spot_img
Homeຂ່າວການສຶກສາສຸລິນນາຣາ ຣັດຕະນະວົງ ໄດ້ຮັບຖ້ວຍລາງວັນຈາກສະມາຄົມການທ່ອງທ່ຽວອາຊີ ປາຊີຟິກ

ສຸລິນນາຣາ ຣັດຕະນະວົງ ໄດ້ຮັບຖ້ວຍລາງວັນຈາກສະມາຄົມການທ່ອງທ່ຽວອາຊີ ປາຊີຟິກ

Published on

IMG_6113 (Mobile)

 

ໃນຕອນບ່າຍຂອງວັນທີ 2 ກໍລະກົດນີ້, ຢູ່ສະມາຄົມນັກຂ່າວ ແຫ່ງປະເທດ ລາວ, ໄດ້ຈັດໃຫ້ມີການພົບປະ

ລະຫວ່າງສື່ມວນຊົນລາວກັບ ນາງ ສຸລິນນາຣາ ຣັດຕະນະວົງ, ຕົວແທນຈາກສະຖາບັນການທ່ອງທ່ຽວ ແລະ

ການໂຮງແຮມແຫ່ງຊາດ ຊຶ່ງເປັນຜູ້ ໄດ້ຮັບລາງວັນໃບໜ້າຂອງອະນາຄົດ ຈາກສະມາຄົມທ່ອງທ່ຽວອາຊີປາ

ຊີຟິກ, ໃນຄັ້ງວັນທີ 17 ພຶດສະພາຜ່ານມາ.

 

ລາງວັນທີ່ທ່ານ ນາງ ສຸລິນນະຣາ ໄດ້ຮັບຈາກການ ສະມາຄົມດັ່ງກ່າວແມ່ນເປັນ ການຍ້ອງຍໍສັນລະເສີນຜົນ

ງານເຄື່ອນໄຫວການທ່ອງທ່ຽວ, ໂດຍສະເພາະໃນບັ້ນປະກວດບົດເລື່ອງສັ້ນກ່ຽວກັບ “ ການທ່ອງທ່ຽວທີ່ນາງ

ເອງໄດ້ປະດິດຄິດແຕ່ງຂຶ້ນມາ ຕາມປະສົບປະການຕົວຈິງຂອງການເຄື່ອນໄຫວວຽກງານການທ່ອງທ່ຽວ

ໃນປັດຈຸບັນ ແລະ ອະນາຄົດ ” , ເຖິງສະພາບເອື້ອອຳນວຍມີທັງຄວາມສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ

ຕ່າງໆເປັນຕົ້ນ ການພັດທະນາປະເທດຊາດ ຕິດພັນກັບການພັດທະນາການທ່ອງທ່ຽວ, ເຊິ່ງມີສ່ວນຮ່ວມໃນ

ການພັດທະນາຂົງເຂດອາຊີ ລວມໄປເຖິງເງື່ອນໄຂການພັດທະນາການທ່ອງທ່ຽວ ແລະ ໂຮງແຮມໃນ ສປປ ລາວ

ໄລຍະທີ່ຜ່ານມາກໍຄືປັດຈຸບັນ, ຊຶ່ງລ້ວນແຕ່ໄດ້ຮັບການຊ່ວຍເຫລືອຮ່ວມມືຂອງອຳນາດການປົກຄອງ ແລະ

ປະຊາຊົນແຕ່ລະທ້ອງຖິ່ນຮ່ວມເປັນເຈົ້າການ ໃນການຄຸ້ມຄອງ ແລະ ປົກປັກຮັກສາໃຫ້ມີຄວາມຍືນຍົງ.

 

ພາຍຫລັງໄດ້ຮັບລາງວັນອັນມີຄຸນຄ່າຈາກສະມາຄົມດັ່ງກ່າວນີ້ແລ້ວ ທ່ານ ນາງ ສຸລິນນະຣາ ຣັດຕະນະວົງ

ໄດ້ໃຫ້ການຢືນຢັນທີ່ຈະອຸທິດເຫື່ອແຮງ ແລະ ສະຕິປັນຍາຂອງຕົນເສີມຂະຫຍາຍຮັກສາຈັນຍາບັນຂອງຄູ

ເຂົ້າໃນການສິດສອນຖ່າຍທອດບົດຮຽນອັນລ້ຳຄ່າ ໃຫ້ແກ່ນັກຮຽນນັກສຶກສາ ຢູ່ໃນຂະແໜງການບໍລິການ

ໂຮງແຮມ ແລະ ທ່ອງທ່ຽວ ໂດຍສະເພາະສະຖາບັນການທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດທີ່ຕົນຍັງ

ຍຶດໝັ້ນຢູ່ໃນປັດຈຸບັນໃຫ້ເກີດຜົນປະໂຫຍດສູງສຸດ, ພ້ອມນີ້ ຍັງຈະເປັນຂົວຕໍ່ປະສານງານທາງດ້ານການ

ທ່ອງທ່ຽວລະຫວ່າງລາວ ກັບບັນດາປະເທດໃນຂົງເຂດ ແລະ ພາກພື້ນໃຫ້ນັບມື້ກວ້າງຂວາງ ແລະ ໜັກແໜ້ນ.

 

ສະຖາບັນການທ່ອງທ່ຽວ ແລະ ໂຮງແຮມແຫ່ງຊາດ, ສ້າງຕັ້ງຂຶ້ນໃນປີ 2008 ແລະ ເລີ່ມເປີດການຮຽນ – ການ

ສອນ ໃນເດືອນຕຸລາ 2013 ເປັນຕົ້ນມາ ໂດຍມີຫ້ອງຮຽນທັງໝົດ 5 ຫ້ອງ ແລະ ນັກຮຽນທັງໝົດ 50 ກວ່າຄົນ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...