Homeຂ່າວທ້ອງຖິ່ນເນື້ອທີ່ການຜະລິດປະຊາຊົນ 5 ກຸ່ມບ້ານ ເມືອງຫົວເມືອງ ຖືກຕັກແຕນທຳລາຍກ້ຽງ!

ເນື້ອທີ່ການຜະລິດປະຊາຊົນ 5 ກຸ່ມບ້ານ ເມືອງຫົວເມືອງ ຖືກຕັກແຕນທຳລາຍກ້ຽງ!

Published on

ຂປລ. ຕາມ​ການ​ລາຍ​ງານ​ຈາກ​ ຫ້ອງການກະສິກຳ–ປ່າ​ໄມ້ ​ເມືອງ​ຫົວ​ເມືອ​ງ ​ແຂວງ​ຫົວພັນ​ ໃຫ້​ຮູ້​ວ່າ: ​ປະຊາຊົນ​​ 5 ກຸ່ມ​ບ້ານ​ຂອງ​ເມືອງ​ຫົວ​ເມືອງຄື: ກຸ່ມ​ບ້ານ​ເມືອງ​ອໍ້, ​ບ້ານ​ສົບ​ເລົ້າ, ​ບ້ານ​ຄັ້ງ​ຄາວ, ​ບ້ານ​ໂພນ​ໄຊ ​ແລະ ກຸ່ມ​ບ້ານ​ເມືອງ​ເປິ​ນ ​ໄດ້​ຮັບ​ຜົນ​ກະທົບ​ຢ່າງໜັກຈາກ​ຝຸງ​ຕັກ​​ແຕນ ​ໄມ້ປ່ອງ​ທຳລາຍ​ເນື້ອ​ທີ່​ທຳ​ການ​ຜະລິດ ​ເສຍຫາຍ 369 ​ກວ່າເຮັກຕາ, ມີ 17 ບ້ານ, 200 ກວ່າ​ຄອບຄົວ​. ​ໃນ​ນີ້​ມີ 5 ບ້ານ​ທີ່​ຖືກ​ຝຸງ​ຕັກ​​ແຕນ​ໄມ້ປ່ອງ​ ກັດ​ກິນ​ຕົ້ນ​ເຂົ້າ, ຕົ້ນ​ສາລີ​ ເຮັດ​ໃຫ້ເນື້ອທີ່​ທຳ​ການ​ຜະລິດເສຍ​ຫາຍ 100% ຄື: ບ້ານ​ສົ້ນ​ຂົວ ​ເນື້ອ​ທີ່​ໄຮ່​ເຂົ້າ​ເສຍ​ຫາຍ 26 ​ເຮັກຕາ, ​​ໄຮ່​ສາລີ 3,3 ​ເຮັກຕາ; ບ້ານ​ໂຮງ​ອ້ອຍ ເຂົ້າ​ໄຮ່ 55,7 ​ເຮັກຕາ; ບ້ານ​​ໂຮມ​ພັນ ​ເຂົ້າ​ໄຮ່ 1,7 ​ເຮັກຕາ; ບ້ານ​ນ້ຳ​ປ້ອງ ​ໄຮ່​ສາລີ 6 ​ເຮັກຕາ ​ແລະ ບ້ານ​ຫົວຊຽງ ​​ໄຮ່​ສາລີ 8 ​ເຮັກຕາ.

ຕໍ່ກັບ​ສະພາບ​ການ​ດັ່ງກ່າວ, ​ທາງ​ການ​ນຳ​ເມືອງ ກໍຄື​ຫ້ອງການ​ກະສິກຳ–ປ່າ​ໄມ້ ​​ໄດ້​ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ​ ຂັ້ນ​ຕ່າງໆ ນຳ​ເອົາ​ຢາຂ້າ​ຕັກ​​ແຕນ​ ລົງ​ແຈ​ກຢາຍ​ໃຫ້​ພໍ່​ແມ່​ປະຊາຊົນ ​ຜູ້​ທີ່ໄດ້​ຮັບ​ຜົນ​ກະທົບ ພ້ອມ​ທັງແນະນຳ​ວິທີ​ການ​ນຳ​ໃຊ້​ຢ່າງ​ລະອຽດ. ພ້ອມ​ທັງເຝົ້າ​ຕິດຕາມ​ການລະບາດ​ ຂອງ​ຝຸງ​ຕັກ​​ແຕນ​​ໄມ້ປ່ອງ​ເປັນ​ປົກກະຕິ ​ເມື່ອ​ພົບ​ເຫັນ​ ລະບາດ​ຢູ່​ຂົງ​ເຂດ​ໃດ ຕ້ອງ​ໄດ້​ແກ້​ໄຂ​​ໃຫ້ທັນ​ການ ​ເພື່ອ​ຈຳກັດ​ບໍ່​ໃຫ້​ຂະຫຍາຍ​ວົງ​ກວ້າງ​ ອອກ​ສູ່​ເຂດ​ອື່ນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...