Homeຊີວິດແລະຄວາມຮັກຫຶງໂຫດ! ຂ້າແຟນສາວຕາຍຄາມື

ຫຶງໂຫດ! ຂ້າແຟນສາວຕາຍຄາມື

Published on

ໃນຊ່ວງໄລຍະຕົ້ນເດືອນມິຖຸນາ 2016 ໄດ້ມີເຫດການເສົ້າເກີດຂຶ້ນຢູ່ບ້ານນາເມືອງ, ເມືອງ ຊໍາເໜືອ, ແຂວງຫົວພັນ ຄືມີປະຊາຊົນໄປພົບເຫັນສົບຂອງຍິງສາວຄົນໜຶ່ງຢູ່ປ່າໃກ້ເຂດບ້ານດັ່ງກ່າວ ຈຶ່ງໄດ້ແຈ້ງເຈົ້າໜ້າທີ່ລົງກວດສອບຈຸດເກີດເຫດ ແລະ ຮູ້ວ່າຜູ້ຕາຍຊື່ນາງ ຕຸກຕາ ອາຍຸ 20 ປີຢູ່ບ້ານນາເມືອງ, ສະພາບສົບແມ່ນມີຮ່ອງຮອຍຊໍ້າບໍລິເວນຄໍ ແລະ ຢູ່ໃນປາກມີເສດໃບໄມ້, ຊຶ່ງເປັນຫລັກຖານສໍາຄັນທີ່ພາໃຫ້ເຈົ້າໜ້າທີ່ຢືນຢັນວ່າສົບຍິງຄົນນີ້ຖືກຄາດຕະກໍາ ຈຶ່ງໄດ້ເລັ່ງດໍາເນີນການສືບ ສວນ-ສອບສວນ ເພື່ອຕິດຕາມຫາຄົນຮ້າຍມາດໍາເນີນຄະດີ ແລະ ໃນທີ່ສຸດກໍສາມາດຈັບຕົວຄາດຕະ ກອນທີ່ລົງມືກໍເຫດດັ່ງກ່າວໄດ້ໃນທ້າຍເດືອນດຽວກັນ ຊື່ທ້າວ ຂັນຕະນາ ອາຍຸ 21 ປີຢູ່ບ້ານດຽວກັນ ແລະ ເປັນຄົນຮັກຂອງຜູ້ຕາຍ.

ຄະດີມີຢູ່ວ່າ: ທ້າວ ຂັນຕະນາ ແລະ ນາງ ຕຸກຕາ ແມ່ນເລີ່ມມັກຮັກກັນແຕ່ປີ 2014 ເປັນຕົ້ນມາ ແລະ ພາຍຫລັງພໍ່ແມ່ຂອງນາງຕຸກຕາຮູ້ວ່າທັງສອງໄດ້ພົວພັນກັນແບບຊູ້ສາວ ຈຶ່ງໄດ້ຫ້າມ ແລະ ກ່າວເຕືອນຍ້ອນວ່າທັງສອງຍັງເປັນນັກຮຽນຢູ່, ຈົນມາຮອດວັນທີ 11 ມິຖຸນາຜ່ານມານີ້, ນາງຕຸກຕາ ໄດ້ໂທລະສັບຫາທ້າວ ຂັນຕະນາ ເພື່ອນັດພົບກັນທີ່ແຄມຫ້ວຍຊຶ່ງຢູ່ຫ່າງຈາກບ້ານປະມານໜຶ່ງກິໂລ ແມັດ ແລະ ໃນການພົບກັນຄັ້ງນີ້ນາງ ຕຸກຕາ ໄດ້ບອກເລີກການພົວພັນກັບທ້າວ ຂັນຕະນາ ຈຶ່ງເກີດຄວາມໂມໂຫແລ້ວເອົາມືບີບຄໍ ແລະ ໃຊ້ກໍາປັ້ນຕີທ້ອງນາງ ຕຸກຕາ ຢ່າງແຮງຈົນລົ້ມລົງ, ຫລັງຈາກນັ້ນໄດ້ເອົາມືອັດປາກນາງ ຕຸກຕາ ຈົນເສຍຊີວິດ ແລະ ໄດ້ອູ້ມເອົາສົບເຂົ້າໄປຖີ້ມໃນປ່າຫ່າງຈາກຈຸດເກີດເຫດປະມານ 30 ແມັດ, ພ້ອມທັງເອົາໃບໄມ້ມາຢໍ້າຈົນແລກແລ້ວຢັດໃສ່ປາກຂອງຜູ້ຕາຍເຮັດຄືວ່າເປັນການຂ້າຕົວຕາຍເພື່ອອໍາພາງຄະດີ ແລະ ເອົາໂທລະສັບມືຖືຂອງຜູ້ຕາຍໄປເຜົາໄຟຖີ້ມແລ້ວກໍກັບຄືນເມືອເຮືອນ,ຈົນມາຮອດວັນທີ 24 ມິຖຸນາ 2016 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.

ທີ່ມາຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...