spot_img
Homeມຸມຂ່າວ AECກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຈະມີຂຶ້ນແຕ່ວັນທີ 1-6 ສິງຫານີ້ ທີ່ນະຄອນຫລວງວຽງຈັນ

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຈະມີຂຶ້ນແຕ່ວັນທີ 1-6 ສິງຫານີ້ ທີ່ນະຄອນຫລວງວຽງຈັນ

Published on

ໃນລະຫວ່າງວັນທີ 1-6 ສິງຫານີ້, ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ, ໃນນາມປະທານກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ຈະເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 (AEM), ກອງປະຊຸມສະພາເຂດການຄ້າເສລີອາຊຽນ (ASEAN Free Trade Area Council Meeting) ຄັ້ງທີ 30, ກອງປະຊຸມສະພາການລົງທຶນອາຊຽນ (ASEAN Investment Agreement) ຄັ້ງທີ 19 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ, ໂດຍສະເພາະໃນວັນທີ 5 ສິງຫາຈະເຖິງນີ້, ຈະມີກອງປະຊຸມລັດຖະມົນຕີການຄ້າ ຮອບດ້ານລະດັບພາກພື້ນ (RCEP) ຄັ້ງທີ 4 ແລະ ໃນວັນທີ 6 ສິງຫາ ແມ່ນກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນໃໝ່ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ ຄັ້ງທີ 8 (8TH CLMV Economic Ministers Meeting) ລວມທັງໝົດ 22 ກອງປະຊຸມ, ຊຶ່ງຈະຈັດຂຶ້ນທີ່ນະຄອນຫລວງວຽງຈັນ, ສປປ ລາວ ຫລັງຈາກນັ້ນ ຈະມີການຖະແຫລງຂ່າວ ຜົນສຳເລັດຂອງກອງປະຊຸມ ໃນວາລະສຸດທ້າຍຂອງກອງປະຊຸມ ຄືໃນວັນທີ 6 ສິງຫາ 2016. ນອກນັ້ນ ໃນໄລຍະດັ່ງກ່າວ ຍັງຈະມີງານວາງສະແດງສິນຄ້າ ຈາກພາກທຸລະກິດ ແລະ ມີ 3 ກິດຈະກຳ ຊຶ່ງເປັນເວທີພົບປະລະຫວ່າງພາກລັດ ແລະ ພາກທຸລະກິດ ໂດຍສະເພາະແມ່ນ ກອງປະຊຸມເວທີການປຶກສາຫາລືຂອງການເປັນຜູ້ນຳ (ASEAN Leadership Forum) ຄັ້ງທີ 13 ໂດຍເປັນກຽດເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມດັ່ງກ່າວ ໂດຍທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 48 ຈະໄດ້ສືບຕໍ່ປຶກສາຫາລື ແລະ ຕິດຕາມ ກ່ຽວກັບບັນຫາຕ່າງໆ ທີ່ໄດ້ມີການປຶກສາຫາລື ໃນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 22 ຊຶ່ງໄດ້ຈັດຂຶ້ນໃນເດືອນມີນາ 2016, ທີ່ຊຽງໃໝ່ປະເທດໄທ ບັນດາລັດຖະມົນຕີເສດຖະກິດອາຊຽນ ຍັງຈະໄດ້ສຸມໃສ່ ປຶກສາຫາລື 8 ແຜນງານບູລິມະສິດ ສຳລັບເສົາຄ້ຳເສດຖະກິດ ຊຶ່ງຄາດວ່າໃນກອງປະຊຸມ AEM ຄັ້ງທີ 48 ນີ້ ຈະໄດ້ຮັບຮອງເອົາ 8 ແຜນວຽກບູລິມະສິດດັ່ງກ່າວ, ພ້ອມນີ້ ບັນດາລັດຖະມົນຕີ ຍັງຈະໄດ້ປຶກສາຫາລື ກ່ຽວກັບບັນດາມາດຕະການ ສ້າງປະຊາຄົມເສດຖະກິດອາຊຽນ 2015, ວາງແຜນ ແລະ ກຳນົດທິດທາງ ການຈັດຕັ້ງປະຕິບັດແຜນງານ ປະຊາຄົມເສດຖະກິດອາຊຽນ 2025. ໃນກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ຄາດວ່າຈະຮັບຮອງເອົາເອກະສານສຳຄັນຂອງອາຊຽນ ແລະ ອາຊຽນກັບຄູ່ຮ່ວມເຈລະນາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ.

ກ່ອນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ຈະມີກອງປະຊຸມກະກຽມ ໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ (Preparetory SEOM Meeting) ແລະ ກອງປະຊຸມກະກຽມໃຫ້ແກ່ກອງປະຊຸມ ລະດັບລັດຖະມົນຕີປະເທດສະມາຊິກອາຊຽນໃໝ່ (Prepareatory CLMV SEOM Meeting) ໃນລະຫວ່າງວັນທີ 1-2 ສິງຫານີ້. ທີ່ນະຄອນຫລວງວຽງຈັນ.

ພິທີຖະແຫລງຂ່າວ ກ່ຽວກັບການກະກຽມຄວາມພ້ອມຈັດກອງປະຊຸມດັ່ງກ່າວ ມີຂຶ້ນໃນຕອນແລງຂອງວັນທີ 31 ກໍລະກົດນີ້, ທີ່ໂຮງແຮມ ດອນຈັນ ພາເລດ ນະຄອນຫລວງວຽງຈັນ, ໂດຍ ທ່ານ ລາວຮົວ ເຈີຈິງ ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...