spot_img
Homeຂ່າວການສຶກສາສົ່ງນັກສຶກສາລາວ 12 ຄົນ ໄປສຶກສາຕໍ່ຢູ່ເອີຣົບ ຍັງມີອີກກວ່າ 30 ທຶນໃຫ້ສະໝັກ! ສົນໃຈຄລິກອ່ານ!

ສົ່ງນັກສຶກສາລາວ 12 ຄົນ ໄປສຶກສາຕໍ່ຢູ່ເອີຣົບ ຍັງມີອີກກວ່າ 30 ທຶນໃຫ້ສະໝັກ! ສົນໃຈຄລິກອ່ານ!

Published on

ທ້າຍອາທິດຜ່ານມານີ້, ທີ່ສໍານັກງານຜູ້ຕາງໜ້າ ສະຫະພາບເອີຣົບປະຈໍາລາວ, ໄດ້ມີງານລ້ຽງສົ່ງນັກສຶກສາ 12 ຄົນ ທີ່ໄດ້ຮັບທຶນການສຶກສາແລກປ່ຽນ (Erasmus Plus International Credit Mobility) ຈາກບັນດາປະເທດສະມາຊິກເອີຣົບ ເຊັ່ນ: ປະເທດໄຊປຣັດ, ສາທານະລັດເຊັກ, ຝຣັ່ງ, ໂປໂລຍ ແລະ ປອກຕຸຍການ ໃນລະດັບຕ່າງໆ, ນັບແຕ່ການຝຶກອົບຮົມໄລຍະສັ້ນ ໄປຈົນຮອດລະດັບປະລີນຍາເອກ ໃນສົກປີ 2016. ໂດຍມີທ່ານອຸປະທູດສະຫະພາບເອີຣົບປະຈໍາລາວ ມີແຊນ ໂກແຟງ, ຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ກະຊວງການຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດ, ທູຕານູທູດ ແລະ ອະດິດນັກສຶກສາ ທີ່ເຄີຍໄດ້ຮັບທຶນດັ່ງກ່າວ ເຂົ້າຮ່ວມເປັນຈໍານວນຫລາຍ.

ທຶນການສຶກສານີ້, ແມ່ນການຊ່ວຍເຫລືອດ້ານການເງິນ ແກ່ສະຖາບັນການສຶກສາຕ່າງໆ ແລະ ສໍາລັບບຸກຄົນ, ເພື່ອຍົກສູງຄຸນນະພາບການສຶກສາຊັ້ນສູງ ໂດຍຜ່ານການສະໜັບສະໜູນທຶນການສຶກສາ, ການຮ່ວມມືດ້ານວິຊາການ ແລະ ການແລກປ່ຽນລະຫວ່າງເອີຣົບ ແລະ ບັນດາປະເທດຕ່າງໆໃນທົ່ວໂລກ ເພື່ອປັບປຸງຄຸນນະພາບການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດຂອງປະເທດຕ່າງໆ.

ທ່ານອຸປະທູດສະຫະພາບເອີຣົບ ກ່າວວ່າ: ການສຶກສາມີບົດບາດສໍາຄັນຫລາຍ ໃນການພັດທະນາຂອງປະເທດ, ໂດຍຜ່ານການສົ່ງເສີມ ການແລກປ່ຽນດ້ານການສຶກສາ ກັບບັນດາປະເທດໃນທົ່ວໂລກ ລວມເຖິງ ສປປ ລາວ ເຮົາ ໄດ້ປະກອບສ່ວນເຂົ້າໃນການ ນໍາເອົາບຸກຄະລາກອນທີ່ມີຄຸນນະພາບມາສູ່ປະເທດ ເພື່ອປະກອບສ່ວນ ເຂົ້າໃນການພັດທະນາປະເທດໃຫ້ດີຂຶ້ນ. ທັງເປັນການວາງພື້ນຖານທີ່ເປັນຮູບປະທໍາ ເພື່ອກ້າວສູ່ລະບົບການສຶກສາ ທີ່ມີມາດຕະຖານ ເພື່ອຮັບປະກັນວ່າ ສປປ ລາວ ຈະສາມາດຮອງຮັບນັກຮຽນ, ພະນັກງານ ແລະ ຄູອາຈານ ແລກປ່ຽນຈາກບັນດາມະຫາວິທະຍາໄລຕ່າງໆ ທີ່ເປັນຄູ່ຮ່ວມມືຈາກເອີຣົບ ແລະ ພາກພື້ນທີ່ຕ້ອງການ ມາແລກປ່ຽນດ້ານການຮຽນ-ການສອນຢູ່ລາວ, ໃນທ່າມກາງບັນຍາກາດ ການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ. ດັ່ງນັ້ນຕາງໜ້າສະຫະພາບເອີຣົບ  ຂໍຊຸກຍູ້ໃຫ້ນັກຮຽນ, ນັກສຶກສາ ລວມເຖິງພະນັກງານທຸກພາກສ່ວນ ຂອງລາວ ທີ່ມີຄວາມສົນໃຈສະໝັກເອົາທຶນດັ່ງກ່າວ ຈົ່ງກະກຽມຕົນເອງໃຫ້ດີ ກ່ອນທີ່ຈະດໍາເນີນຂັ້ນຕອນສະໝັກ, ໂດຍສະເພາະແມ່ນທັກສະດ້ານພາສາຕ່າງປະເທດ ເພື່ອຮັບປະກັນຜົນສໍາເລັດທີ່ສູງຂື້ນ, ຊຶ່ງມີອີກປະມານ 30 ກວ່າທຶນການສຶກສາຂອງ ສະຫະພາບເອີຣົບ ໃນຂອບຮ່ວມມືສົກປີ 2015 ກໍຈະໄດ້ມອບໃຫ້ແກ່ນັກສຶກສາລາວ ໃນຊຸມປີທີ່ຈະເຖິງນີ້ ໂດຍຜ່ານການຄັດເລືອກ ຕາມເງື່ອນໄຂຂອງສະຫະພາບເອີຣົບ.

ແຕ່ປີ 2004 ເປັນຕົ້ນມາ, ສະຫະພາບເອີຣົບ ໄດ້ສະໜອງທຶນການສຶກສາຫລາຍກວ່າ 250 ທຶນໃຫ້ແກ່ ສປປ ລາວ ເພື່ອສືບຕໍ່ສຶກສາໃນລະດັບຕ່າງໆ ເຊັ່ນ: ການຝຶກອົບຮົມທາງດ້ານວິຊາສະເພາະ, ປະລີນຍາຕີ, ໂທ ແລະ ເອກ ຢູ່ບັນດາປະເທດສະມາຊິກຂອງສະຫະພາບເອີຣົບ.

ສໍາລັບຂໍ້ມູນກ່ຽວກັບທຶນການສຶກສາດັ່ງກ່າວ ສາມາດເບິ່ງໄດ້ທີ່ເວບໄຊ: http://ec.europa.eu/programmes/erasmus-plus/Erasmus+-European CommissionEU programmer for education. Training. Youth and sport ec.europa.eu 

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...