HomeມູມໄອທີລາວOppo ເປີດໂຕ F1s ຢ່າງເປັນທາງການແລ້ວທີ່ອິນເດຍ!! ລາຄາເລີ່ມຕົ້ນທີ່ 2.170.000 ກີບ

Oppo ເປີດໂຕ F1s ຢ່າງເປັນທາງການແລ້ວທີ່ອິນເດຍ!! ລາຄາເລີ່ມຕົ້ນທີ່ 2.170.000 ກີບ

Published on

​ຈາກຂ່າວກ່ອນໜ້ານີ້ທີ່ Oppo ໄດ້ສົ່ງບັດເຊີນຮ່ວມງານເປີດໂຕໂທລະສັບລຸ້ນໃໝ່ຂອງບໍລິສັດທີ່ເປັນລຸ້ນສືບທອດຂອງ Oppo F1. ຫຼ້າສຸດນີ້ເອງ Oppo ກໍໄດ້ເປີດໂຕໂທລະສັບລຸ້ນດັ່ງກ່າວຢ່າງເປັນທາງການແລ້ວທີ່ປະເທດອິນເດຍ ໂດຍມີນາມວ່າ: Oppo F1s. ສຳລັບ Oppo F1s ນີ້ຈະເປັນໂທລະສັບລຸ້ນສືບທອດຂອງ F1 ເຊິ່ງແນ່ນອນວ່າຊີຣີນີ້ມີຈຸດເດັ່ນກັນທີ່ກ້ອງໜ້າ ແລະ F1s ກໍບໍ່ເຮັດໃຫ້ເສຍໃຈແນ່ນອນເພາະມາພ້ອມກັບກ້ອງໜ້າຄວາມລະອຽດເຖິງ 16 ລ້ານພິກເຊວເລີຍ ແລະມີຄຸນສົມບັດເດັ່ນໆໃຫ້ເລືອກໃຊ້ອີກຫຼາກຫຼາຍ. 

ສຳລັບສະເປັກໂດຍລວມຂອງ Oppo F1s ມີດັ່ງນີ້:

  • ຂະໜາດໂຕເຄື່ອງແມ່ນ 154.5 x 76 x 7.38 ມມ ແລະໜັກ 160 ກຣາມ. 
  • ໜ້າຈໍຂະໜາດ 5.5 ນິ້ວ, ໃຊ້ຈໍ IPS LCD ມາພ້ອມຄວາມລະອຽດ HD (720 x 1280 ພິກເຊວ). 
  • ຈໍໂຄ້ງ 2.5D ແລະປົກປ້ອງດ້ວຍແກ້ວຈໍ Corning Gorilla Glass 4. 
  • ໃຊ້ງານຊິບປະມວນຜົນອ໋ອກຕ້າຄໍ MediaTek MT6750 64-bit ພ້ອມກັບ GPU Mali-T860 MP2. 
  • RAM 3GB ແລະ ROM 32GB ສາມາດເພີ່ມກາຣ໌ດ microSD ໄດ້ອີກ 32 GB 
  • ກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ, ຮູຮັບແສງ f/2.2, PDAF ແລະແຟລັດຄູ່ LED. 
  • ກ້ອງໜ້າ 16 ລ້ານພິກເຊວ, ຮູຮັບແສງ f/2.0, ເຊັນເຊີ້ 1/3.1 ນິ້ວ ແລະມາພ້ອມກັບແອັບ Beautify 4.0. 
  • ເຊັນເຊີ້ສະແກນນິ້ວມືຕິດຕັ້ງທີ່ປຸ່ມໂຮມດ້ານໜ້າເຄື່ອງ ມີຄວາມສາມາດໃນການປົດລ໋ອກໄດ້ໄວເຖິງ 0.22 ວິນາທີ. 
  • ໃຊ້ງານລະບົບ Android 5.1 Lollipop ຄອບດ້ວຍ Color OS 3.0 UI
  • ແບັດເຕີຣີ 3075mAh
  • ຮອງຮັບ 2 ຊິມ ແລະສະແຕນບາຍໄດ້ທັງສອງ
  • ຮອງຮັບ 4G LTE, 3G, Wi-Fi 802.11 b/g/n, GPS, A-GPS, Bluetooth 4. 0, microUSB 2.0 ແລະຮູແຈັກ 3.5 ມມ. 
  • ໂຕເຄື່ອງມີທັງໝົດ 3 ສີໃຫ້ເລືອກຄື: ສີຄຳ, ສີຄຳກຸຫຼາບ ແລະສີເທົາ. 

ສຳລັບລາຄາເປີດໂຕຂອງ Oppo F1s ຢູ່ອິນເດຍ ແມ່ນປະມານ 17,990 ຣູປີ (2.170.000 ກີບ) ແລະຈະຈັດຈຳໜ່າຍແບບສະເພາະແຕ່ Amazon India ໂດຍເລີ່ມຕັ້ງແຕ່ວັນທີ 11 ສິງຫານີ້. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ:techtoyreviews

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...