Homeຂ່າວການພັດທະນາຄຊປປລ ແຂວງຄຳມ່ວນ ຈັດຝຶກອົບຮົມວິຊາຊີບ ໃຫ້ຊາວໜຸ່ມຜູ້ດ້ອຍໂອກາດ 70 ກວ່າຄົນ!

ຄຊປປລ ແຂວງຄຳມ່ວນ ຈັດຝຶກອົບຮົມວິຊາຊີບ ໃຫ້ຊາວໜຸ່ມຜູ້ດ້ອຍໂອກາດ 70 ກວ່າຄົນ!

Published on

ຂປລ. ຊາວ​ໜຸ່ມຜູ້​ດ້ອຍ​ໂອກາດ ຈຳນວນ 71 ຄົນ, ຍິງ 37 ຄົນ ຢູ່​ແຂວງ​ຄຳ​ມ່ວນ ​ໄດ້​ສຳ​ເລັດ​ການ​ເຂົ້າ​ຮ່ວມ​ຝຶກ​ອົບຮົມ​ວິຊາ​ຊີບ​ ​ໄລຍະ 3 ​ເດືອນ ໃນ 2 ສາຂາ ​ຄື: ສາຂາຕັດຫຍິບ ​ແລະ ສາຂາສ້ອມ​ແປງ​ກົນ​ຈັກ​ຂະໜາດ​ນ້ອຍ ​ໃນ​ທ້າຍ​ເດືອນ​ກໍລະກົດ​ຜ່ານ​ມາ. ​ເຊິ່ງສາຂາ​ຕັດ​ຫຍິບປະກອບ​ມີ 10 ຫົວ​ຂໍ້, ຮຽນພາກທິດສະດີ 40 ຊົ່ວໂມງ ແລະ ພາກປະຕິບັດ 380 ຊົ່ວໂມງ ລວມທັງໝົດ 420 ຊົ່ວໂມງ ​ແລະ​ ສາຂາສ້ອ​ມ​ແປງ​ກົນ​ຈັກ​ຂະໜາດ​ນ້ອຍ ປະກອບ​ມີ 12 ຫົວ​ຂໍ້ ຮຽນພາກທິດສະດີ 50 ຊົ່ວໂມງ ແລະ ພາກປະຕິບັດ 370 ຊົ່ວໂມງ ລວມທັງໝົດ 420 ຊົ່ວໂມງ.

ໂອກາດ​ນີ້, ທ່ານ ແກ້ວອຸດອນ ບຸດສິງຂອນ ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ​ແຂວງຄຳ​ມ່ວນ ​ໄດ້​ເນັ້ນໜັກ​ບາງ​ບັນ​ຫາ​ໃຫ້​ສຳ​ມະ​ນາກ​ອນ ທີ່​ໄດ້​ຮັບ​ການ​ຝຶກ​ອົບຮົມ ​ຕ້ອງ​ໄດ້​ບຸກບືນ​ຕົນ​ເອງ​ ໃນ​ການ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ ຊອກຫາ​ລາຍ​ຮັບ​ໃຫ້​ແກ່​ຕົນ​ເອງ ​ແລະ ຄອບຄົວ, ນຳ​ເອົາ​ບົດຮຽນ​ທີ່​ໄດ້​ຮຽນ​ມາ​ ໄປ​ນຳ​ໃຊ້​​​ໃຫ້​ເກີດ​ປະ​ໂຫຍ​ດ ​ເພື່ອ​ໃຫ້​ບັນລຸ​ 4 ບຸກ ຂອງ​ຊາວ​ໜຸ່ມປະຊາຊົນປະຕິວັດ​ລາວ ກໍຄື​ ບຸກທາງ​ດ້ານ​ວິຊາ​ຊີບ ​ສ້າງ​ວຽກ​ເຮັດ​ງານ​ທຳ ແລະ ພ້ອມ​ກັນ​ບຸກບືນ​ຊຸກຍູ້​ສົ່ງ​ເສີມ​ຕົນ​ເອງ​ ໃຫ້​ມີ​ຄວາມ​ຮູ້​ມີ​ຄວາມ​ສາມາດ ໃນ​ລະດັບ​ສູງ​ຂຶ້ນ ​ໄປພ້ອມ​ໆ​ກັບ​ການ​ພັດທະນາ​ຕົນ, ຄອບຄົວ, ສັງຄົມ ​ແລະ ປະ​ເທດ​ຊາດຢ່າງ​ມີ​ຈຸດ​ສຸ່ມ​ເປັນ​ກ້າວໆ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...