Homeຂ່າວການພັດທະນາສະພາການຄ້າຯ ມອບລາງວັນໃຫ້ ຫົວໜ່ວຍທຸລະກິດດີເດັ່ນ ປະຈຳປີ 2016

ສະພາການຄ້າຯ ມອບລາງວັນໃຫ້ ຫົວໜ່ວຍທຸລະກິດດີເດັ່ນ ປະຈຳປີ 2016

Published on

ວັນທີ 27 ກໍລະກົດນີ້, ທີ່ນະຄອນຫລວງວຽງຈັນ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດພິທີມອບ-ຮັບລາງວັນທຸລະກິດດີເດັ່ນຂອງ ສປປ ລາວ ແລະ ທຸລະກິດດີເດັ່ນອາຊຽນ ປະຈຳປີ 2016, ໂດຍມີທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແລະ ບັນ ດາທຸລະກິດ ຈາກຂະແໜງການຕ່າງໆ ເຂົ້າຮ່ວມເປັນຈຳນວນຫລາຍ.

ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກ່າວວ່າ: ລາງວັນນີ້ ແມ່ນມອບໃຫ້ຜູ້ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນສ້າງສາພັດທະນາ ສປປ ລາວ ໃນໄລຍະ 40 ປີຜ່ານມາ ແລະ ທຸລະກິດດີເດັ່ນອາຊຽນຂອງລາວ, ໃນນັ້ນ ມີ 46 ຫົວໜ່ວຍໄດ້ຮັບລາງວັນ ທຸລະກິດດີເດັ່ນຂອງລາວ ແລະ 19 ຫົວໜ່ວຍແມ່ນໄດ້ຮັບ ລາງວັນທຸລະກິດດີເດັ່ນອາຊຽນ, ໂດຍໄດ້ຄັດເລືອກເອົາຜົນງານ ຂອງແຕ່ລະຫົວໜ່ວຍທຸລະກິດ ໃນທົ່ວປະເທດມາແຂ່ງຂັນກັນ ເພື່ອແນໃສ່ສົ່ງເສີມນັກທຸລະກິດຂອງລາວ ສາມາດພັດທະນາຕົນເອງໃຫ້ມີຄວາມໂດດເດັ່ນຍິ່ງຂຶ້ນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...