Homeມຸມຂ່າວ AECກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ໄຂຂຶ້ນຢ່າງເປັນທາງການ ຢູ່ນະຄອນຫລວງວຽງຈັນ

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ໄຂຂຶ້ນຢ່າງເປັນທາງການ ຢູ່ນະຄອນຫລວງວຽງຈັນ

Published on

ຂປລ. ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 3 ສິງຫາ 2016 ຢູ່ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍມີ ທ່ານ ທອງລຸນ ສິີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ມີຄະນະຜູ້ແທນສະມາຊິກອາຊຽນ ຈາກບັນດາ 10 ປະເທດອາຊຽນ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ນາງ ເຂັມມະນີ ພົນເສນາ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນມີຄວາມສຳຄັນ ເພາະເປັນປີທຳອິດ ທີ່ໄດ້ປະກາດສ້າງຕັ້ງ ປະຊາຄົມອາຊຽນ ແລະ ຈະພ້ອມປະຕິບັດ ແຜນງານອາຊຽນ 2025 ໃຫ້ປະສົບຜົນສຳເລັດ, ພ້ອມນີ້ ລາວໄດ້ຖືເອົາ 8 ບຸລິມະສິດ ໃນເຂດເສດຖະກິດ ໃນໄລຍະເປັນປະທານອາຊຽນ ພາຍໃຕ້ເສົາຄ້ຳເສດຖະກິດ ເພື່ອຮັບປະກັນ ການປະຕິບັດແຜນງານຂອງອາຊຽນ ໃຫ້ມີການອຳນວຍຄວາມສະດວກດ້ານການຄ້າ, ຮັບປະກັນ ດ້ານສະບຽງອາຫານ, ເຂົ້າເຖິງການເງິນຂອງທຸລະກິດ ຂະໜາດກາງ ແລະ ຂະໜາດນ້ອຍ, ຮ່ວມມືພັດທະນາ ເຂດເສດຖະກິດພິເສດ ແລະ ພັດທະນາຄວາມແຕກໂຕນ ລະຫວ່າງ ປະເທດອາຊຽນນຳກັນ ເພື່ອສະໜັບສະໜູນ ຫົວຂໍ້ທີ່ລາວເປັນປະທານອາຊຽນ ໃຫ້ປະສົບຜົນສຳເລັດ ແລະ ເພື່ອສ້າງຄວາມເຂັ້ມແຂງ ເພື່ອການປະຕິບັດງານແຜນງານ AEC ກ້າວໄປ ພ້ອມໆກັນ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດກ່າວໄຂກອງປະຊຸມ ໂດຍຍົກໃຫ້ເຫັນວ່າ: ອາຊຽນໄດ້ປະສົບ ຜົນສຳເລັດຫລາຍດ້ານ ໂດຍສະເພາະອັນພົ້ນເດັ່ນ ແມ່ນສາມາດຮັກສາໄດ້ ສະຖຽນລະພາບທາງດ້ານເສດຖະກິດ, ເຮັດໃຫ້ເສດຖະກິດເຕີບໂຕຢ່າງໝັ້ນທ່ຽງ ແລະ ຕໍ່ເນື່ອງ. ບໍລິມາດການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຂອງອາຊຽນ ກໍມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ. ສິ່ງສຳຄັນ ແມ່ນການປະກາດສ້າງຕັ້ງ ປະຊາຄົມເສດຖະກິດອາຊຽນ ໃນທ້າຍປີ 2015 ເຊິ່ງໄດ້ເປັນນິມິດໝາຍ ທາງປະຫວັດສາດອັນສຳຄັນຂອງອາຊຽນ ໃນການບັນລຸເປົ້າໝາຍ 2015 ເຮັດໃຫ້ອາຊຽນ ກາຍເປັນພາກພື້ນທີ່ມີຕະຫລາດ ແລະ ຖານການຜະລິດໜຶ່ງດຽວ, ທັງມີການເຄື່ອນຍ້າຍສິນຄ້າ, ບໍລິການ, ການລົງທຶນ ແລະ ແຮງງານຢ່າງເສລີໃນພາກພື້ນ. ພ້ອມນັ້ນ, ຍັງໄດ້ສ້າງໃຫ້ອາຊຽນ ກາຍເປັນພາກພື້ນ ທີ່ມີຄວາມອາດສາມາດ ດ້ານການແຂ່ງຂັນສູງ ແລະ ສາມາດເຊື່ອມໂຍງເສດຖະກິດ ເຂົ້າກັບພາກພື້ນອື່ນໆ ຢ່າງກວ້າງຂວາງ, ເຮັດໃຫ້ອາຊຽນ ກາຍເປັນພາກພື້ນທີ່ມີການເຄື່ອນໄຫວ ບົນພື້ນຖານຫລັກການ ແລະ ລະບຽບການ ທີ່ມີຄວາມສອດຄ່ອງກົມກຽວກັນ.

ໄປຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ເຫັນວ່າ: ອາຊຽນ ຍັງຈະສືບຕໍ່ເອົາໃຈໃສ່ ຈັດຕັ້ງປະຕິບັດ ບາງແຜນວຽກທີ່ບໍ່ທັນສຳເລັດ ຕາມແຜນການທີ່ກຳນົດໄວ້ ໃນແຜນແມ່ບົດປະຊາຄົມເສດຖະກິດ ອາຊຽນ 2015 ເພື່ອໃຫ້ໄດ້ຮັບ ການປະຕິບັດໃຫ້ສຳເລັດ ຕາມເປົ້າໝາຍທີ່ວາງໄວ້. ອາຊຽນຈະຕ້ອງໄດ້ສືບຕໍ່ ສຸມໃສ່ການເຈລະຈາ ເປີິດຂະແໜງການບໍລິການ ໃຫ້ຄົບຕາມຈຳນວນທີ່ໄດ້ວາງໄວ້ຢູ່ໃນສັນຍາ ການຄ້າດ້ານການບໍລິການອາຊຽນ, ພ້ອມທັງ ເລັ່ງປັບປຸງສັນຍາການຄ້າ ດ້ານການບໍລິການອາຊຽນ ໃຫ້ມີຄວາມສອດຄ່ອງ ກັບສະພາບຄວາມເປັນຈິງ ໃນປັດຈຸບັນ. ຢ່າງໃດກໍຕາມ ອາຊຽນຕ້ອງໄດ້ສຸມໃສ່ ບັນຫາທີ່ຕິດພັນກັບ ການອຳນວຍຄວາມສະດວກ ທາງດ້ານການຄ້າ ໂດຍສະເພາະບັນຫາສິິ່ງກີດຂວາງບໍ່ແມ່ນອັດຕາພາສີ, ຂັ້ນຕອນການແຈ້ງພາສີ ແລະ ການສ້າງລະບຽບການ ພາຍໃນທີ່ບໍ່ເອື້ອອຳນວຍຕໍ່ການຄ້າ. ພ້ອມນີ້ ອາຊຽນຕ້ອງສືບຕໍ່ເພີ່ມທະວີການປັບປຸງ ບັນດາລະບຽບການ, ກົນໄກ ແລະ ຂັ້ນຕອນຕ່າງໆ ເພື່ອສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການລົງທຶນ ແລະ ເຮັດໃຫ້ອາຊຽນ ເປັນຈຸດໝາຍປາຍທາງດຽວກັນ ຂອງການລົງທຶນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...