Homeເກມບົດຄວາມເກມ: ຕົ້ນກຳເນີດຂອງຊີຣີ Final Fantasy

ບົດຄວາມເກມ: ຕົ້ນກຳເນີດຂອງຊີຣີ Final Fantasy

Published on

ສຳລັບຊີຣີເກມ Final Fantasy (ພາສາຍີ່ປຸ່ນ ファイナルファンタジー) ຖືເປັນຊີຣີໜຶ່ງໃນຕຳນານຂອງເກມແນວ RPG ທີ່ຄົນທົ່ວໂລກຮູ້ຈັກກັນເປັນຢ່າງດີ (ລວມເຖິງຜູ້ຂຽນນຳ ^^) ທີ່ມີຈຸດເດັ່ນໃນເລື່ອງຂອງລະບົບເກມທີ່ເປັນແນວ Turn base ເຊິ່ງພັດທະນາໂດຍບໍລິສັດຍີ່ປຸ່ນນາມວ່າ: Square Enix (ແຕ່ກ່ອນແມ່ນ Square). ໂດຍມື້ນີ້ເຮົາຍ້ອນອະດີດກັບໄປນຳກັນເລີຍວ່າຕົ້ນກຳເນີດຂອງຊີຣີນີ້ເປັນແນວໃດ?

ເລີ່ມກັນທີ່ກາງປີ ຄ.ສ 1980 ບໍລິສັດ Square ​ໄດ້ເລີ່ມເຂົ້າມາສູ່ທຸລະກິດວິດີໂອເກມ ເພື່ອພັດທະນາເກມ RPG ສຳລັບລະບົບ Nintendo Famicom Disk System (FDS) ເຊິ່ງເປັນອຸປະກອນແຜ່ນດິສເສີມພາຍນອກເພື່ອຫຼິ້ນແຜ່ນດິສສຳລັບເຄື່ອງເກມ Famicom ຫຼືອີກຊື່ໜຶ່ງທີ່ຄົນຕ່າງປະເທດຮູ້ຈັກດີນັ້ນກໍຄື: Nintendo Entertainment System (NES). 

ຈົນມາຮອດຊ່ວງປີ ຄ.ສ 1987 ຄວາມນິຍົມຂອງເຄື່ອງ Famicom ກໍຫຼຸດໜ້ອຍຖອຍລົງເຮັດໃຫ້ບໍລິສັດ Square ຕ້ອງພົບກັບສະພາວະລົ້ມລະລາຍ ບໍລິສັດຈຶ່ງເຫຼືອເງິນທຶນທີ່ຈະຜະລິດເກມອອກມາໄດ້ພຽງເກມດຽວເທົ່ານັ້ນ. ໃນຕອນນັ້ນເອງ ທ່ານ ຮິໂຣໂນບຸ ຊາຄາກຸຈິ ນັກອອກແບບເກມຂອງບໍລິສັດກໍເລີ່ມຄຶດທີ່ຈະສ້າງເກມ RPG ແນວແຟນຕາຊີໃໝ່ໃນຮູບແບບກະແຊັດເກມແຟມິຄອມ. ໂດຍທ່ານ ຊາຄາກຸຈິໄດ້ວາງແຜນໄວ້ວ່າຈະວາງມືຫຼັງຈາກສ້າງເກມນີ້ເປັນເກມສຸດທ້າຍ ແລະຍັງເປັນເກມສຸດທ້າຍຂອງບໍລິສັດ Square ອີກນຳ ລາວຈຶ່ງໄດ້ຕັ້ງຊື່ເກມນີ້ວ່າ: “Final Fantasy” ຫຼື “ຈຸດຈົບໂລກແຫ່ງຈິນຕະນາການ” ນັ້ນເອງ.

ທ່ານ ຮິໂຣໂນບຸ ຊາຄາກຸຈິ

ເຖິງວ່າໃນຊ່ວງເວລານັ້ນເກມແນວແອັກຊັ່ນແບບລຸຍດ້ານຂ້າງຈະເປັນທີ່ນິຍົມຫຼາຍກວ່າເກມແນວ RPG ແຕ່ທ່ານຮິໂຣໂນບຸ ກໍຍັງຄົງຕັ້ງໜ້າພັດທະນາເກມທີ່ເປັນຄວາມຫວັງດຽວຂອງໂຕລາວ ແລະບໍລິສັດອອກມາ ເພາະລາວເປັນຄົນທີ່ເກັ່ງໃນການເລົ່າເລື່ອງຫຼາຍກວ່າແນວແອັກຊັ່ນ. ທາງດ້ານເກມ Final Fantasy ນີ້ແມ່ນໄດ້ຮັບແຮງບັນດານໃຈມາຈາກເກມ Dragon Quest ຂອງບໍລິສັດ Enix ແຕ່ດ້ານລະບົບເກມຈະມີຄວາມແຕກຕ່າງກັນພໍສົມຄວນ. 

ຫຼັງຈາກທີ່ເກມ Final Fantasy ພາກທຳອິດຜ່ານການພັດທະນາຈົນສຳເລັດແລ້ວ ກໍໄດ້ວາງຈຳໜ່າຍຄັ້ງທຳອິດທີ່ປະເທດຍີ່ປຸ່ນໃນ ວັນທີ 17 ທັນວາ 1987. ເຊິ່ງໂຕເກມພາກທຳອິດນີ້ຫຼັງຈາກທີ່ວາງຈຳໜ່າຍໄປແລ້ວ ກໍປະສົບຜົນສຳເລັດຢ່າງຫຼວງຫຼາຍ ເຮັດໃຫ້ບໍລິສັດມີລາຍຮັບເຂົ້າມາຢ່າງມະຫາສານ ຈົນ Square ໄດ້ເລັ່ງຜະລິດເກມ Final Fantasy II ອອກມາທີ່ຕ່າງຈາກພາກທຳອິດ ແຕ່ຢູ່ໃນຮູບແບບ RPG ຄືເກົ່າ ແລະມີການອອກແບບໂຕລະຄອນໃໝ່ທັງໝົດ. ການພັດທະນາເກມຊີຣີ Final Fantasy ຈົນຮອດປັດຈຸບັນນີ້ກໍຍັງຄົງຄອນເຊັບແບບເກົ່າໃນການດຳເນີນເລຶ່ອງ ແຕ່ເນື້ອເລື່ອງຈະບໍ່ມີການຕໍ່ເນື່ອງກັນ ຍົກເວັ້ນ Final Fantasy X-2 ໃນປີ ຄ.ສ 2003 (ຫຼັງຈາກທີ່ໄດ້ລວມກັບບໍລິສັດ Enix) ເຊິ່ງເປັນພາກທຳອິດທີ່ມີເລື່ອງລາວຕໍ່ຈາກຕອນຈົບຂອງ Final Fantasy X ຈົນເຮັດໃຫ້ Square Enix ເຮັດພາກຕໍ່ຂອງ Final Fantasy ພາກອື່ນໆມາຈົນຮອດຕອນນີ້. 

ໃນປັດຈຸບັນນີ້ Square Enix ວາງຈຳໜ່າຍຊີຣີພາກຫຼັກຂອງເກມ Final Fantasy ໄປແລ້ວ 15 ພາກ (ລວມເຖິງ Final Fantasy XV ນຳ) ແລະຍັງມີພາກຍ່ອຍອອກມາອີກຫຼາຍໆພາກນຳ.

ຂໍຂອບໃຈຂໍ້ມູນຈາກ Wikipedia

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...