Homeຂ່າວການພັດທະນາສຳເລັດການປັບປຸງ 658 ໂຄງການເຊື່ອມໂຍງເຄືອຂ່າຍ ຄົມມະນາຄົມຂົນສົ່ງ

ສຳເລັດການປັບປຸງ 658 ໂຄງການເຊື່ອມໂຍງເຄືອຂ່າຍ ຄົມມະນາຄົມຂົນສົ່ງ

Published on

ລັດຖະບານລາວ ສຳເລັດການປັບປຸງ 658 ໂຄງການເຊື່ອມໂຍງເຄືອຂ່າຍຄົມມະນາຄົມ – ຂົນສົ່ງໃນທີ່ສາມາດເຊື່ອມຕໍ່ 148 ເມືອງໃນ ລາວ ກັບ ປະເທດເພື່ອນບ້ານໃນເຂດລຸ່ມ ແມ່ນ້ຳຂອງໄດ້ແລ້ວ.

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ຖະແຫຼງຢືນຢັນວ່າໃນສົກປີ 2015-2016 ນີ້ລັດຖະບານ ລາວ ໄດ້ຈັດສັນງົບປະມານໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງໃນມູນຄ່າ 400 ຕື້ກີບສຳລັບນຳໃຊ້ໃນກອງທຶນທາງ ໂດຍໃນໄລຍະທີ່ຜານມາກໍໄດ້ນຳໃຊ້ກອງທຶນດັ່ງກ່າວໄປເພື່ອການປັບປຸງໂຄງການເຄືອຂ່າຍຄົມມະນາຄົມ-ຂົນສົ່ງພາຍໃນປະເທດໄດ້ເຖິງ 658 ໂຄງການ ໃນນີ້ກໍເປັນການບູລະນະຮັກສາ ແລະ ສ້ອມແປງຂົວທາງ 528 ໂຄງການ ແລະ ການຍົກລະດັບເສັ້ນທາງຫຼວງ 30 ໂຄງການທີ່ເຊື່ອມຕໍ່ 148 ເມືອງໃນ ລາວ ກັບປະເທດໃນລຸ່ມແມ່ນ້ຳຂອງດ້ວຍກັນໄດ້ແລ້ວ.

ໂດຍໃນປະຈຸບັນນີ້ ໃນທົ່ວປະເທດລາວ ມີເສັ້ນທາງຄົມມະນາຄົມ-ຂົນສົ່ງທາງບົກຄິດເປັນໄລຍະທາງລວມເຖິງ 51,900 ກວ່າກິໂລແມັດ ທັງມີໄລຍະທາງທີ່ເພີ່ມຂຶ້ນເຖິງ 10,836 ກິໂລແມັດ ທຽບໃສ່ປີ 2010 ແລະ ຍັງເຮັດເສັ້ນທາງຄົມມະນາຄົມ-ຂົນສົ່ງດັ່ງກ່າວສາມາດເຊື່ອມຕໍ່ 148 ເມືອງໃນ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໄດ້ຕະຫຼອດປີ ສ່ວນການເຊື່ອມໂຍງກັບປະເທດເພື່ອນບ້ານໃນລຸ່ມແມ່ນ້ຳຂອງນັ້ນຍັງແນໃສ່ການພັດທະນາໃຫ້ ລາວ ເປັນສູນການການເຊື່ອມຈອດດ້ານການຄ້າ ແລະ ບໍລິການອີກດ້ວຍ

 

ແຫລ່ງຂ່າວຈາກ: http://lao.voanews.com/

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...