Homeຂ່າວການພັດທະນາການບິນລາວ ປັບປຸງລະບົບຄວາມປອດໄພ ຮອງຮັບການເພີ່ມຂຶ້ນ ຂອງຕະຫລາດການບິນ

ການບິນລາວ ປັບປຸງລະບົບຄວາມປອດໄພ ຮອງຮັບການເພີ່ມຂຶ້ນ ຂອງຕະຫລາດການບິນ

Published on

ລັດວິສາຫະກິດການບິນລາວ, ພວມສຸມໃສ່ພັດທະນາການບໍລິການ ແລະ ປັບປຸງລະບົບຄວາມປອດໄພຂອງຕົນ ຢ່າງຮອບດ້ານ ຕາມມາດຕະຖານສາກົນເທື່ອລະກ້າວ, ເພື່ອຕອບສະໜອງ ດ້ານການບໍລິການ ຂົນສົ່ງໂດຍສານທາງອາກາດ ທີ່ເຫັນວ່ານັບມື້ເພີ່ມຂຶ້ນນັ້ນ ໃຫ້ມີປະສິດພາບສູງຂຶ້ນ.

ທ່ານຮອງອໍານວຍການ ລັດວິສາຫະກິດການບິນລາວ ສົມສະໄໝ ວິຊຸນນະລາດ ໃຫ້ຮູ້ວ່າ: ປັດຈຸບັນ ລັດວິສາຫະກິດການບິນລາວ ມີພະນັກງານລັດຖະກອນ-ກໍາມະກອນ ທັງໝົດ 923 ຄົນ, ໃນນັ້ນຍິງ 363 ຄົນ, ມີສາຂາບໍລິການພາຍໃນປະເທດ 7 ແຫ່ງ ແລະ 14 ແຫ່ງຢູ່ຕ່າງປະເທດ ແລະ ເພື່ອຮອງຮັບກັບ ການເຕີບໃຫຍ່ຂະຫຍາຍຕົວ ຂອງທຸລະກິດການບິນໃນປັດຈຸບັນກໍຄືອານາຄົດ, ພວກເຮົາໄດ້ສຸມໃສ່ ພັດທະນາຂອດບໍລິການ ແລະ ລະບົບຄວາມປອດໄພຮອບດ້ານເຊັ່ນ: ໂຄງປະກອບການຈັດຕັ້ງ ແລະ ຊັບຊ້ອນພະນັກງານ ໃຫ້ສອດຄ່ອງກັບເງື່ອນໄຂ ສະພາບການດໍາເນີນທຸລະກິດ, ສ້າງປື້ມຄູ່ມື, ຝຶກອົບຮົມວຽກງານການບໍລິການ ແລະ ວິຊາສະເພາະ ໃຫ້ພະນັກງານທັງຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ຕາມມາດຕະຖານສາກົນ. ໂດຍສະເພາະການກວດກາຄຸນນະພາບ, ຄວາມປອດໄພ ແລະ ການຮັກສາຄວາມປອດໄພ ຊຶ່ງຖືວ່າເປັນຫົວໃຈຫລັກ ຂອງການບໍລິການຂອງການບິນລາວ. ໃນປີ 2016 ນີ້, ການບິນລາວໄດ້ຮັບຢັ້ງຢືນ ມາດຕະຖານຄວາມປອດໄພສາກົນ ຈາກສະມາຄົມຂົນສົ່ງ ການຂົນສົ່ງທາງອາກາດສາກົນ, ອັນໄດ້ສ້າງຄວາມເຊື່ອໝັ້ນ ໃຫ້ບໍລິສັດປະກັນໄພທີ່ປະເທດອັງກິດ ໃນການຕໍ່ສັນ ຍາປະກັນໄພ ໃນສົກປີ 2016-2017 ພ້ອມທັງມີສ່ວນຫລຸດລົງອີກ 20% ຂອງມູນຄ່າປະກັນໄພ ແລະ ເຫັນໄດ້ຈາກການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດ ຈຶ່ງໄດ້ວ່າຈ້າງນັກບິນຕ່າງປະເທດທີ່ມີຄຸນນະພາບ ຊຶ່ງກວມປະມານ 50% ຂອງນັກບິນທັງໝົດ ເພື່ອມາຊ່ວຍໃນການປະຕິບັດຖ້ຽວບິນ, ພ້ອມທັງຕິດຕັ້ງລະບົບຕິດຕາມເຮືອບິນ ທີ່ປະຕິບັດໜ້າທີ່ໃນຕະຫລອດ 24 ຊົ່ວໂມງ, ເອົາໃຈໃສ່ວຽກງານສ້ອມບໍາລຸງເຮືອບິນ ໃຫ້ໄດ້ຕາມເຂື່ອນໄຂມາດຕະຖານ ຂອງກົມການບິນພົນລະເຮືອນ ແລະ ສາກົນ. ນອກຈາກນີ້ ຍັງເພີ່ມທະວີເອົາໃຈໃສ່ຢ່າງເຂັ້ມງວດ ວຽກງານປ້ອງກັນເຂດພາຍນອກອາຄານ ແລະ ໃນອາຄານ ເປັນຕົ້ນ: ເພີ່ມມາດຕະການກວດກາເວນຍາມ ຕະຫລອດ 24 ຊົ່ວໂມງໃນຈຸດຈອດລົດ, ສ້າງຂົນສົ່ງສີນຄ້າ, ກວດກາຊໍາພາລະ ແລະ ຜູ້ໂດຍສານ ເພື່ອຮັບປະກັນບໍ່ໃຫ້ມີການນໍາເອົາວັດຖຸອັນຕະລາຍ, ອາວຸດ ແລະ ອຸປະກອນທີ່ເກືອດຫ້າມອື່ນໆ ເຂົ້າເຂດສະໜາມບິນ ແລະ ເຮືອບິນໄດ້ໂດຍເດັດຂາດ.

ທ່ານຮອງອໍານວຍການວິສາຫະກິດດັ່ງກ່າວ ໃຫ້ຮູ້ວ່າ: ໃນໂອກາດກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ທີ່ຈະຈັດຂຶ້ນໃນມໍ່ໆນີ້, ສໍາລັບການບິນລາວ ໄດ້ກະກຽມຄວາມພ້ອມໝົດແລ້ວ ເພື່ອອໍານວຍຄວາມສະດວກ ໃນດ້ານຕ່າງໆ ເປັນຕົ້ນ: ຈັດສັນແຜນການບິນທັງພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ຖືກຕ້ອງຕາມວັນເວລາ, ມີຄວາມເປັນລະບຽບ ແລະ ມີຄວາມປອດໄພດີ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...