Homeຂ່າວຕ່າງປະເທດລັດເທັກຊັສຂອງອາເມຣິກາ ຜ່ານກົດໝາຍ ອະນຸຍາດໃຫ້ນັກສຶກສາ ຖືປືນເຂົ້າມະຫາວິທະຍາໄລໄດ້!

ລັດເທັກຊັສຂອງອາເມຣິກາ ຜ່ານກົດໝາຍ ອະນຸຍາດໃຫ້ນັກສຶກສາ ຖືປືນເຂົ້າມະຫາວິທະຍາໄລໄດ້!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ສິງຫານີ້ວ່າ ລັດເທັກຊັສ ປະເທດສະຫະລັດອາເມຣິກາ ໄດ້ຜ່ານກົດໝາຍ ອະນຸຍາດໃຫ້ນັກສຶກສາມະຫາວິທະຍາໄລ ທີ່ມີອາຍຸແຕ່ 21 ປີຂຶ້ນໄປ ສາມາດຖືອາວຸດປືນ ເຂົ້າໄປໃນຫ້ອງຮຽນໄດ້ ແຕ່ຈະຕ້ອງຢູ່ໃນລັກສະນະປົກປິດ ແລະ ເປັນປືນສັ້ນເທົ່ານັ້ນ.  ກົດໝາຍສະບັບດັ່ງກ່າວນີ້ ໄດ້ເຮັດໃຫ້ລັດເທັກຊັສ ກາຍເປັນລັດທີ 8 ຂອງສະຫະລັດອາເມຣິກາ ທີ່ອະນຸຍາດໃຫ້ນັກສຶກສາ ຖືອາວຸດປືນເຂົ້າໄປໃນອາຄານໂຮງຮຽນ ໂດຍຍົກເວັ້ນສະໜາມກິລາ ແລະ ຫ້ອງທົດລອງວິທະຍາສາດ ຊຶ່ງກຸ່ມຜູ້ສະໜັບສະໜູນ ໄດ້ຢືນຢັນວ່າ ການຖືອາວຸດປືນເຂົ້າໄປມະຫາວິທະຍາໄລ ເປັນສິດທິໃນການປ້ອງກັນຕົນເອງ ເພື່ອຫລຸດຄວາມສ່ຽງ ຈາກການຖືກໂຈມຕີກວາດຍິງ ທີ່ມັກເກີດຂຶ້ນຢູ່ໃນມະຫາວິທະຍາໄລ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...