spot_img
Homeນານາສາລະລັກສະນະຂອງເຮືອນ ທີ່ຢູ່ແລ້ວ "ຈົນ"

ລັກສະນະຂອງເຮືອນ ທີ່ຢູ່ແລ້ວ “ຈົນ”

Published on

ກ່ອນອື່ນໝົດກະຂໍບອກເພື່ອນຜູ້ອ່ານກ່່ອນວ່າ ນີ້ເປັນພຽງຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ ແຕ່ການເຮັດໃຫ້ເຮືອນເຮົາດູດີ ມີລາສີນັ້ນ ແນ່ນອນວ່າສິ່ງດີງາມຈະເກີດຂຶ້ນກັບເຈົ້າຂອງເຮືອນຢ່າງແນ່ນອນ.

ຄົງບໍ່ມີໃຜຢາກທຸກຢາກຍາກ ທຸກຄົນກໍຄົງຢາກລວຍ ມີອິດສະລະທາງການເງິນກັນທັງນັ້ນ ບາງຄົນອາດຈະສົງໄສວ່າ ເປັນຫຍັງຕັ້ງໃຈເຮັດວຽກ ດຸໝັ່ນອົດອອມ ແຕ່ເປັນຫຍັງບໍ່ເຄີຍມີເງິນມີຄຳ ຫຼືຮັ່ງມີເປັນດີຄືຜູ້ອື່ນ ຖ້າທ່ານພະຍາຍາມເຮັດຢ່າງເຕັມຄວາມສາມາດແລ້ວ laopost.com ຢາກໃຫ້ທ່ານລອງສັງເກດຫຼືພິຈາລະນາຮວງຈຸ້ຍ ຫຼືຕຳແໜ່ງທີ່ຕັ້ງຂອງເຮືອນທ່ານ ເບິ່ງວ່າເຮືອນຂອງທ່ານເຂົ້າຂ່າຍຢູ່ແລ້ວ ຈົນ ຫຼືບໍ່?

  1. ເຮືອນໃນສະພາບແວດລ້ອມສົກກະປົກ ຈະຍິ່ງເຮັດໃຫ້ເຮືອນຂາດພະລັງ ສັງເກດເບິ່ງກໍໄດ້ວ່າ ບໍ່ວ່າທ່ານຈະເຮັດວຽກໜັກໜາສາຫັດຂະໜາດໃດ ກໍຄືວ່າຈະເມື່ອຍຊ່ື່ໆ ດັ່ງນັ້ນ, ທ່ານຄວນເບິ່ງແຍງທຳຄວາມສະອາດບ້ານເຮືອນໃຫ້ຮຽບຮ້ອຍ ໂປ່ງ ໂລ່ງ ສະອາດ.
  2. ເຮືອນຕ່ຳກວ່າທາງ ຫຼືສູງກວ່າທາງ ສຳລັບເຮືອນທີ່ຕ່ຳຫຼືສູງກວ່າທາງເກີນໄປນັ້ນ ບໍ່ດີເພາະເຮັດໃຫ້ໂຊກລາບແລະສິ່ງດີງາມບໍ່ໄຫຼເຂົ້າເຮືອນ ຫຼືໄຫຼເຂົ້າເຮືອນໄດ້ບໍ່ຄ່ອຍສະດວກປານໃດ ວິທີແກ້ໄຂສຳລັບເຮືອນທີ່ຢູ່ຕ່ຳກວ່າທາງແມ່ນໃຫ້ ເຮັດເດິ່ນໜ້າເຮືອນເປີດແປນ ຮັບພະລັງເຫຼົ່ານັ້ນໃຫ້ໄຫຼເຂົ້າເຮືອນ.
  3. ເຮືອນຖືກຂົວຕັດຜ່ານ ສົ່ງຜົນໃຫ້ເບິ່ງບໍ່ເຫັນບໍລິເວນໜ້າເຮືອນ ເຊິ່ງຕາມຫຼັກຮວງຈຸ້ຍແລ້ວຖືວ່າບໍ່ເໝາະສົມ.
  4. ປະຕູແລະປ່ອງຢ້ຽມຫຼາຍຈົນເກີນໄປ ຖ້າພິຈາລະນາຕາມຫຼັກຮວງຈຸ້ຍແລ້ວ ຖືວ່າ ການມີປະຕູແລະປ່ອງຢ້ຽມຫຼາຍຈົນເກີນໄປນັ້ນ ຈະຍິ່ງເປັນຊ່ອງທາງໃຫ້ເງິນໄຫຼອອກຈາກເຮືອນ ວິທີແກ້ໄຂຄືການອັດປ່ອງຢ້ຽມບາງບານ ຫຼືໃຊ້ຜ້າກັ້ງຊ່ວຍກັ້ງໄວ້.
  5. ຮົ້ວເຮືອນຕ່ຳໂພດ ເຮືອນທີ່ເນັ້ນການໂຊຄວາມງາມຂອງເຮືອນ ອາດຈະເຮັດຮົ້ວເຕ້ຍໆ ເປັນໄມ້ລະແນງ ຫຼືໄມ້ຊັນ ເຮັດໃຫ້ບໍ່ສາມາດເກັບເງິນເກັບຄຳໄວ້ໄດ້.
  6. ເປີດປະຕູແລ້ວພົບຂັ້ນໄດ ເຮືອນແບແບນີ້ຍິ່ງເຮັດວຽກໜັກ ເງິນຍິ່ງຮົ່ວໄຫຼ ບໍ່ເຂົ້າກະເປົາ.
  7. ປະຕູທາງເຂົ້າເຮືອນແຄບ ແລະຮົກ ປະຕູເປັນທາງເຂົ້າຂອງໂຊກລາບກໍແມ່ນ ແຕ່ທ່ານຄວນເຮັດໃຫ້ບໍລິເວນທາງເຂົ້າປະຕູໃຫ້ສະດວກ ສະອາດ ເພື່ອສິ່ງດີໆ ຈະໄດ້ແລ່ນເຂົ້າມາງ່າຍໆ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...