spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຂົວຂ້າມທາງ ແດນເຈົ້າພາບບານໂລກຖະຫຼົ່ມທັບລົດ ເສຍຊີວິດຢ່າງໜ້ອຍ 1​ລາຍ!

ຂົວຂ້າມທາງ ແດນເຈົ້າພາບບານໂລກຖະຫຼົ່ມທັບລົດ ເສຍຊີວິດຢ່າງໜ້ອຍ 1​ລາຍ!

Published on

 

Rescue workers try to reach vehicles trapped underneath a bridge that collapsed while under construction in Belo Horizonte

 

ສຳນັກຂ່າວຣອຍເຕີຂອງອັງກິດລາຍງານວ່າ ເກີດເຫດຂົວຂ້າມຖະໜົນທີ່ຢູ່ລະຫວ່າງການກໍ່ສ້າງ ພັງຖະຫຼົ່ມລົງມາທັບລົດຍົນ

ໃນເມືອງ ເບໂລ ຮໍຣີຊອນເຕ ຂອງເບຣຊິນ ມື້ວານນີ້ (3 ກໍລະກົດ) ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ ແລະ ນັບເປັນອຸບັດ

ຕິເຫດຮ້າຍແຮງຄັ້ງລ່າສຸດ ທີ່ເຮັດໃຫ້ພາບລັກຂອງເບຣຊິນ ເຊິ່ງໄດ້ຮັບກຽດເປັນເຈົ້າພາບບານໂລກໃນປີນີ້ເສື່ອມເສຍ.

 

ຂົວແຫ່ງນີ້ຢູ່ຫ່າງຈາກສະໜາມກິລາ ມິເນເຣົາ ສະເຕດຽມ ເຊິ່ງເປັນສະຖານທີ່ຈັດການແຂ່ງຂັນບານໂລກ ພຽງ 3 ກິໂລແມັດ

ໂດຍໄດ້ພັງຖະຫຼົ່ມລົງມາ ໃນຂະນະທີ່ລົດຫຼາຍຄັນກຳລັງໃຊ້ຖະໜົນຢູ່ດ້ານລຸ່ມຂອງຂົວ, ລົດປະຈຳທາງຄັນໜຶ່ງ ຖືກຂົວຖະຫຼົ່ມ

ລົງມາທັບດ້ານໜ້າ ໃນຂະນະທີ່ລົດຍົນສ່ວນບຸກຄົນອີກຄັນໜຶ່ງ ຍັງຄົງຕິດຢູ່ໃຕ້ຊາກຂອງຂົວ ໃນສະພາບເປ່ເພໜັກໜ່ວງ.

 

ຂົວທີ່ກຳລັງກໍ່ສ້າງນີ້ ແມ່ນກ່າຍຂ້າມຖະໜົນສາຍໃຫຍ່ ທີ່ເຊື່ອມລະຫວ່າງສະໜາມກິລາ ມິເນເຣົາ ສະເຕດຽມ ກັບສະໜາມ

ບິນສາກົນ ແລະ ເປັນສ່ວນໜຶ່ງຂອງໂຄງການລົດປະຈຳທາງດ່ວນພິເສດ (Bus Rapid Transit – BTR) ທີ່ທາງການເບຣຊິນ

ສັນຍາວ່າຈະສ້າງໃຫ້ສຳເລັດ ທັນການເປີດການແຂ່ງຂັນບານໂລກຢ່າງແນ່ນອນ.
ງົບປະມານມະຫາສານ ທີ່ລັດຖະບານເບຣຊິນທຸ່ມເພື່ອກະກຽມ ທາງດ້ານສາທາລະນຸປະໂພກ ແລະ ພື້ນຖານໂຄງລ່າງສຳລັບ

ການເປັນເຈົ້າພາບບານໂລກ 2014 ໄດ້ເຮັດໃຫ້ຊາວເບຣຊິນອອກມາເດີນຂະບວນຕໍ່ຕ້ານທົ່ວປະເທດ ໃນຮອບ 1 ປີທີ່ຜ່ານ

ມາ, ແຕ່ໃນຊ່ວງ 2 – 3 ອາທິດມານີ້ ເຫດການຈະລາຈົນວຸ່ນວາຍ ໄດ້ຫຼຸດລົງໄປຫຼາຍ ເຮັດໃຫ້ການແຂ່ງຂັນເປັນໄປຢ່າງລຸໂລ່ງ

ດີກ່ວາທີ່ທີ່ແຟນບານ ແລະ ລັດຖະບານເບຣຊິນຄາດໝາຍເອົາໄວ້.

 

ຢ່າງໃດກໍຕາມ ໂຄງການກໍ່ສ້າງທີ່ຖືກເລັ່ງລັດ ເພື່ອໃຫ້ສ້າງໃຫ້ສຳເລັດທັນການແຂ່ງຂັນບານໂລກ ກໍນຳມາເຊິ່ງອຸບັດຕິເຫດ

ຮ້າຍແຮງຫຼາຍຄັ້ງ ໂດຍມີຄົນງານ 8 ຄົນ ເສຍຊີວິດລະຫວ່າງການກໍ່ສ້າງສະໜາມກິລາ ໃນ 12 ເມືອງ ເຊິ່ງເປັນສະຖານທີ່ເປີດ

ການແຂ່ງຂັນ. ດ້ານປະທານາທິບໍດີ ດິນມາ ຮຸສເຊບ ແຫ່ງເບຣຊິນ ໄດ້ໂພສຂໍ້ຄວາມລົງທາງທະວິດເຕີ້ ເມື່ອວານນີ້ (3 ກໍລະກົດ)

ເພື່ອສະແດງຄວາມເສຍໃຈ ຕໍ່ຄອບຄົວຂອງຜູ້ເຄາະຮ້າຍ ແລະ ຢືນຢັນວ່າ ລັດຖະບານກາງພ້ອມທີ່ຈະໃຫ້ຄວາມຊ່ວຍເຫຼືອ

ໜ່ວຍງານທ້ອງຖິ່ນໃນທຸກໆເລື່ອງທີ່ຈຳເປັນ.

 

ການລາຍງານຕົວເລກຜູ້ບາດເຈັບ ແລະ ເສຍຊີວິດຈາກເຫດຂົວຖະຫຼົ່ມດັ່ງກ່າວ ໃນເມືອງ ເບໂລ ຮໍຣິຊອນເຕ ຍັງຂ້ອນຂ້າງ

ສັບສົນ, ທາງສຳນັກງານດັບເພີງປະຈຳເມືອງ ຢືນຢັນຍອດຜູ້ເສຍຊີວິດ 1 ລາຍ, ບາດເຈັບ 19 ລາຍ, ໃນຂະນະທີ່ໂຄສົກກະຊວງ

ສາທາລະນະສຸກ ໄດ້ອອກມາຖະແຫຼງກ່ອນໜ້ານັ້ນວ່າ ມີຜູ້ເສີຍຊີວິດເຖິງ 2 ຄົນ ແຕ່ພາຍຫຼັງກໍອອກມາແກ້ຂ່າວວ່າ ໜຶ່ງໃນ

ນັ້ນຍັງບໍ່ສາມາດຢືນຢັນວ່າເສຍຊີວິດແລ້ວ ຫຼື ຍັງ.

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...