spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ລັກວາງລະເບີດປາສົ່ງຜົນໃຫ້ໂຕເອງ ແລະ ໝູ່ເສຍຊີວິດ

ລັກວາງລະເບີດປາສົ່ງຜົນໃຫ້ໂຕເອງ ແລະ ໝູ່ເສຍຊີວິດ

Published on

ເກີດເຫດລະເບີດແຕກຍ້ອນການລັກລອບວາງລະເບີດຫາປາທີ່ຜິດຕໍ່ລະບຽບກົດໝາຍເປັນເຫດເຮັດໃຫ້ໂຕເອງພ້ອມໝູ່ທີ່ໄປນຳເສຍຊີວິດ.ເຫດການຄັ້ງນີ້ເກີດຂຶ້ນໃນເວລາ 3 ໂມງເຊົ້າຂອງວັນທີ 26 ກໍລະກົດ 2016 ຢູ່ທີ່ບ້ານຫົວປາຂໍ້ ກຸ່ມ I ເມືອງຈຳປາສັກ.

ອີງຕາມການລາຍງານຂອງນາຍບ້ານໆຫົວປາຂໍ້ ໃຫ້ການວ່າ : ທ້າວ ໂລ້,ທ້າວ ຈ່ອຍ,ທ້າວ ໂລຍ ທັງສາມຄົນໄດ້ລົງຫາປາໃນເວລາກາງຄືນຂ້ອນແຈ້ງຕອນເຊົ້າຂອງມື້ນັ້ນ ໂດຍພາກັນລັກວາງລະເບີດເພື່ອເອົາປາ ແລະ ກໍ່ເປັນເວລາທີ່ມວນຊົນບໍ່ຄ່ອຍມີໃຜເຫັນ ທັງສາມຈິ່ງໄດ້ໂອກາດອອກໄປວາງລະເບີດຫາປາແບບຜິດກົດໝາຍຢູ່ຕາມແຄມຝັ່ງແມ່ນ້ຳຂອງ ເພື່ອຈະຫວັງເອົາປາທີ່ພວກມັນເລາະຫາກິນຕາມແຄມຝັ່ງແມ່ນ້ຳຂອງ. ແຕ່ບັງເອີນມື້ນັ້ນ ລະເບີດພັດບໍ່ແຕກ ແລ້ວຈິ່ງຄ່ອຍຊາວເອົາລະເບີດຂຶ້ນມາໃສ່ເຮືອ ແລ້ວຈາກນັ້ນກໍ່ບັງເອີນເກີດລະເບີດຂຶ້ນມາຢ່າງກະທັນຫັນຈິ່ງເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 2 ຄົນ,ບາດເຈັບ 1 ຄົນ ຜູ້ເສຍຊີວິດ 2 ຄົນ ຊື່ທ້າວ ໂລ້ ພູມວິເສດ ອາຍຸ 36 ປີ ອາຊີບກຳມະກອນ ບ້ານຫົວປາຂໍ້ ສ່ວນຜູ້ທີ 2 ແມ່ນທ້າວ ຈ່ອຍ ອາຍຸ 31 ປີ ອາຊີບກຳມະກອນ ບ້ານຫົວປາຂໍ້ ຜູ້ທີ່ຖືກ ບາດເຈັບສາຫັດ ໄດ້ນຳສົ່ງໄປໂຮງໝໍແຂວງຈຳປາສັກ ຊື່ທ້າວ ໂລຍ ອາຍຸ 16 ປີ ບ້ານຫົວປາຂໍ້. ສຳລັບຈຸດເກີດເຫດຄາດວ່າຢູ່ຫາງດອນຫົວປາຂໍ້ ຫົວບ້ານຂອນແກ່ນ ສ່ວນຊະນິດລະເບີດນັ້ນ ທາງເຈົ້າໜ້າທີ່ກຳລັງສືບສວນສອບສວນຢູ່ເພື່ອ ຊອກຫາສາເຫດຂອງການກະທຳດັ່ງກ່າວ.

ຂ່າວ-ພາບ:ສີຈັນ ອຸດົມໄຊ ຖວທເມືອງ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...