວ ຕົກລົງໃນແມ່ນ້ຳ ມີຜູ້ສູນຫາຍຢ່າງໜ້ອຍ 22 ຄົນ ໂດຍເຈົ້າໜ້າທີ່ກູ້ໄພອິນເດຍ ໄດ້ເລັ່ງຄົ້ນຫາຜູ້ສູນຫາຍ ດ້ວຍການສົ່ງນັກດຳນ້ຳ ແລະ ອຸປະກອນພິເສດອື່ນໆຄົ້ນຫາ ແຕ່ຈົນເຖິງປັດຈຸບັນ ແມ່ນຍັງບໍ່ສາມາດຊ່ວຍເຫລືອໃຜຂຶ້ນມາໄດ້ເລີຍ.

 

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...