spot_img
Homeມຸມຂ່າວ AECການ​ປະມົງ​ອາ​ຊຽນ ພວມ​ວາງ​ມາດ​ຕະການ​ຄຸ້ມ​ຄອງ​ ປາ ​ແລະ ສັດ​ນ້ຳ

ການ​ປະມົງ​ອາ​ຊຽນ ພວມ​ວາງ​ມາດ​ຕະການ​ຄຸ້ມ​ຄອງ​ ປາ ​ແລະ ສັດ​ນ້ຳ

Published on

ກອງ​ປະຊຸມ​ຂະ​ແໜງ​ການ​ປະມົງ​ອາຊຽນຄັ້ງ​ທີ 22, ໄດ້ຈັດ​ຂື້ນ​​ທີ່​ນະຄອນຫລວງ​ກົວລາ​ລຳ​ເປີ

ລະຫວ່າງ​ທ້າຍ​ເດືອນມິຖຸນາ​ຜ່ານ​ມາ, ມີ 10 ປະ​ເທດ​ສະມາຊິກອາຊຽນ​ເຂົ້າ​ຮ່ວມ ແລະ ​ໄດ້​ເປັນ

​ເອກະ​ສັນ​ກັນ​ໃນ​ການວາງ​ມາດ​ຕະການ​ຄຸ້ມ​ຄອງ​ປາ ​ແລະ ສັດ​ນ້ຳ​ຢູ່​ໃນ​ແຕ່ລະ​ປະ​ເທດ​ໃຫ້​ມີ​

ຄວາມ​ຍືນ​ຍົງ​ເພື​່ອຮັບປະກັນ​ໃຫ້​ແກ່​ການ​ຜະລິດ​ສະບຽງ​ອາຫານ​ຢ່າງ​ພຽງພໍ.

 

ຜູ້​ແທນ​ຝ່າຍ​ລາ​ວ​​ນຳ​ໂດຍ​ທ່ານ ບຸນ​ທອງ ຊາ​ພັກດີ ຮອງ​ຫົວໜ້າ​ກົມ​ລ້ຽງສັດ ​ແລະ ການ​ປະມົງ

​ໄດ້​ຮ່ວມກັບ​ຄະນະ​ຜູ້​ແທນ​​ຈາກ​ 10 ປະ​ເທດ​ອາ​ຊຽນ, ໄດ້​ມີ​ການ​ປຶກສາ​ຫາລື​ວຽກ​ງານ​​ການ​ປະມົງ,

ພ້ອມ​ສະຫລຸບ​ຕີ​ລາຄາ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ໃນ​ປີຜ່ານມາ ​ແລະ ວາງ​ແຜນການ​ໃນ

​ປີ​ຕໍ່ໜ້າ, ກ່ຽວ​ກັບ​ວຽກ​ງານ​ທີ່​ພົວພັນ​ກັບ​ການ​ປະມົງ​ໃນ​ຂົງ​ເຂດ​ອາ​ຊຽນ ແລະ ໄດ້ ເປັນ​ເອກະສັນ

​ຕໍ່​ບັນຫາ​ສຳຄັນ​ທີ່​ຍົກ​ຂຶ້ນ​ມາ ເພື່ອວາງ​ມາດ​ຕະການ​ດຳ​ເນີນ​ການຈັດ​ຕັ້ງ​ປະຕິບັດ​ໃນ​ຂັ້ນ​ຕໍ່​ໄປ

​ເປັນ​ຕົ້ນບັນຫາ​ສາກົນ​ກ່ຽວ​ກັບ​ການ​ປະມົງ, ກອງ​ປະຊຸມ ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ

​ຮ່ວມ​ກັນ​ສະ​ແດງ​ຄວາມ​ຄິດ​​ເຫັນ​ໃນ​ແນວທາງ​ດຽວ​ກັນ;​ ຮຽກຮ້ອງ​ໃຫ້​ມີ​ການ​ຄຸ້ມ​ຄອງ​ການ​ປະມົງ

​ໃນ​ແຫ​ລ່ງນ້ຳ ແລະ ຕິດຕາມລາຍ​ງານ​ໃຫ້​ເປັນ​ປົກະຕິເພື່ອ​ເຮັດ​ໃຫ້​ປາ ແລະ ສັດ​ນ້ຳ​ຢູ່​ໃນ​ພື້ນ​ທີ່​ດັ່ງ

ກ່າວ​ມີ​ການ​ຂະຫຍາຍຕົວ​ເພີ່ມ​ຂື້ນ ແລະ ​ໃຫ້​ຍືນ​ຍົງ. ກອງ​ປະຊຸມ​ຍັງ​ໄດ້​​ເປັນ​ເອກະ​ພາບໃນການ

ສົ່ງເສີມ ໃຫ້ມີ​ການ​ປຸງ​ແຕ່ງຜະລິດ​ຕະພັນ​ປາ ​ແລະ ກໍ​ໄດ້​ສຳ​ເລັດ​ປຶ້ມ​ຄູ່​ມື​ການ​ປຸງ​ແຕ່ງ​ຜະລິດ​ຕະ

ພັນ​ປານ້ຳ​ຈືດ​ເພື່ອ​ເພີ່ມ​ມູນ​ຄ່າພ້ອມ​ກັນ​ນັ້ນ ກໍ​ໄດ້​ສຳ​ເລັດ​ການ​ສ້າງ​ຄູ່​ມື​ກ່ຽວ​ກັບ​ມາດຕະຖານ​

ການ​ນຳ​ໃຊ້​ສານ​ເຄມີ​ໃນ​ການ​ລ້ຽງ​ປາ​ຂອງ​ອາ​ຊຽນນຳອີກ.

 

ທີ່ມາ: http://laophatthananews.blogspot.com/2014/07/blog-post_3453.html

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...