HomeຊີວິດແລະຄວາມຮັກWedding-Sex-loveເລື່ອງທີ່ໜ້າສົນໃຈກ່ຽວກັບ "ຊ້າງນ້ອຍ" ຂອງທ່ານຊາຍທີ່ບາງຄົນອາດຍັງບໍ່ຮູ້

ເລື່ອງທີ່ໜ້າສົນໃຈກ່ຽວກັບ “ຊ້າງນ້ອຍ” ຂອງທ່ານຊາຍທີ່ບາງຄົນອາດຍັງບໍ່ຮູ້

Published on

ເຊື່ອວ່າຜູ້ຊາຍຫຼາຍໆຄົນ ຮູ້ໜ້າທີ່ຂອງອະໄວຍະວະເພດຊາຍວ່າເອົາໄວ້ເຮັດຫຍັງ ແຕ່ຄວາມຈິງແລ້ວຄົນຈຳນວນຫຼາຍອາດຍັງບໍ່ຮູ້ລົງເລິກກ່ຽວກັບ ຊ້າງນ້ອຍຂອງຕົນເອງ ໃນຄໍຣຳ (18+) ຄວາມຮັກ ກັບ ເຊັກສ໌ ພວກເຮົາເລີຍຂໍຍົກຫົວຂໍ້ ທີ່ເວົ້າກ່ຽວກັບເລື່ອງທີ່ໜ້າສົນໃຈຂອງຊ້າງນ້ອຍຂອງຜູ້ຊາຍ ມາເວົ້າສູ່ຟັງ ເຊິ່ງຈະມີແນວໃດນັ້ນເຮົາມາອ່ານກັນເລີຍ

ຂະໜາດມາດຕະຖານຂອງອະໄວຍະວະເພດຊາຍ:  ມີຜົນການວິໄຈຈາກ King’s College London ປະເທດອັງກິດ ໄດ້ເຮັດການສຳຫຼວດຜູ້ຊາຍກວ່າ 15,000 ຄົນ ພົບວ່າຂະໜາດມາດຕະຖານຂອງອະໄວຍະວະເພດຊາຍ ໃນເວລາແຂງຕົວເຕັມທີ່ຈະມີຄວາມຍາວ 5.2 ນິ້ວ ແລະ ມີເສັ້ນຮອບວົງປະມານ 4.6 ນິ້ວ ໃນເວລາທີ່ມັນຍັງບໍ່ແຂງຕົວ ຈະມີຄວາມຍາວ 3.6 ນິ້ວ ແລະ ມີເສັ້ນຮອບວົງທີ່ 3.7 ນິ້ວ

a152

ອະໄວຍະວະເພດຊາຍຈະໂດ່ງຢ່າງໜ້ອຍຄືນລະ 3 ຄັ້ງ: ສຳລັບຄົນທີ່ນອນລັບສະນິດຢ່າງເຕັມທີ່ 6-8 ຊົ່ວໂມງຕໍ່ຄືນ ຊ້າງນ້ອຍ ຈະແຂງຕົວໃນເວລານອນລັບ 3-5 ຄັ້ງ ໂດຍຈະໃຊ້ເວລາແຂງດົນເຖິງ 25-35 ນາທີ ນັ້ນແປວ່າອະໄວຍະວະເພດມີສຸຂະພາບດີ

ເສັ້ນສອງສະລຶງ ຄືຈຸດທີ່ໄວຕໍ່ຄວາມຮູ້ສຶກທີ່ສຸດ: ຄືເສັ້ນເອັນຂະໜາດນ້ອຍທີ່ເຊື່ອມຕໍ່ລະຫວ່າງສ່ວນຫົວ ແລະ ໜັງຫຸ້ມປາຍອະໄວຍະວະເພດ ເມື່ອທ່ານຖືກກະຕຸ້ນບໍລິເວນດັ່ງກ່າວ ຈິ່ງເຮັດໃຫ້ຜູ້ຊາຍຮູ້ສຶກສຽວຊ້ານຂຶ້ນມາທັນທີ

a151

ອາກາດໜາວເຢັນເຮັດໃຫ້ຊ້າງນ້ອຍຫົດຕົວໄດ້: ດຣ. ດາຣິອຸສ ພາດັຊ ຈາກ Weill Cornell Medicine ປະເທດສະຫະລັດອາເມລິການ ບອກວ່າ ເມື່ອຜູ້ຊາຍຢູ່ທ່າມກາງອຸນຫະພູມທີ່ໜາວເຢັນ ອະໄວຍະວະເພດຈະຫົດຕົວລົງເຖິງ 50%

ອະໄວຍະວະເພດສາມາດຫັກໄດ້: ເຖິງອະໄວຍະວະເພດຊາຍຈະມີກະດູກຄືແຂນ ແລະ ຂາ ແຕ່ມັນກໍ່ສາມາດຫັກໄດ້ ຫາກທ່ານບັນເລງເພງຮັກຢ່າງໜັກໜ່ວງ ຫຼື ຊ່ວຍຕົວເອງແບບຮຸນແຮງເກີນໄປ ບວກກັບການທີ່ມີເລືອດສູບສີດໄປທີ່ນ້ອງຊາຍຫຼາຍເກີນໄປກໍ່ອາດເຮັດໃຫ້ອະໄວຍະວະເພດຫັກໄດ້

ອະໄວຍະວະເພດຊາຍທີ່ມີໜັງຫຸ້ມປາຍຫຼາຍຈະມີເຊື້ອພະຍາດຫຼາຍກວ່າພວກມີໜັງຫຸ້ມປາຍໜ້ອຍ: ເພາະເຊື້ອແບັດທີເຣຍສ່ວນຫຼາຍຈະຢູ່ທີ່ໜັງຫຸ້ມປາຍ

ທີ່ມາ: http://men.kapook.com/view150541.html

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...