Homeຂ່າວທ້ອງຖິ່ນສະຫວັນນະເຂດເລັ່ງຟື້ນຟູ ລະບົບຕາຂ່າຍໄຟຟ້າ ທີ່ໄດ້ຮັບຜົນກະທົບຈາກພາຍຸທຳລາຍ!

ສະຫວັນນະເຂດເລັ່ງຟື້ນຟູ ລະບົບຕາຂ່າຍໄຟຟ້າ ທີ່ໄດ້ຮັບຜົນກະທົບຈາກພາຍຸທຳລາຍ!

Published on

ປັດຈຸບັນ  ບໍລິສັດ ວັດທະນາການໄຟຟ້າ ໄດ້ເລັ່ງດໍາເນີນການຟື້ນຟູ ແລະ ປົວແປງລະບົບຕາຂ່າຍໄຟຟ້າ 22 ກິໂລໂວນ ແຕ່ສະຖານີໜອງເດີ່ນ ຫາທາງເລກ 9 ທີ່ໄດ້ຮັບຜົນກະທົບ  ຈາກພາຍຸພັດຜ່ານໃນວັນທີ 18 ກໍລະກົດ 2016 ນີ້, ອັນໄດ້ເຮັດໃຫ້ລະບົບຕາຂ່າຍໄຟຟ້າດັ່ງກ່າວ ເປ່ເພເສຍຫາຍໜັກ. ສົ່ງຜົນໃຫ້ການສະໜອງໄຟຟ້າ ເຂົ້າເຂດເສດຖະກິດພິເສດສະຫວັນ-ເຊໂນ ໄດ້ຮັບຜົນກະທົບໜັກ.

ແຫລ່ງຂ່າວທ້ອງຖິ່ນໃຫ້ຮູ້ວ່າ: ຈາກການສໍາຫລວດຜົນເສຍຫາຍ ຂອງລະບົບຕາຂ່າຍໄຟຟ້າດັ່ງກ່າວ ແມ່ນຕ້ອງໄດ້ກໍ່ສ້າງຄືນໃໝ່ທັງລະບົບ ນັ້ນແຕ່ສະຖານີໄຟຟ້າໜອງເດີ່ນ ຫາທາງເລກ 9 ໂດຍມີເສົາໄຟຫັກທັງໝົດ ຈໍານວນ 50 ຕົ້ນ ທີ່ຕ້ອງໄດ້ມີການປ່ຽນຖ່າຍ, ໂດຍຈະມີຜົນເສຍຫາຍຫລາຍກວ່າ 3 ຕື້ກີບ ແລະ ນອກຈາກລະບົບຕາຂ່າຍໄຟຟ້າ 22 ກິໂລໂວນດັ່ງກ່າວ ໄດ້ຮັບຜົນເສຍຫາຍໜັກແລ້ວ ກໍຍັງມີລະບົບສາຍສົ່ງໄຟຟ້າ ແຕ່ຫລັກກິໂລແມັດທີ 7 ຫາກິໂລແມັດທີ 10 ໄດ້ຮັບຜົນເສຍຫາຍເຊັ່ນກັນ, ເຊິ່ງມີເສົາໄຟຫັກຈໍານວນ 20 ກວ່າຕົ້ນ ແລະ ເສົາໄຟເຍືອງທາງຈໍານວນໜຶ່ງ, ພ້ອມເຮືອນປະຊາຊົນ ແລະ ອາຄານຂອງ ບໍລິສັດ ສະຫວັນເວກັດ ຈໍານວນໜຶ່ງ ໄດ້ຮັບຄວາມເສຍຫາຍເຊັ່ນກັນ.

 

ແຫລ່ງຂ່າວ:

ລພນ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...