spot_img
Homeຂ່າວພາຍ​ໃນໜຶ່ງການຄ້າ ເຈົ້າຂອງ SAFE-T-CUT ໃນລາວ ຖືກລະເມີດລິຂະສິດ - ລັດເອົາແທ້ລົງກວດກາຕາມກົດໝາຍ

ໜຶ່ງການຄ້າ ເຈົ້າຂອງ SAFE-T-CUT ໃນລາວ ຖືກລະເມີດລິຂະສິດ – ລັດເອົາແທ້ລົງກວດກາຕາມກົດໝາຍ

Published on

ເພື່ອ​ເປັນ​ການ​ປົກ​ປ້ອງ ແລະ ຄຸ້ມ​ຄອງ​ກຳມະສິດ​ທາງ​ດ້ານ​ຊັບ​ສິນ​ທາງ​ປັນຍາ ຕາມ​ກົດໝາຍ​ຢ່າງ​ເຂັ້ມ​ງວດ

ແລະ ເປັນ​ການ​ປະຕິບັດ​ຕາມ​ໜັງສື​ແຈ້ງ​ສະເໜີ​ຈາກ​ບໍລິສັດ ໜຶ່ງ​ການ​ຄ້າ ຜູ້​ເປັນ​ເຈົ້າ​ຂອງ​ເຄື່ອງໝາຍ​ເຊບ

​ທີ​ຄັດ ໄດ້​ສະເໜີ​ວ່າ ມາ​ເຖິງ​ປັດຈຸບັນ ໄດ້​ມີ​ບາງ​ບໍລິສັດ ແລະ ບຸກຄົນ​ຈຳນວນ​ໜຶ່ງ ໄດ້​ນຳ​ໃຊ້​ເຄື່ອງໝາຍ​ການ​

ຄ້າ​ດັ່ງກ່າວ ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ຜູ້​ເປັນ​ເຈົ້າ​ຂອງ​ສິດ ໂດຍ​ການ​ນຳ​ເອົາ​ເຄື່ອງໝາຍ​ການ​ຄ້າ​ເຊບ​ທີ​ຄັດ

ຕິດ​ໃສ່ເຄື່ອງ​ຕັດ​ໄຟ ແລະ ພາຫະນະ (ລົດ​ຕູ້ ແລະ ລົດ​ກະບະ) ແລະ ອອກ​ຈຳໜ່າຍ​ຢູ່​ບັນດາ​ແຂວງ ແລະ ທ້ອງ

ຖິ່ນ​ຊົນນະບົດ ໂດຍ​ເຈດ​ຕະ​ນາ​ແລ້ວ ອ້າງ​ວ່າ​ເປັນ​ຜະລິດ​ຕະ​ພັນ​ເຄື່ອງ​ຕັດ​ໄຟ​ຂອງ​ແທ້ ເພື່ອ​ຫຼອກ​ລວງ​ສັງຄົມ

​ໃນ​ຂອບ​ເຂດ​ທົ່ວ​ປະເທດ ເຊິ່ງ​ສິນຄ້າ​ດັ່ງກ່າວ ໄດ້​ສົ່ງ​ຜົນ​ສະທ້ອນ​ຕໍ່​ຜູ້​ຊົມໃຊ້​ໃນ​ທ້ອງຖິ່ນ​ນັ້ນ ທັງ​ເປັນ​ການ​ລະ

ເມີດ​ສິດ​ຜູ້​ເປັນ​ເຈົ້າ​ຂອງ​ເຄື່ອງໝາຍ​ການ​ຄ້າ ແລະ ຍັງ​ເປັນ​ການ​ຜິດ​ຕໍ່​ລະບຽບ​ກົດໝາຍ​ວ່າ​ດ້ວຍ​ຊັບ​ສິນ​ທາງ​

ປັນຍາ.

qr13v8_001

 

ສະນັ້ນ ເພື່ອ​ເຮັດ​ໃຫ້​ບັນຫາ​ດັ່ງກ່າວ​ໄດ້​ຮັບ​ການ​ແກ້​ໄຂ ກົມ​ຊັບ​ສິນ​ທາງ​ປັນຍາ ຈຶ່ງ​ໄດ້​ແຈ້ງ​ມາ​ຍັງ​ພາກສ່ວນ​ກ່ຽວ

ຂ້ອງ ເພື່ອ​ຫາ​ວິທີ​ແກ້​ໄຂ​ບັນຫາ​ດັ່ງກ່າວ ໂດຍ​ປະຕິບັດ​ຕາມ​ແຈ້ງ​ການ​ຂອງ​ກົມ​ຊັບ​ສິນ​ທາງ​ປັນຍາ ກະຊວງ​ວິທະ

ຍາສາດ ແລະ ເຕັກ​ໂນ​ໂລ​ຊີ ແລະ ພະ​ແນກ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ນະຄອນຫຼວງ ວັນ​ທີ 1 ກໍລະກົດ 2014

ຜ່ານ​ມາ​ນີ້ ທ່ານ ຈັນ​ມາລາ ກຸສົນ ຫົວໜ້າ​ຂະແໜງ​ຊັບ​ສິນ​ທາງ​ປັນຍາ​ມາດຕະຖານ ແລະ ວັດແທກ ພະ​ແນກ​ວິທະ

ຍາສາດ ແລະ ເຕັກ​ໂນ​ໂລ​ຊີ ນະຄອນຫຼວງ ພ້ອມ​ດ້ວຍ​ຄະນະ​ກຳມະການ​ຊີ້​ນຳ​ວຽກ​ງານ​ຊັບ​ສິນ​ທາງ​ປັນຍາ ກໍ່​ໄດ້​ເລີ່ມ

​ລົງ​ໄປ​ກວດກາ​ສິນຄ້າ ທີ່​ລະເມີດ​ລິ​ຂະ​ສິດ​ຢູ່​ບັນດາ​ບໍລິສັດ ທີ່​ຕັ້ງ​ຢູ່​ນະຄອນຫຼວງ​ວຽງ​ຈັນ ແລະ ຜ່ານ​ການ​ລົງ​ກວດກາ

ເຫັນ​ວ່າ​ບໍລິສັດ​ຜູ້​ຈຳໜ່າຍ​ຜະລິດ​ຕະ​ພັນ​ລະເມີດ​ລິ​ຂະ​ສິດ ກໍ່​ໄດ້​ມີ​ການ​ຢຸດຕິ​ການຈຳໜ່າຍ ແລະ ຢຸດຕິ​ການ​ໂຄສະ

ນາ​ສິນຄ້າ​ດັ່ງກ່າວ ຕາມ​ປ້າຍ​ໂຄສະນາ​ທີ່​ຕິດ​ຕັ້ງ​ຢູ່​ສຳນັກງານ​ຂອງ​ບໍລິສັດ ນັບ​ແຕ່​ໄດ້​ມີ​ແຈ້ງ​ການ​ອອກ​ມາ ຖື​ວ່າ​

ບັນດາ​ຫົວໜ່ວຍ​ທຸລະ​ກິດ ບໍລິສັດ ແມ່ນ​ໄດ້​ໃຫ້ການ​ຮ່ວມ​ມື​ເປັນ​ຢ່າງ​ດີ ແລະ ທາງ​ຄະນະ​ກໍ່​ຍັງ​ຈະ​ສືບຕໍ່​ລົງ​ຕິດຕາມ

​ກວດກາ​ໄປ​ເລື້ອຍໆ.

 

ແຫຼ່ງຂ່າວ: Vientiane Mai Online

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...