Homeຂ່າວພາຍ​ໃນທີມຊາດລາວ U13 ຄວ້າແຊ້ມຢູ່ທີ່ ສປ ຈີນ

ທີມຊາດລາວ U13 ຄວ້າແຊ້ມຢູ່ທີ່ ສປ ຈີນ

Published on

ທີມຊາດລາວ U13 ເອົາຊະນະ ທີມ Jeongsa Academy (Malaysia) ຈາກມາເລເຊຍ 3-0 ໂດຍໄດ້ປະຕູຈາກ ສີສຸພັນ ອັກຄະວົງ 2 ປະຕູ ແລະ ຄໍາແພງ ພັນທອງຄໍາ 1 ປະຕູ ຄວ້າແຊ໋ມລາຍການແຂ່ງຂັນ ລາຍການບານເຕະເພື່ອມິດຕະພາບລະຫວ່າງຊາວໜຸ່ມ ອາຊຽນ-ຈີນ ຫລື 2016 soong ching ling cup china-asean youth football friendly match ໃນລະຫວ່າງວັນທີ 28 ກໍລະກົດ ຫາ 4 ສິງຫາ 2016 ເຊິ່ງຈັດຂຶ້ນຢູ່ທີ່ນະຄອນຫລວງ ປາກກິ່ງ ສປ. ຈີນ ມີ 10 ທີມເຂົ້າຮ່ວມແບ່ງອອກເປັນ 2 ກຸ່ມ, ກຸ່ມ A ປະກອບມີ SHENZEN (ສປ.ຈີນ), Yanbian (ສປ.ຈີນ), ມາເລເຊຍ, ຫວຽດນາມ ແລະ ມຽນມາ, ກຸ່ມ B ປະກອບມີ ປາກກິງ (ສປ.ຈີນ) , ອິນໂດເນເຊຍ, ລາວ , ກຳປູເຈຍ ແລະ ໄທ.

44
ສະຫລຸບຜົນການແຂ່ງຂັນທີມຊາດລາວ ໃນຮອບແບ່ງກຸມ ແຂ່ງຂັນ 3 ນັດ ຊະນະ 2 ສະເຫມີ 1 ມີ 7 ຄະແນນ
– ວັນທີ 31 ກໍລະກົດ 2016
ເວລາ 10:40 ອິນໂດເນເຊຍ ເສຍ ລາວ 0-3
ເວລາ 15:30 ປາກກິງ ສະເຫມີ ລາວ 1-1
– ວັນທີ 01 ສິງຫາ 2016
ເວລາ 10:40 ລາວ ຊະນະ ກຳປູເຈຍ 7-0
– ວັນທີ 02 ສິງຫາ 2016
ເວລາ 09:30 ລາວ ພົບ ໄທ 8-0
ນັດຊີງຊະນະເລີດ
– ວັນທີ 03 ສິງຫາ 2016
ລາວ ຊະນະ Jeongsa Academy (Malaysia) 3-0

77

ສະຫລຸບອັນດັບ
ຊະນະເລີດ ທີມຊາດລາວ U13
ຮອງຊະນະເລີດ Jeongsa Football Academy (Malaysia)
ອັນດັບສາມ Yanbian (China)
ນັກກິລາດີເດັ່ນປະຈໍາການແຂ່ງຂັນ: ສີສຸພົນ ອັກຄະວົງ
ດາວຍິງສູງສຸດ: ສີສຸພົນ ອັກຄະວົງ 7 ປະຕູ
ນັກຮັບດີເດັ່ນ: ບຸດເທວາ ຄໍາດີ ເສຍ 1 ປະຕູ ຕະຫລອດການແຂ່ງຂັນ
ທີມມາລະຍາດດີເດັ່ນ: ກໍາປູເຈຍ

401

ແຫລ່ງຂ່າວຈາກ: Lao Football News ຂ່າວສານບານເຕະລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...