Homeຂ່າວພາຍ​ໃນອະນາຄົດມີຫຼາຍໂຄງການປູກປາມຂອງມາເລເຊຍຢູ່ລາວ

ອະນາຄົດມີຫຼາຍໂຄງການປູກປາມຂອງມາເລເຊຍຢູ່ລາວ

Published on

ວັນ​ທີ 28 ກໍ­ລະ­ກົດ​ຜ່ານ​ມາ­ສະ ຖານ​ທູດ​ມາ​ເລ​ເຊຍ​ປະ­ຈຳ​ລາວໄດ້​ຈັດງານ​ສຳ​ມະ​ນາ​ຂອງ​ຄະ­ນະ​ບໍ­ລິ­ຫານ​ນ້ຳມັນ​ປາມ​ຂອງ​ມາ​ເລ​ເຊຍ​ຄັ້ງ​ທຳ​ອິດ​ຢູ່ ລາວ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມຈິດ ອິນ​ທະ​ມິດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ, ທ່ານ ດາ ໂຕະ ຕັນ­ໄຕ​ເຮັງ ເອກ​ອັກ​ຄະ​ລັດ​ຖະ​ທູດມາ​ເລ​ເຊຍ​ປະ­ຈຳ​ລາວ, ທ່ານ ນາງ ຟາວ ເຊຍ ອາກ​ຊາດ (Fauziah Arshad) ຫົວ­ໜ້າ​ໜ່ວຍ​ງານ​ເຕັກ­ນິກ ແລະ​ບໍ­ລິ­ການ ໃຫ້​ຄຳ​ປຶກ­ສາ​ຂອງ​ຄະ­ນະ​ບໍ­ລິ­ຫານ​ນ້ຳ ມັນ​ປາມ​ມາ​ເລ​ເຊຍ, ມີ​ບັນ­ດາ​ຕົວ​ແທນ ຈາກ​ກະ­ຊວງ​ຕ່າງໆ ພ້ອມ​ດ້ວຍ​ບັນ­ດານັກ­ທຸ­ລະ­ກິດ​ເຂົາ​ຮ່ວມ.

ທ່ານ​ກ່າວ​ວ່າ: ຮູ້­ສຶກ​ພາກ­ພູມ​ໃຈ​ທີ່​ໄດ້ ເຫັນ​ການ​ລິ​ເລີ່ມ​ວຽກ​ງານ​ການ​ຕະ­ຫຼາດ ຂອງ​ຄະ­ນະ​ບໍ­ລິ­ຫານ​ນ້ຳ­ມັນ​ປາມ​ມາ​ເລ ເຊຍ​ໃນ ສປປ ລາວ ໂດຍ​ເຊື່ອ​ວ່າ​ວຽກ ງານ​ອຸດ­ສາ­ຫະ­ກຳ​ນ້ຳ­ມັນ​ປາມ ແລະ​ການ ຮ່ວມ​ມື​ລະ­ຫວ່າງ​ພາກ­ສ່ວນ​ເອ­ກະ​ຊົນ ຂອງ​ລາວ ແລະ​ມາ​ເລ​ເຊຍ​ຈະ​ມີ​ການ​ເຕີບ ໃຫຍ່​ຂະ­ຫຍາຍ­ຕົວ​ໃນ​ອະ­ນາ­ຄົດ ຊຶ່ງ​ຈະສືບ­ຕໍ່​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ຂອງ ສອງ​ປະ­ເທດ​ທີ່​ມີ​ແລ້ວ​ໃຫ້​ດີ​ຍິ່ງ​ຂຶ້ນ​ໄປ ເລື້ອຍໆ ເພື່ອ​ເຮັດ​ໃຫ້​ມີ​ການ​ເຕີບ​ໃຫຍ່ຮ່ວມ​ມື​ທາງ​ດ້ານ​ເສດ­ຖະ­ກິດ ແລະ​ວຽກອື່ນໆ​ທີ່​ສຳ­ຄັນ ໂດຍ​ປະ­ຈຸ​ບັນ​ມາ​ເລ​ເຊຍ ເປັນ​ປະ­ເທດ​ທີ່​ມີ​ການ​ລົງ­ທຶນ​ອັນ​ດັບ 9 ຢູ່ ລາວ.

ການ​ຮ່ວມ​ມື​ລະ­ຫວ່າງ​ລາວ-ມາ​ເລ ເຊຍ ທີ່​ມີ​ຜົນ​ເດັ່ນ​ໃນ​ຕອນ​ນີ້​ແມ່ນ​ວຽກ ງານ​ການ​ຄ້າ ແລະ​ການ­ທ່ອງ­ທ່ຽວ, ສ່ວນ​ຂະ­ແໜງ​ອື່ນ​ແມ່ນ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ສືກ​ສາ, ສາ­ທາ­ລະ­ນະ​ສຸກ, ກະ­ສິ­ກຳ, ການ​ພັດ­ທະ­ນາ​ສີ­ມື​ແຮງ​ງານ ແລະ​ວຽກ ງານ​ອື່ນໆ​ທີ່​ມີ​ແຜນ​ຈະ​ພັດ­ທະ­ນາ​ຮ່ວມ ກັນ​ໃນ​ອະ­ນາ­ຄົດ, ແຕ່​ອີງ­ໃສ່​ປະ­ສົບ​ການ ກັບ​ອຸດ­ສາ­ຫະ­ກຳ​ນ້ຳ­ມັນ​ປາມ​ເຊື່ອ​ໝັ້ນ  ວ່າ​ອຸດ­ສາ­ຫະ­ກຳ​ດັ່ງ­ກ່າວ​ມັນ​ຈະ​ເປັນ​ອີກປັດ​ໄຈ​ໜຶ່ງ​ໃນ​ການ​ເຕີບ​ໂຕ​ຂອງ​ພື້ນ­ຖານ ອຸດ­ສາ­ຫະ­ກຳ ຊຶ່ງ​ຈະ​ສ້າງ​ຜົນ​ດີ​ໃຫ້​ແກ່ ຫົວ­ໜ່ວຍ​ທຸ­ລະ​ກິດ ແລະ​ປະ­ຊາ­ຊົນ​ຂອງ ສປປ ລາວ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມາ​ເລ ເຊຍ​ກ່າວ​ຕື່ມ​ອີ​ກວ່າ: ມາ​ເລ​ເຊຍ​ຢືນ­ຢັນ ຈະ​ສືບ­ຕໍ່​ເສີມ​ຂະ­ຫຍາຍ​ການ​ພົວ­ພັນ​ການ ຮ່ວມ​ມື​ໃນ​ທຸກ​ລະ­ດັບ​ວຽກ​ງານ​ໃຫ້​ເຂັ້ມ ແຂງ​ຂຶ້ນ​ກວ່າ​ເກົ່າ​ບໍ່​ສະ­ເພາະ​ແຕ່​ກັບ ສປປ ລາວ ແຕ່​ຮ່ວມ​ກັບ​ບັນ­ດາ​ທຸກ​ປະ­ເທດ​ໃນ ຂົງ­ເຂດ​ອາ​ຊຽນ, ອີກ​ຢ່າງ​ໜຶ່ງ​ກໍ​ຂໍ​ສະ ແດງ​ກັບ​ຄະ­ນະ​ບໍ­ລິ­ຫານ​ນ້ຳ­ມັນ​ປາມ​ຂອງ ມາ​ເລ​ເຊຍ​ໃນ​ການ​ລິ​ເລີ່ມ​ປະ­ຕິ­ບັດ​ວຽກ ງານ, ພວກ​ເຮົາ​ຫວັງ​ຢ່າງ​ຍິ່ງ​ວ່າ​ໂຄງ­ການ ນີ້​ຈະ​ແມ່ນ​ການ​ເລີ່ມ​ຕົ້ນ ແລະ​ຈະ​ມີ​ຫຼາຍໆ ໂຄງ­ການ​ກ່ຽວ​ກັບ​ວຽກ​ງານ​ນ້ຳ­ມັນ ປາມ​ເກີດ​ຂຶ້ນ​ອີກ​ໃນ­ຕໍ່­ໜ້າ​ຢູ່ ສປປ ລາວ.

ຂະ­ນະ​ທີ່ ທ່ານ ສົມ​ຈິດ ອິນ​ທະ​ມິດ ກ່າວ​ວ່າ: ເຊື່ອ​ໝັ້ນ​ວ່າ​ວຽກ​ງານ​ອຸດ​ສາ ຫະ​ກຳ​ນ້ຳ­ມັນ​ປາມ​ຈະ​ແມ່ນ​ວຽກ​ງານ ໜຶ່ງ​ທີ່​ໃຫຍ່ ແລະ​ມີ​ຄວາມ​ສຳ­ຄັນ​ໃນ​ການ ປະ­ສານ​ງານ​ລະ­ຫວ່າງ​ມາ​ເລ​ເຊຍ ແລະ ສປປ ລາວ ໂດຍ​ການ​ລິ​ເລີ່ມ​ຂະ­ຫຍາຍ​ຕະ ຫຼາດ​ຂອງ​ຄະ­ນະ​ບໍ­ລິ­ຫານ​ນ້ຳ­ມັນ​ປາມ ມາ​ເລ​ເຊຍ​ຢູ່​ລາວ​ຈະ​ເປັນ​ການ​ເຊື່ອມ​ຕໍ່​ທີ່ ມີ​ໝາກ­ຜົນ​ການ​ຮ່ວມ​ມື​ຂອງ​ບັນ­ດາ​ຫົວ ໜ່ວຍ​ທຸ­ລະ​ກິດ​ຂອງ​ມາ​ເລ​ເຊຍ ແລະ​ສປປ ລາວ ຊຶ່ງ​ອຸດ­ສາ­ຫະ­ກຳ​ນ້ຳ­ມັນ​ປາມ​ຈະ ເປັນ​ຂົວ​ຕໍ່​ເຮັດ​ໃຫ້­ການ​ຂະ­ຫຍາຍ­ຕົວ​ທີ່​ມີ ລາຍ​ຮັບ​ສູງ​ເຂົ້າ​ປະ­ເທດ​ມາ​ເລ​ເຊຍ ໂດຍການ​ສຳ​ມະ​ນາ​ຄັ້ງ​ນີ້​ແມ່ນ​ໜຶ່ງ​ຕົວ­ຢ່າງ ໃນ​ການ​ພັດ­ທະ­ນາ​ຄວາມ​ມີ​ສະ­ຖຽນ​ລະ ພາບ​ຂອງ​ປະ­ຊາ­ກອນ 600 ລ້ານ​ຄົນ ຂອງ​ອາ​ຊຽນ ນອກ​ນີ້​ຜູ້​ເຂົ້າ​ຮ່ວມ​ຍັງ​ຈະ ໄດ້​ສຶກ​ສາ ແລະ​ເບິ່ງ​ຄວາມ​ເປັນ​ໄປ​ໄດ້​ໃນ ໂອ­ກາດ​ທີ່​ຈະ​ເຊື່ອມ​ຕໍ່​ຂະ­ແໜງ​ວຽກ​ງານ ດັ່ງ­ກ່າວ​ພ້ອມ​ທັງ​ການ​ແລກ­ປ່ຽນ​ບົດ ຮຽນ ແລະ​ເຕັກ­ນິກ​ຕ່າງໆ ເພື່ອ​ປະ­ຕິ­ບັດ ໃຫ້​ມີ​ຜົນ​ກັບ​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ ຂອງ ສປປ ລາວ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...