Homeຂ່າວຕ່າງປະເທດບຣາຊີນເພີ່ມກຳລັງທະຫານ ຮັກສາຄວາມປອດໄພ ສະຖານທີ່ທ່ອງທ່ຽວ ໄລຍະໂອລິມປິກ

ບຣາຊີນເພີ່ມກຳລັງທະຫານ ຮັກສາຄວາມປອດໄພ ສະຖານທີ່ທ່ອງທ່ຽວ ໄລຍະໂອລິມປິກ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ສິງຫາຜ່ານມານີ້ວ່າ ເຈົ້າໜ້າທີ່ທະຫານບຣາຊີ​ນ ​ໄດ້​ເພີ່​ມຈຳນວນ​ພົນທະຫານຕື່ມ​ອີກ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ ຢູ່ບໍລິ​ເວນຮູບປັ້ນພະ​ເຢຊູ ​ແລະ ບໍລິ​ເວນ​ກະ​ເຊົ້າ​ລອຍ​ຟ້າ Pao de Azucar ​ຊຶ່ງ​ເປັນສະຖານ​ທີ່​ທ່ອງ​ທ່ຽວທີ່​ມີ​ຊື່​ສຽງ 2 ​ແຫ່ງ​ຢູ່​ນະຄອນຣີໂອ ເດີ ຈາເນໂຣ ຂອງບຣາຊີ​ນ ກ່ອນ​ທີ່​ງານມະຫາກຳກິລາໂອລິມປິກ ຣີໂອ 2016 ຈະໄຂຂຶ້ນຢ່າງເປັນທາງການ ໂດຍອົງການສືບຂ່າວບຣາຊີ​ນ ໄດ້ກ່າວ​ເຕືອນ​ວ່າ ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່ມີຊື່ສຽງ ອາດ​ຈະ​ກາຍ​ເປັນ​​ເປົ້າໝາຍ​ບຸກ​ໂຈມ​ຕີ ​ຂອງ​ກຸ່ມກໍ່ການຮ້າຍ.

ປັດຈຸ​ບັນ ບຣາຊີ​ນ ມີ​ແຜນການ​ລະດົມຕຳ​ຫລວດ, ທະຫານ ​ແລະ ນັກ​ສືບ​ລັບ 88,000 ຄົນ ​ເຂົ້າ​ຮ່ວມ​ຮັບ​ປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່ Olympic 2016.

 

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...