spot_img
Homeຂ່າວຕ່າງປະເທດຜູ້ນຳຕວກກີ ກຽມແກ້ລັດຖະທຳມະນູນ ໃຫ້ກອງທັບຂຶ້ນຕໍ່ ປະທານາທິບໍດີໂດຍກົງ ຫລັງຖືກລັດຖະປະຫານ!

ຜູ້ນຳຕວກກີ ກຽມແກ້ລັດຖະທຳມະນູນ ໃຫ້ກອງທັບຂຶ້ນຕໍ່ ປະທານາທິບໍດີໂດຍກົງ ຫລັງຖືກລັດຖະປະຫານ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ສິງຫາຜ່ານມານີ້ວ່າ ທ່ານ ເຣເຊບ ເຕຢິບ ເອີໂດກັນ ປະທານາທິບໍດີຕວກກີ ກຽມສະເໜີແຜນແກ້ໄຂລັດຖະທຳມະນູນ ໂດຍການໃຫ້ໜ່ວຍງານສືບຂ່າວແຫ່ງຊາດ ແລະ ເສນາທິການແຕ່ລະຝ່າຍຂອງກອງທັບ ທັງທັບປົກ, ທັບເຮືອ ແລະ ທັບອາກາດ ຂຶ້ນຕໍ່ໂດຍກົງກັບປະທານາທິບໍດີ ແລະ ລາຍງານໂດຍກົງໄປຍັງ ລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມກັນນັ້ນ ໂຮງຮຽນການທະຫານທຸກແຫ່ງ ຈະຖືກຍົກເລີກ ແລ້ວຈັດຕັ້ງເປັນວິທະຍາໄລການທະຫານແຫ່ງຊາດ ຂຶ້ນແທນ.

ນອກຈາກນີ້, ຜູ້ນຳຕວກກີ ຍັງມີແຜນການຂະຫຍາຍເວລາ ສະຖານະການສຸກເສີນພາຍໃນປະເທດ ຈາກທີ່ກຳນົດໄວ້ 3 ເດືອນ ອອກໄປອີກ ຊຶ່ງເປັນຄວາມພະຍາຍາມຂອງຜູ້ນຳຕວກກີ ໃນການປະຄັບປະຄອງອຳນາດລັດ ພາຍຫລັງຖືກກອງທັບຂອງຕົນ ເຮັດລັດຖະປະຫານໂຄ່ນລົ້ມອຳນາດ ແຕ່ບໍ່ສຳເລັດ.

 

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...