Homeຄວາມງາມເຄັດ​ລັບ​ກຳຈັດ​ຂີ້​ແມງ​ວັນ, ຂີ້ກະຕອດ(ຂີ້ຕູດ) ແລະ ຕາປາ

ເຄັດ​ລັບ​ກຳຈັດ​ຂີ້​ແມງ​ວັນ, ຂີ້ກະຕອດ(ຂີ້ຕູດ) ແລະ ຕາປາ

Published on

ຄວາມງາມວັນນີ້ ເຮົາຈະມານຳສະເໜີກ່ຽວກັບເຄັດລັບການກຳຈັດຂີ້ແມງວັນ, ຂີ້ກະຕອດ ແລະ ຕາປາ ມາຝາກກັນ ເຊິ່ງສິ່ງເຫຼົ່ານີ້ແນ່ນອນວ່າມັນໄດ້ສ້າງຄວາມລຳບາກໃຈໃຫ້ກັບຄົນທີ່ມີ ໂດຍສະເພາະຖ້າຕຸ່ມພວກນີ້ໄປເກີດຢູ່ບ່ອນທີ່ບໍ່ຕ້ອງການໃຫ້ມີເຊັ່ນ: ບໍລິເວນໃບໜ້າ ເປັນຕົ້ນ. ແລະ ຈະມີຂັ້ນຕອນວິທີການເຮັດນັ້ນຈະມີແນວໃດແນ່ເຮົາມາອ່ານກັນເລີຍ

ວັດ​ຖຸ​ທີ່​ຕ້ອງ​ກຽມ​

1. ປູນ​ແດງ​

2. ຜົງ​ດ່າງ​, ສະ​ບູ​ຊັນ​ໄລ​ຕ໌​, ສ​ະບູ​ທຳມະດາ​

3. ໄມ້​ຈິ້ມ​ແຂ້ວ​

ວິທີ​ກຳຈັດ​

1. ນຳ​ເອົາ​ປູນ​ແດງ​ມາ​ປະສົມ​ກັບ​ຜົງ​ດ່າງ​ ຫລື ​ສະ​ບູ​ໃນ​ອັດຕາ​ສ່ວນ​ທີ່​ເທົ່າ​ກັນ​

2. ຕື່ມນໍ້າ​ລົງ​ໄປ​ໜ້ອຍໜຶ່ງ​ພໍ​ໃຫ້ເປັນ​ເນື້ອຄຣີມ​ຂຸ້ນ​ໆ​

3. ນຳ​ໄມ້​ຈິ້ມ​ແຂ້ວ​ໄປ​ຈຸ່ມ​ໃນ​ປູນ​ແດງ​ທີ່​ປະສົມ​ໄວ້​ໃຫ້​ໄດ້​ເປັນ​ກ້ອນ​ນ້ອຍໆ ​ຫລື​ ຂະໜາດ​ເທົ່າ​ກັບ​ເມັດ​ຂີ້ແມງວັນ

4. ນຳ​ໄມ້​ຈິ້ມ​ແຂ້ວ​ໄປ​ແປະ​ບໍລິເວນ​​ຂີ້​ແມງ​ວັນ ແລະ ​ລໍຖ້າຈົນກວ່າ​ຈະ​ແຫ້ງ

5. ເມື່ອ​ແຫ້ງ​ແລ້ວ​ໃຫ້​ລ້າງ​ໜ້າ​ດ້ວຍ​ນໍ້າສະ​ອາດ​ ຫລື​ ເຊັດ​ອອກ​ດ້ວຍ​ຜ້າ​ສະ​ອາດ​ຄ່ອຍໆ​ ຈະ​ສັງເກດ​ເຫັນ​ວ່າ​ຂີ້​ແມງ​ວັນ​ຫຼຸດອອກ​ໄປ​ຈາກ​ໃບ​ໜ້າ​  ແຕ່​ຖ້າ​ຍັງ​ບໍ່​ຫຼຸດ​ອາດ​ຕ້ອງ​ເຮັດ​ຊໍ້າອີກ​ໜຶ່ງ​ຮອບ ແລະ​ ລໍຖ້າປະ​ມານ​ 1 ອາທິດ​ຂີ້ແມງວັນ​ຈະ​ຕົກ​ສະ​ເກັດ ​ແລະ ​ຫຼຸດ​ອອກ​ເອງ​ ຫ້າມ​ແກະ​ ຫລື ​ເກົາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...