Homeຂ່າວເຫດການສະຖານທູດຈີນປະຈຳລາວ ສະຫລອງວັນສ້າງຕັ້ງກອງທັບ ສປ ຈີນ ຄົບຮອບ 89 ປີ

ສະຖານທູດຈີນປະຈຳລາວ ສະຫລອງວັນສ້າງຕັ້ງກອງທັບ ສປ ຈີນ ຄົບຮອບ 89 ປີ

Published on

ວັນທີ 28 ກໍລະກົດນີ້, ສະຖານທູດຈີນປະຈຳລາວ ໄດ້ຈັດງານລ້ຽງສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 89 ປີ (1/8/1927-1/8/2016) ຂຶ້ນທີ່ສະຖານ ທູດຂອງຕົນ ໃນນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນການພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ກວນ ຮວາປິງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ແລະ ຊາວຈີນ ທີ່ອາໄສຢູ່ລາວ ເຂົ້າຮ່ວມເປັນຈໍານວນຫລາຍ.

ທ່ານ ເຊີນຍົງຈິງ ທູດທະຫານບົກ, ເຮືອ, ອາກາດຈີນ ປະຈຳ ສປປ ລາວ ໄດ້ຍົກໃຫ້ເຫັນ ປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບປົດປ່ອຍປະຊາຊົນຈີນ ໃນຕະຫລອດໄລຍະ 89 ປີຜ່ານມາ, ກໍຄື  ສອງກອງທັບ ຈີນ-ລາວ ໄດ້ຜູກມິດຕະພາບອັນເລິກເຊິ່ງ ເສຍສະຫລະເລືອດເນື້ອ ໃນການສູ້ຮົບຮ່ວມກັນ ເພື່ອຕໍ່ສູ້ຕ້ານການຮຸກຮານ ຈາກປະເທດພາຍນອກ ພາຍໃຕ້ການຊີ້ນຳ-ນຳພາ ອັນສະຫລາດສ່ອງໃສ ແລະ ຊຸກຍູ້ຢ່າງຕັ້ງໜ້າ ຂອງການນຳສອງພັກ-ສອງລັດ ແລະ ສອງກອງທັບ ຈີນ-ລາວ ຈົນສາມາດຍາດໄດ້ ໄຊຊະນະຮ່ວມກັນ

ທ່ານ  ເຊີນຍົງຈິງ ໃຫ້ຮູ້ຕ່ືມວ່າ: ກອງທັບປົດປ່ອຍປະຊາຊົນຈີນ ໄດ້ເຂົ້າຮ່ວມສົງຄາມຕ້ານຟາດສິດຂອງໂລກ, ເຂົ້າຮ່ວມກິດຈະກຳ ຮັກສາສັນຕິພາບຂອງສະຫະປະຊາຊາດ, ຮ່ວມມືຕ້ານກໍ່ການຮ້າຍສາກົນ, ການປ້ອງກັນການເດີນເຮືອ ແລະ ການກູ້ໄພຂອງສາກົນ ແລະ ອື່ນໆ, ໄດ້ລົງເລິກການແລກປ່ຽນ ແລະ ການຮ່ວມມືກັບກອງທັບຂອງບັນດາປະເທດຕ່າງໆ, ຮ່ວມກັນສ້າງສະພາບແວດລ້ອມຄວາມໝັ້ນຄົງສາກົນ, ປະກອບສ່ວນອັນສຳຄັນ ເຂົ້າໃນການຮັກສາສັນຕິພາບຂອງໂລກ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...