Homeຂ່າວທ້ອງຖິ່ນປະຊາຊົນ 5 ບ້ານ ກຸ່ມບ້ານຖ້ຳ-ນາເສ ເມືອງທ່າແຂກ ຮ່ວມໃຈສ້ອມແປງ ເສັ້ນທາງທີ່ເປ່ເພ!

ປະຊາຊົນ 5 ບ້ານ ກຸ່ມບ້ານຖ້ຳ-ນາເສ ເມືອງທ່າແຂກ ຮ່ວມໃຈສ້ອມແປງ ເສັ້ນທາງທີ່ເປ່ເພ!

Published on

ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ຈັນ ບຸບຜາລີວັນ ເຈົ້າເມືອງໆທ່າແຂກ ​ແຂວງ​ຄຳ​ມ່ວນ ພ້ອມຄະນະນຳຂັ້ນເມືອງ ໄດ້ສົມທົບກັບ ຄະນະພັກຮາກຖານກຸ່ມບ້ານຖ້ຳ-ນາເສ ລົງຊຸກຍູ້ໃຫ້ພໍ່ແມ່ປະຊາຊົນ 5 ບ້ານຄື: ບ້ານນາຂ້າງຊ້າງ, ບ້ານນານິຍົມ, ບ້ານນາເສ, ບ້ານມ່ວງດ໋ອຍ ແລະ ບ້ານຜາແຫລມ ສ້າງຂະບວນການອອກແຮງງານລວມ ສ້ອມແປງເສັ້ນທາງທີ່ເປ່ເພ ​ໂດຍ​ສະ​ເພາະ​ຢູ່​ເສັ້ນທາງບ້ານນາຂ້າງຊ້າງ ຫລື ​ເຂດຫ້ວຍນ້ຳໃສ

ການອອກແຮງງານຄັ້ງ​ນີ້, ອຳນາດການປົກຄອງບ້ານ ໄດ້ນຳພາອະນາໄມ-ຖາງປ່າຫຍ້າ ທີ່ຮົກເຮື້ອຕາມແຄມທາງ, ຂຸດຊ້ວນດິນໃສ່ເປົາ ແລະ ເອົາໄມ້ມາຕອກເປັນຕາໜ່າງ, ເປັນກຳແພງທີ່ໜາແໜ້ນ ແລ້ວເອົາດິນລົງໃສ່ບໍລິເວນ ທີ່ນ້ຳເຊາະເຈື່ອນ. ທັງ​ນີ້ກໍ​ເພື່ອ​ເຮັດ​ໃຫ້ ການ​ເດີນທາງ​ໄປ-ມາ ມີ​ຄວາມ​ສະ​ດວກສະບາຍດີ​ຂຶ້ນ​ກວ່າ​ເກົ່າ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...