Homeຂ່າວຍົນຕົກເຮືອບິນຂະໜາດນ້ອຍຂອງໄທປະສົບເຫດ ຕົກລົງໃສ່ຄອງນ້ຳພ້ອມຜູ້ໂດຍສານ

ເຮືອບິນຂະໜາດນ້ອຍຂອງໄທປະສົບເຫດ ຕົກລົງໃສ່ຄອງນ້ຳພ້ອມຜູ້ໂດຍສານ

Published on

ເວລາປະມານ 16:30 ນາທີ ທີ່ເຂດໜອງຈອກ ນະຄອນຫຼວງບາງກອກ ປະເທດໄທ ໄດ້ເກີດເຫດ ເຮືອບິນໂດຍສານເຊົ່າເໝົາລຳ ໄດ້ປະສົບອຸບັດເຫດຕົກລົງໃສ່ຄອງນ້ຳ ເຮັດໃຫ້ມີຜູ້ເສຍຊີວິດທັນທີ 1 ຄົນເປັນນັກບິນທີສອງ, ມີຜູ້ບາດເຈັບອີກຈຳນວນ 3 ຄົນ ແລະປະຊາຊົນຢູ່ພື້ນດິນໄດ້ຮັບບາດເຈັບໄປນຳ 2 ຄົນ ກ່ອນທີ່ປະຊາຊົນ ແລະໜ່ວຍກຸ້ໄພໄດ້ພ້ອມກັນໃຫ້ການຊ່ວຍເຫຼືອ ເອົາຜູ້ບາດເຈັບແລະເສຍຊີວິດອອກຈາກຍົນ ສົ່ງໂຮງໝໍໂດຍດ່ວນ.

ເຮືອບິນໂດຍສານຂະໜາດນ້ອຍ (ເຊົ່າເໝົາລຳ) ລຳດັ່ງກ່າວນີ້ ໄດ້ອອກເດິນທາງຈາກສະໜາມບິນນານາຊາດ ສຸວັນນະພູມ ມຸ່ງໜ້າໄປຍັງຈັງຫວັດນະຄອນລາຊະສີມາໃນຕອນເຊົ້າ ແລະຕອນຊ່າຍເຮືອບິນລຳດັ່ງກ່າວ ກໍໄດ້ອອກເດິນທາງກັບຈາກ ຈັງຫວັດນະຄອນລາຊະສີມາ ໄປຍັງສະໜາມບິນສຸວັນນະພູມ ແຕ່ເກີດເຫດຂັດຂ້ອງ ແລະໄດ້ຕົກລົງໃສ່ຄອງນ້ຳຄືດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບຄືດັ່ງກ່າວ ພ້ອມທັງສະພາບຂອງລຳເຮືອບິນກໍເສຍຫາຍຢ່າງໜັກ.

ເຊົ່າເໝົາລຳ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...