Homeສຸຂະພາບ ແລະ ສີ່ງແວດລ້ອມນະຄອນຫຼວງວຽງຈັນເອົາໃຈໃສ່ເຝົ້າລະວັງພະຍາດຕັບອັກເສບ A

ນະຄອນຫຼວງວຽງຈັນເອົາໃຈໃສ່ເຝົ້າລະວັງພະຍາດຕັບອັກເສບ A

Published on

ພາຍຫຼັງທີ່ມີການລະບາດຂອງພະຍາດດັບອັບເສບ A ຢູ່ແຂວງຊຽງຂວາງເມື່ອ, ປັດຈຸບັນສາທາລະນະສຸກ ນະຄອນລວງວຽງກໍໄດ້ເອົາໃຈໃສ່ເຝົ້າລະວັງການລະບາດຂອງພະຍາດດັ່ງກ່າວຢ່າງໃກ້ສິດເພື່ອສະກັດກັ້ນ ບໍ່ໃຫ້ບໍ່ໃຫ້ລະບາດຢູ່ນະຄອນຫຼວງວຽງຈັນຢ່າງເດັດຂາດ, ໂດຍໄດ້ອອກຄຳສັ່ງແນະນຳໃຫ້ຫ້ອງການສາທາລະນະສຸກ 9 ເມືອງແລະ ໂຮງໝໍໃນນະຄອນຫຼວງວຽງຈັນໃຫ້ເອົາໃຈ ໃສ່ເຝົ້າລະວັງ ແລະ ສະກັດກັ້ນພະຍາດຕັບອັກເສບ A ດັ່ງນີ້:

1. ມອບໃຫ້ຫົວໜ້າຫ້ອງການສາທາລະນະສຸກເມືອງ, ໂຮງໝໍເມືອງມີການເຝົ້າລະວັງກຸ່ມອາການເຫລືອງໃນຄົນເຈັບຢ່າງເຄັ່ງຄັດ. ຖ້າມີກໍໃຫ້ເອົາໃຈໃສສ່ເກັບຕົວຢ່າງ ແລະ ລາຍງານຕາມລະບົບໃຫ້ທັນການ.

2. ພະຍາດອັກເສບຕັບ A ເປັນເຊື້ອພະຍາດຕິດແປດງ່າຍ, ແຕ່ບໍ່ມີຄວາມຮຸນແຮງອັດຕາການຕາຍມີພຽງ 0,3%. ແຕ່ຕ້ອງມີມາດຕະການຄວບຄຸມໃຫ້ເຂັ້ມງສດ, ໂດຍການສ້າງຄວາມເຂົ້າໃຈໃຫ້ພະນັກງານແພດໝໍ, ອຳນາດການປົກຄອງ, ຊຸມຊົນມີສ່ວນຮ່ວມໃນດ້ານສຸຂະອະນາໄມໃຫ້ຫລາຍຂຶ້ນ .

3. ຖ້າແມ່ນກໍລະນີເຫລືອງທີ່ສົງໄສຕິດເຊື້ອໄວຣັດຕັບ A ຕ້ອງປະຕິບັດການແຍກປ່ຽວໃນໂຮງໝໍ ຫລື ຄອບຄົວໃຫ້ເຄັ່ງຄັດ ເພາະພະຍາດດັ່ງກ່າວແມ່ນມີການຕິດແປດກັນຜ່ານທາງອາຫານການກິນ ແລະ ການສຳຜັດກັບອາຈົມ, ນ້ຳຍ່ຽວ, ນ້ຳມູກ, ນ້ຳລາຍຂອງຄົນເຈັບ ແລະ ຕ້ອງແຍກເຄື່ອງໃຊ້ສະ ເພາະໃຫ້ກັບຄົນເຈັບ.

4. ໃຫ້ມີການຈັດຕັ້ງໂຄສະນາສຸຂະສຶກສາທັງທາງກວ້າງ ແລະ ທາງເລິກໃຫ້ປະຊາຊົນຜູ້ມາໃຊ້ບໍລິການຢູ່ໂຮງໝໍກໍຄືຢູ່ໃນຊຸມຊົນໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ນຳໄປປະຕິບັດ ເພື່ອປ້ອງກັນຕົນເອງ ແລະ ຄົນໃນຄອບຄົວ.

5. ໃຫ້ແຕ່ລະເມືອງສົມທົບກັບອຳນາດການປົກຄອງບ້ານທີ່ມີຄວາມສ່ຽງທີ່ຈະກໍ່ໃຫ້ເກີດການ ລະບາດພະຍາດດັ່ງກ່າວໄດ້ເຊັ່ນ: ບ້ານທີ່ມີອັດຕາການຊົມໃຊ້ວິດຕໍ່າ, ນ້ຳດື່ມ ແລະ ວິຖີຊີວິດການກິນຢູ່ຍັງບໍ່ຮັບປະກັນຄວາມປອດໄພ ແລະ ສຸຂະອະນາໄມສິ່ງແວດລ້ອມຍັງເປິະເປື້ອນດັ່ງນີ້ເປັນຕົ້ນ.

6. ໃຫ້ມີການເຕົ້າໂຮມປະຊຸມຜູ້ປະກອບການນ້ຳດື່ມ, ນ້ຳກ້ອນ, ຮ້ານອາຫານທີ່ຂຶ້ນກັບເມືອງຂອງທ່ານ ເພື່ອແຈ້ງຂ່າວນີ້ໃຫ້ເຂົາເຈົ້າຊາບຕໍ່ສະຖານະການ. ພ້ອມດຽວກັນນັ້ນ ກໍໃຫ້ທຸກພາກສ່ວນຕ້ອງໄດ້ມີການກວດກາສຸຂະພາບຂອງກຳມະກອນຕົນເອງ ຖ້າບໍ່ປະຕິບັດຫາກມີເຫດການເກີດຂຶ້ນກ່ຽວຂ້ອງກັບກິດຈະການຂອງຜູ້ປະກອບການນັ້ນຕ້ອງຮັບຜິດຊອບຕໍ່ສັງຄົມ ແລະ ປິດກິດຈະການ.

7. ມອບໃຫ້ຫ້ອງການສາທາລະນະສຸກເມືອງຈົ່ງໄດ້ນຳເອົາເນື້ອໃນຂອງກອງປະຊຸມກ່ຽວກັບພະຍາດອັກເສບຕັບ A ໃນມື້ວັນທີ 21/7/2016 ນີ້ໄປເຜີຍແຜ່ຕໍ່ໃຫ້ກັບພະນັກງານແພດໝໍ ແລະ ອຳ ນາດການປົກຄອງຢູ່ໃນຂັ້ນເມືອງ, ບ້ານໄດ້ມີຄວາມເຂົ້າໃຈ ແລະ ຮ່ວມກັນປະຕິບັດຢ່າງເປັນເອກະພາບ.

8. ມອບໃຫ້ຂະແໜງຈັດຫານ້ຳສະອາດອະນາໄມສິ່ງແວດລ້ອມ ກຽມຄວາມພ້ອມກ່ຽວກັບກຼໍລິນ ເພື່ອຕອບສະໜອງເມື່ອເມືອງໃດມີຄວາມຕ້ອງການໃນການປັບປຸງນ້ຳດື່ມ ນ້ຳໃຊ້.

9. ເມື່ອທ່ານໄດ້ຮັບຄຳສັ່ງສະບັບນີ້ແລ້ວ ຈົ່ງຮີບຮ້ອນພາກັນຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ຖ້າມີບັນຫາຫຍຸ້ງຍາກ ຫລື ເຫດການອັນດ່ວນໃຫ້ແຈ້ງມາຍັງໜ່ວຍງານລະບາດວິທະຍາພະແນກສາທາລະນະສຸກນະຄອນຫລວງໃຫ້ທັນເວລາ.

ທີ່ມາ: Laophatthana Newspaper

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...