spot_img
Homeເກມ"ໂຫຼດເຖື່ອນມາຢອກກັບບໍ່ໂກງ" ລວມວິທີກວນຜູ້ຫຼິ້ນເກມຜິດລິຂະສິດຈາກຜູ້ຜະລິດເກມ

“ໂຫຼດເຖື່ອນມາຢອກກັບບໍ່ໂກງ” ລວມວິທີກວນຜູ້ຫຼິ້ນເກມຜິດລິຂະສິດຈາກຜູ້ຜະລິດເກມ

Published on

ສາມາດຕິດຕາມສະເພາະຂ່າວໄອທີ ແລະ ເກມໄດ້ທີ່ >>ລິ້ງນີ້<<

ປັດຈຸບັນນີ້ເວົ້າໄດ້ວ່າເກມແບບຜິດລິຂະສິດນັ້ນເປັນຂອງຄູ່ກັນກັບເກມແທ້ໄປແລ້ວ ໂດຍສະເພາະແມ່ນເກມ PC ທີ່ມັກມີສາລະພັດ Crack ອອກມາບໍ່ດົນຫຼັງຈາກເກມອອກມາ, ​ແຕ່ກໍມີບາງຜູ້ຜະລິດທີ່ໃສ່ມຸກຕ່າງໆເຂົ້າໄປໃນເກມເພື່ອກວນຜູ້ຫຼິ້ນເກມຜິດລິຂະສິດນີ້ ຈະເປັນວິທີແບບໃດແດ່ມາເບິ່ງນຳກັນເລີຍ. 

ບໍ່ມີໂຕເລືອກໃຫ້ປັບ Field of View ຈາກເກມ Far Cry 4

Field of View (FOV) ນັ້ນເປັນສິ່ງສຳຄັນອີກຢ່າງໜຶ່ງໃນຍຸກ Widescreen ທີ່ຈະຊ່ອຍໃຫ້ຜູ້ຫຼິ້ນປັບມຸມມອງທີ່ຢາກເຫັນໄດ້ຕາມສະດວກເຊິ່ງສ່ວນໃຫຍ່ກໍຢາກແນມມຸມມອງກວ້າງໆ ເພື່ອຊົມບັນຍາກາດໃນເກມ ແຕ່ວ່າໃນ Far Cry 4 ແບບເຖື່ອນນັ້ນຈະບໍ່ມີໂຕເລືອກ FOV ໃຫ້ປັບເຮັດໃຫ້ຄົນທີ່ມາຈົ່ມເລື່ອງ FOV ໃນໂລກອອນລາຍນັ້ນຖືກເວົ້າໃຫ້ເຕັມໆວ່າຫຼິ້ນເກມເຖື່ອນຈາກຜູ້ຜະລິດນັ້ນເອງ. 

ລິບຄ້າງ ຈາກເກມ Talos Principle

ເກມແນວແກ້ໄຂບັນຫາທີ່ກວນຄົນຫຼິ້ນເຖື່ອນດ້ວຍການ ເຮັດໃຫ້ໂຕລະຄອນຕິດຢູ່ໃນລິບໂດຍບໍ່ມີທາງອອກ ເຊິ່ງເຮັດໃຫ້ຄົນຫຼິ້ນເຖື່ອນຄຶດວ່າເປັນ Bug ເຖິງຂັ້ນມາໂພສໃນບອຣ໌ດ Steam ແລະຜູ້ຜະລິດກໍໄດ້ອອກມາສະແດງຄວາມຍິນດີກັບຄົນໆນັ້ນວ່າເປັນການກວນຄົນຫຼິ້ນເຖື່ອນນັ້ນເອງ 55+. 

ຫຼຸດຄວາມໄວໃນການແລ່ນໃນຕອນທີ່ຈະໂດດ ຈາກເກມ Mirror’s Edge

ເກມທີ່ເນັ້ນການແລ່ນໝົດເກມແບບ Mirror’s Edge ນັ້ນ ທາງ EA ໄດ້ລັກກວນຄົນຫຼິ້ນເຖື່ອນດ້ວຍການເຮັດໃຫ້ສາກທີ່ຕ້ອງໃຊ້ການແລ່ນກ່ອນຈະໂດດຕຶກນັ້ນ ໂຕເກມຈະເຮັດການຫຼຸດຄວາມໄວຂອງໂຕລະຄອນລົງເຮັດໃຫ້ຂ້າມໄປອີກຝາກບໍ່ໄດ້ ເວົ້າໄດ້ວ່າເຈັບຊ້ຳກັນສຸດໆເລີຍ. 

ຜ້າຄຸມບໍ່ພື ຈາກເກມ Batman:Arkham Asylum

ໃນສາກຫ້ອງທີ່ມີແກ໋ສພິດທີ່ເຮົາຕ້ອງໂດດຂ້າມໂດຍໃຊ້ການບິນຊ່ອຍນັ້ນ ຜ້າຄຸມຂອງແບດແມນຈະບໍ່ພືເຮັດໃຫ້ຄົນຫຼິ້ນເຖື່ອນໂດດບໍ່ຂ້າມແລ້ວຕົກລົງໄປເລື້ອຍໆ ເປັນອີກການກວນທີ່ມີຄົນເຂົ້າມາແຈ້ງບັ໊ກແຕ່ພັດພົບກັບການຕອບກັບຈາກຜູ້ພັດທະນາວ່າເປັນບັນຫາທີ່ຈິດສຳນຶກຂອງຄົນຫຼິ້ນ ເວົ້າໄດ້ວ່າເຈັບສຸດໆເລີຍ. 

ລູກປືນໄກ່ ຈາກເກມ Crysis Warhead

ຖ້າຫາກວ່າເປັນມຸກທີ່ເອົາໄປໃສ່ໃນເກມທີ່ມີອາວຸດແປກໆແບບ Saint Row ຈະເໝາະກວ່າຫຼາຍ ແຕ່ວ່າມັນພັດຢູ່ໃນເກມແນວຍິງຈິງຈັງແບບ Crysis ທີ່ຖ້າຫຼິ້ນເຖື່ອນແລ້ວ ຈະມີເຫດການທີ່ປືນເຮົາຍິງອອກໄປເປັນໄກ່ 55+ ຖືວ່າເປັນເລື່ອງຕະຫຼົກແຕ່ເຈັບອີກຢ່າງໜຶ່ງສຳລັບຄົນຫຼິ້ນເຖື່ອນເລີຍ. 

ໜ້າຈໍເຄື່ອນໄຫວໄປມາ ຈາກເກມ Grand Theft Auto 4

ຖ້າຫາກໂຕເກມຈັບໄດ້ວ່າເຮົາຫຼິ້ນຂອງເຖື່ອນຢູ່ ຈະເຮັດໃຫ້ໜ້າຈໍໃນເກມເຄື່ອນໄຫວໄປມາຄືກັບຄົນເມົາຢູ່ເປັນໄລຍະໆ ທີ່ເວົ້າໄດ້ວ່າແມ່ນໂບນັດມຸມມອງແບບຄົນເມົາໃນເກມເລີຍກໍໄດ້ ແລະເປັນອີກວິທີໜຶ່ງທີ່ໃຊ້ກວນຄົນຫຼິ້ນເຖື່ອນໄດ້ດີເລີຍ. 

ຜ້າປິດຕາຮູບໂຈນສະຫຼັດ ຈາກເກມ Alan Wake

ເປັນການຢອກໆກວນໆທີ່ບໍ່ໄດ້ມີຜົນເສຍກັບການຫຼິ້ນແຕ່ຢ່າງໃດພຽງແຕ່ໂຕເອກຂອງເກມຈະມີຜ້າປິດຕາຮູບໂຈນສະຫຼັດ ເພື່ອເປັນເຄື່ອງຊ່ອຍເຕືອນໃຈໃຫ້ຄົນຫຼິ້ນຫັນມາຫຼິ້ນເກມແທ້ ຖືວ່າເປັນວິທີທີ່ສຸພາບສຸດໆເລີຍ. 

ແມງປ໋ອງອຳມະຕະ ຈາກເກມ Serious Sam 3

ຫຼັງຈາກທີ່ຜູ້ຫຼິ້ນໄດ້ປືນບອກທຳອິດໃນຕອນຫຼິ້ນເກມ ຖ້າຫາກວ່າຫຼິ້ນເກມເຖື່ອນ ກໍຈະໄດ້ພົບກັບແມງປ໋ອງອຳມະຕະທີ່ແລ່ນມາໄລ່ຂ້າຜູ້ຫຼິ້ນດ້ວຍຄວາມໄວແບບທີ່ໜີບໍ່ໄດ້ເລີຍ ເວົ້າໄດ້ວ່າເປັນການກວນແບບເດັດຂາດທີ່ສຸດ ເພາະເຖິງຂັ້ນເສຍເວລາໂຫຼດມາດົນໆແຕ່ພັດໄດ້ຫຼິ້ນພຽງແປັບດຽວເທົ່ານັ້ນ 55+. 

ລຶບເຊບເກມ ຈາກເກມ EarthBound

ຖືວ່າເປັນເກມທີ່ມີອາຍຸພໍສົມຄວນເພາະຕັ້ງແຕ່ປີ 1994 ເທິງເຄື່ອງ Super Famico ໄດ້ໃສ່ວິທີສຸດກວນໃຫ້ກັບຄົນທີ່ມັກຫຼິ້ນເຖື່ອນແບບເຈັບສຸດໆດ້ວຍການໃສ່ສັດຕູເຂົ້າໄປຫຼາຍໆ ເຮັດໃຫ້ເສຍເວລາຫຼິ້ນຫຼາຍຂຶ້ນ ແລະສາກຈົບເກມຈະຄ້າງແລະເມື່ອຣີເຊັດເຊບກະຈະຖືກລຶບ ເວົ້າໄດ້ວ່າເຈັບຊ້ຳກັນສຸດໆໄປເລີຍ. 

ບໍລິສັດເກມເຈັ້ງເພາະໂຫຼດເຖື່ອນ ຈາກເກມ Game Dev Tycoon

ເກມຈຳລອງການສ້າງເກມທີ່ເວົ້າໄດ້ວ່າຈັດການຄົນຫຼິ້ນເຖື່ອນໄດ້ແຮງສຸດໆ ດ້ວຍວິທີການເຮັດໃຫ້ມີຂໍ້ຄວາມເດັ້ງຂຶ້ນມາບອກວ່າ “ບໍລິສັດເຮົາກຳລັງຈະເຈັ້ງໃນອີກບໍ່ດົນຖ້າຫາກຍັງມີການໂຫຼດຫຼິ້ນເກມນີ້ແບບຜິດລິຂະສິດຢູ່” ແລະຫຼັງຈາກນັ້ນບໍ່ດົນເງິນກໍຈະໝົດໄປແລະເຮັດໃຫ້ຜູ້ຫຼິ້ນເຈັ້ງໃນທີ່ສຸດ.

ແຕ່ເຖິງຢ່າງໃດກໍຕາມການທີ່ຜູ້ພັດທະນາເຮັດແບບນີ້ກໍເພາະຢາກໃຫ້ເຮົາຫັນມາຫຼິ້ນເກມແທ້ແດ່ ບໍ່ແມ່ນຈະຫຼິ້ນແຕ່ເກມເຖື່ອນຢ່າງດຽວ ເພາະຜູ້ພັດທະນາເກມຖ້າຫາກບໍ່ມີລາຍຮັບເຂົ້າກໍຊ່ຳກັບວ່າບໍລິສັດບໍ່ມີເງິນທີ່ຈະພັດທະນາເກມດີໆມາໃຫ້ເຮົາຫຼິ້ນ ຖ້າຫາກໃຜມີບັນຫາເລື່ອງເງິນຫຼືບໍ່ສາມາດຊື້ໃນລາຄາເຕັມໄດ້ ໂຕເກມກໍຍັງມີຊ່ວງຫຼຸດລາຄາແບບສຸດໆຢູ່ນຳ ແນະນຳວ່າໃຫ້ຫັນກັບມາຫຼິ້ນເກມແທ້ກັນຫຼາຍຂຶ້ນກະຍັງດີ “ໃຈເຂົາໃຈເຮົາ”. 

ທີ່ມາ:online station

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...