Homeສຸຂະພາບ ແລະ ສີ່ງແວດລ້ອມມີຜູ້ຕິດເຊື້ອໄຂ້ເລືອດອອກ ເພີ່ມເປັນ 2,200 ກໍລະນີ ລະບາດໜັກສຸດ ຢູ່ແຂວງຈຳປາສັກ!

ມີຜູ້ຕິດເຊື້ອໄຂ້ເລືອດອອກ ເພີ່ມເປັນ 2,200 ກໍລະນີ ລະບາດໜັກສຸດ ຢູ່ແຂວງຈຳປາສັກ!

Published on

ໜ່ວຍເຝົ້າລະວັງພະຍາດ ກະຊວງສາທາລະນະສຸກລາຍງານວ່າ: ນັບແຕ່ເດືອນມັງກອນມາຮອດປັດຈຸບັນນີ້ ທົ່ວປະເທດມີຜູ້ຕິດເຊື້ອໄຂ້ເລືອດອອກແລ້ວ ຫຼາຍກວ່າ 2200 ກໍລະນີ ແລະ ມີຜູ້ເສຍຊີວິດແລ້ວ 9 ຄົນ, ໃນນັ້ນຮ້າຍແຮງກວ່າຫມູ່ ແມ່ນຢູ່ແຂວງຈຳປາສັກ ມີຜູ້ຕິດເຊື້ອເພີ່ມເປັນ 1 ພັນກວ່າກໍລະນີ ແລະ ເສຍຊີວິດ 7 ຄົນ, ບໍລິຄຳໄຊ 304 ກໍລະນີ, ເສຍຊີວິດ 1 ຄົນ, ຄຳມ່ວນ 221 ກໍລະນີ ນະຄອນຫຼວງວຽງຈັນ 121  ກໍລະນີ, ສະຫວັນນະເຂດ 125 ກໍລະນີ, ສາລະວັນ 96 ກໍລະນີ, ເສຍຊີວິດ 1 ຄົນ, ເຊກອງ 80 ກໍລະນີ, ອັດຕະປີ 70 ກໍລະນີ, ຫຼວງພະບາງ 77 ກໍລະນີ, ອຸດົມໄຊ 37 ກໍລະນີ, ຫຼວງນ້ຳທາ 20 ກໍລະນີ, ແຂວງວຽງຈັນ 20 ກໍລະນີ, ສ່ວນແຂວງອື່ນໆ ຜູ້ຕິດເຊື້ອເພີ່ມຂຶ້ນເຖິງວ່າໃນໄລຍະຜ່ານມາ ພາກສ່ວນກ່ຽວຂ້ອງຕ່າງໆ ກໍໄດ້ເອົາໃຈໃສ່ໃນການຄວບຄຸມ ການລະບາດຂອງພະຍາດດັ່ງກ່າວຢ່າງໃກ້ຊິດ ໂດຍສະເພາະເຂດທີ່ມີຄວາມສ່ຽງ ທີ່ຈະກໍ່ໃຫ້ເກີດພະຍາດັ່ງກ່າວຮ້າຍແຮງຂຶ້ນ ດັ່ງນັ້ນຈຶ່ງສະເໜີໃຫ້ພາກສ່ວນກ່ຽວຂ້ອງ ເພີ່ມທະວີການປະສານສົບທົບ ກັບອຳນາດການປົກຄອງທ້ອງຖິ່ນ ໃນການເອົາໃຈໃສ່ກຳຈັດແຫຼ່ງເພາະພັນຂອງຍຸງລາຍ ທີ່ເປັນພາຫະນຳເຊື້ອ, ແລະ ເປັນເຈົ້າການເຝົ້າລະວັງ, ປ້ອງກັນ ແລະ ທຳລາຍແຫຼ່ງເພາະພັນຍຸງລາຍ, ດ້ວຍການປະຕິບັດຕາມຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກ ຢ່າງເຂັ້ມງວດຄື: 1 ປິດຝາພາຊະນະທີ່ມີນ້ຳພາຍໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂໃສ່, 2 ປ່ຽນນ້້ຳ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້ເຢັນ, ຖ່ານຮອງຈອກນ້ຳ,  3 ປ່ອຍປາຫາງນົກຍຸງເພື່ອກິນໜອນນ້້ຳຍຸງລາຍ,  4 ປັບປຸງບໍ່ໃຫ້ມີນ້້ຳຄ້າງ, ຂັງກະໂປະກະປ໋ອງ, ຮາງລິນ ແລະ ຢ່າງຕີນລົດເກົ່າ, 5 ປະຕິບັດເປັນປະຈ້ຳທຸກໆອາທິດ ແລະ ຖ້າຫາກເປັນໄຂ້ ໃຫ້ໄປປິ່ນປົ່ວຢູ່ໂຮງໝໍ ຫຼື ສຸກສາລາໃກ້ບ້ານທ່ານ, ພຽງເທົ່ານີ້ກໍຈະສາມາດປ້ອງກັນພະຍາດໄຂ້ເລືອກອອກໄດ້.

 

ແຫລ່ງຂ່າວ:

ລພນ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...