spot_img
Homeວັນນະກຳເລື່ອງສັ້ນບໍ່ໄດ້ໃຈແຄບ...ແຕ່...ໃຈບໍ່ກ້ວາງພໍ

ບໍ່ໄດ້ໃຈແຄບ…ແຕ່…ໃຈບໍ່ກ້ວາງພໍ

Published on

ນີ້ກໍ່ເປັນອີກວັນໜຶ່ງທີ່ ນິດາ ມີຄວາມຮູ້ສຶກນ້ອຍໃຈໃຫ້ ສາຄອນ ແຟນໜຸ່ມຂອງລາວທີ່ຄົບກັນມາເກືອບປີ ຫຼັງ ຈາກພວກເຂົາກັບມາຈາກງານວັນເກີດຂອງ ມີນາ ເຊິ່ງເປັນເພື່ອນນິດາ ເລື່ອງລາວມີຢູ່ວ່າ

ນິດາ ແລະ ສາຄອນ ໄດ້ໄປງານວັນເກີດຂອງ ມີນາ ເຊິ່ງຈັດຢູ່ທີ່ຮ້ານຄາຣາໂອເກະແຫ່ງໜຶ່ງ ໃນຂະນະທີ່ພວກເຂົາກຳລັງສະຫຼອງວັນເກີດກັນຢ່າງມ່ວນຊື່ນນັ້ນ ກໍ່ມີໝູ່ຂອງມີນາຊື່ນາງ ພຸດ ເຊິ່ງເປັນໝູ່ຂອງ ມີນາ ແລະ ນິດາກໍ່ຮູ້ຈັກດີໃນນາມໝູ່ຂອງມີນາທີ່ເຄີຍໄປກິນດື່ມນຳກັນປະມານ 2-3 ເທື່ອ ກ່ອນທີ່ນິດາຈະມີສາຄອນເປັນແຟນ ນາງ ພຸດ ເປັນຄົນງາມໜ້າຕາດີ, ຫຸ່ນດີ ເຊິ່ງແນ່ນອນເລີຍວ່າເມື່ອ ພຸດເຂົ້າມາໃນງານກໍ່ເຮັດໃຫ້ງານລ້ຽງມີສີສັນຂຶ້ນມາທັນທີ ໂດຍສະເພາະບັນດາໜຸ່ມໆຮູ້ສຶກວ່າຈະຄຶກຄັກເປັນພິເສດ ເຊິ່ງຊາຍໜຸ່ມໃນນັ້ນກໍ່ລວມມີສາຄອນຢູ່ນຳ ສາຄອນເປັນຄົນທີ່ມີນິໄສກະລ້ອນ ໃນຍາມທີ່ຢູ່ກັບນິດາສອງຕໍ່ສອງ ສາຄອນຈະສະແດງອາການທ່າທີ ແລະ ມີຄຳເວົ້າທີ່ເຮັດໃຫ້ນິດາຮູ້ສຶກວ່າຕົນເອງເປັນຍິງທີ່ໂຊກດີທີ່ສຸດທີ່ໄດ້ສາຄອນມາເປັນແຟນ ແຕ່ເມື່ອເວລາອອກໄປສູ່ສັງຄົມພາຍນອກບໍ່ວ່າຈະໄປເບິ່ງໜັງ, ຍ່າງເລາະຊື້ເຄື່ອງ ຫຼື ໄປຊຸມແຊວກັບໝູ່ເພື່ອນ ຖ້າເຫັນສາວງາມກວ່ານິດາແລ້ວສາຄອນກໍ່ຈະປ່ຽນເປັນອີກຄົນລະຄົນທັນທີ ເພາະສາຄອນມັກຈະຫັນໄປເບິ່ງແຖມຍັງຫຼິ້ນຫູຫຼິ້ນຕາໃສ່ສາວງາມຄົນອື່ນ ແບບບໍ່ເກງໃຈເຖິງແມ່ນວ່າຈະມີນິດາຢູ່ຄຽງຂ້າງກໍ່ຕາມ ຫຼາຍຄັ້ງທີ່ນິດາຕ້ອງໄດ້ສະກິດເອົາໄວ້ ແລະ ມີຫຼາຍຄັ້ງທີ່ນິດາສະແດງອາການບໍ່ພໍໃຈໃສ່ສາຄອນ ບາງຄັ້ງນິດາກໍ່ຄຽດໃຫ້ສາຄອນຫຼາຍມື້ຈົນສາຄອນໄດ້ມາງໍ້ເອົາ ພ້ອມທັງອະທິບາຍເຫດຜົນຕ່າງໆ ແລະ ຍາມໃດກໍ່ສັນຍາກັບນິດາວ່າຈະປ່ຽນແປງ ແລະ ທຸກຄັ້ງທີ່ນິດາກໍ່ໃຫ້ອະໄພສາຄອນ ພ້ອມທັງຄິດປອບໃຈຕົວເອງສະເໝີວ່າຕົວເອງຕ້ອງຍອມຮັບພຶດຕິກຳ ຫຼື ໂຣກປະຈຳຕົວນີ້ຂອງສາຄອນໃຫ້ໄດ້ ເພື່ອຮັກສາຄວາມຮັກຂອງທັງຄູ່ເອົາໄວ້ໃຫ້ດົນທີ່ສຸດ ພ້ອມມີຄວາມຫວັງວ່າຈັກວັນໜຶ່ງສາຄອນຈະເຫັນຄວາມຮັກທີ່ຕົນມີ ແລະ ເຮັດໃຫ້ສາຄອນເລີກພຶດຕິກຳທີ່ເປັນຢູ່ນີ້ໄດ້ ແຕ່ສາຄອນກໍ່ສະຫງົບພຽງເວລາສັ້ນໆເທົ່ານັ້ນ ສຸດທ້າຍແລ້ວ ສາຄອນກໍ່ກັບມາເປັນນິໃສເກົ່າຄືນອີກຄັ້ງ ເໝືອນກັບນີ້ທີ່ສາຄອນພົບກັບພຸດ ໃນງານວັນເກີດຂອງມີນາ ໃນຂະນະທີ່ສາຄອນນັ່ງຢູ່ກັບນິດາຢູ່ດີໆ ບຶດໜຶ່ງ ສາຄອນກໍ່ລຸກຂຶ້ນໄປທຳຄວາມຮູ້ຈັກກັບພຸດ ແລະ ນັ່ງລົມພ້ອມທັງເຢັ້ນເຄື່ອງດື່ມໃຫ້ພຸດ ພວກເຂົາທັງສອງນັ່ງລົມກັນດ້ວຍຄວາມມ່ວນຊື່ນສີໜ້າຍິ້ມແຍ້ມແຈ່ມໃສ ແຖມຍັງຖາມພຸດວ່າຢາກກິນນັ້ນກິນນີ້ບໍ່ ຫຼື ຢາກຮ້ອງເພງຫຍັງບໍ່ ດຽວສາຄອນຈະຈັດໃຫ້ ໂດຍບໍ່ສົນໃຈຄວາມຮູ້ສຶກຂອງນິດາເລີຍ ນິດາເອງກໍ່ເບິ່ງສາຄອນ ແລະ ພຸດດ້ວຍອາລົມຫຶງຫວງເຕັມໄປດ້ວຍສາຍຕາທີ່ໂມໂຫຫຶງຫວງ ສີໜ້າຂອງນິດາບຶ້ງຕຶງ ນິດາມິດຫງຽບບໍ່ປາກກັບໃຜ ແຕ່ນິດາກໍ່ບໍ່ໂວຍວາຍລາວເຮັດໄດ້ແຕ່ນັ່ງເກັບງຳອາລົມເອົາໄວ້ພ້ອມທັງກັ້ນນຳຕາເອົາໄວ້ ນິດາພະຍາຍາມສົ່ງສັນຍານໃຫ້ສາຄອນເບິ່ງດ້ວຍການສະແດງອາລົມອອກທາງສາຍຕາໃຫ້ສາຄອນໄດ້ຮູ້ ເມື່ອເວລາຫຼຽວໜ້າມາເບິ່ງໜ້ານິດາ ທີ່ຈິງສາຄອນເອງກໍ່ຮູ້ວ່ານິດາຄົງຈະບໍ່ພໍໃຈກັບການກະທຳທີ່ລາວເຮັດແຕ່ສາຄອນກໍ່ບໍ່ສົນໃຈ ລາວຍັງຄົງສືບຕໍ່ລົມກັບນິດາຕໍ່ໄປ ຈົນຜ່ານໄປປະມານໜຶ່ງຊົ່ວໂມງສາຄອນຈິ່ງກັບມານັ່ງກັບນິດາ ແຕ່ດ້ວຍອາລົມຕອນນັ້ນເຮັດໃຫ້ນິດາຮູ້ສຶກວ່າບໍ່ຢາກຢູ່ໃນງານລ້ຽງວັນເກີດຂອງມີນາຕໍ່ໄປອີກແລ້ວເຖິງງານວັນເກີດຈະມ່ວນພຽງໃດກໍ່ຕາມ ພໍແຕ່ສາຄອນມານັ່ງລົງຂ້າງໆນິດາ ແຕ່ນິດາກໍ່ລຸກຍ່າງໄປຫາມີນາເພື່ອຄອບກັບເຮືອນກ່ອນງານເລີກ ເຊິ່ງທຳອິດມີນາກໍ່ບໍ່ຢາກໃຫ້ນິດາເມືອແຕ່ນິດາກໍ່ອ້າງເຫດຜົນຕ່າງໆນານາມາເວົ້າກັບມີນາ ຈົນມີນາຍອມໃຫ້ນິດາເມືອ ນິດາໄດ້ຍ່າງອອກໄປນອກຫ້ອງ ສາຄອນກໍ່ຍ່າງນຳອອກໄປເພື່ອດຶງນິດາກັບເຂົ້າມາໃນຫ້ອງແຕ່ນິດາບໍ່ຍອມກັບເຂົ້າຫ້ອງໄປຫາໝູ່ນຄືນ ສາຄອນພໍເດົາໄດ້ແລ້ວວ່ານິດາກຳລັງອາລົມເສຍຍ້ອນສາເຫດໃດ ທີ່ຈິງແລ້ວສາຄອນເອງກໍ່ບໍ່ທັນຢາກກັບເມື່ອເທື່ອ ແຕ່ເຫັນສະພາບເຫດການເປັນແບບນີ້ສາຄອນກໍ່ຈຳເປັນຕ້ອງກັບເຮືອນພ້ອມນິດາ ຕາມທາງເມືອສາຄອນພະຍາຍາມຖາມ ແລະ ລົມກັບນິດາແຕ່ນິດາກໍ່ບໍ່ຍອມຕອບສາຄອນພຽງແຕ່ຄຳດຽວ ເຊິ່ງມັນໄດ້ເຮັດໃຫ້ສາຄອນເກີດມີອາລົມຫງຸດງິດໃຈຮ້າຍ ພໍມາຮອດໜ້າເຮືອນນິດາກໍ່ຟ້າວລົງຈາກລົດ ແລະ ໄຂປະຕູໜ້າເຮືອນເພື່ອຈະເຂົ້າເຮືອນ ສາຄອນກໍ່ຟ້າວລົງມາຈາກລົດຍ່າງມາຫານິດາ ແລະ ໄດ້ຖາມນິດາແຕ່ນິດາກໍ່ບໍ່ຕອບ ສາຄອນເລີຍອາລົມໂມໂຫ ແລະ ໄດ້ເວົ້າຕໍ່ວ່ານິດາຕ່າງໆນານາທັງເວົ້າວ່ານິດາເປັນຄົນໃຈນ້ອຍ, ໃຈແຄບ, ຂີ້ຫຶງຫວງ ເຊິ່ງນິດາກໍ່ໄດ້ແຕ່ແນມເບິ່ງໜ້າໂດຍບໍ່ຕອບຈັກອອກມາຈັກຄຳທັງທີ່ໃນໃຈຄິດຄຳທີ່ຈະຕອບອອກມາສາລະພັດ (ຖ້າບໍ່ຮັກກໍ່ຄົງຈະບໍ່ຫຶງບໍ່ຫວງ) ແລະ ຄຳທີ່ນິດາຕອບກັບສາຄອນກ່ອນຍ່າງເຂົ້າໄປໃນເຮືອນ ຄຳທີ່ວ່າ: ຂ້ອຍບໍ່ແມ່ນຄົນໃຈນ້ອຍ! ຂ້ອຍບໍ່ແມ່ນຄົນໃຈແຄບ ແຕ່…ຫົວໃຈຂ້ອຍບໍ່ກ້ວາງພໍ! ເຮົາຈົບກັນເທົ່ານີ້ເທາະ ເມື່ອເວົ້າຈົບຄວາມຈົນເຮັດໃຫ້ສາຄອນຢືນຕົວແຂງອຶ້ງກັບຄຳເວົ້າຂອງນິດາ ແລະ ເຮັດໄດ້ພຽງຢືນເບິ່ງນິດາຍ່າງເຂົ້າໄປໃນເຮືອນເທົ່ານັ້ນ.

ເລື່ອງນີ້ຍັງມີພາກຕໍ່ ສະຫຼຸບວ່າສາຄອນ ແລະ ນິດາ ຈະຈົບຄວາມສຳພັນລົງພຽງເທົ່ານີ້ ຫຼື ບໍ່ ເຮົາຕ້ອງມາລຸ້ນກັນໃນພາກຕໍ່ຂອງເລື່ອງນີ້

 

ແຕ່ງໂດຍແອັດມິນ: ປັອກເລັກ ລາວໂພສຕ໌

 

ບົດຄວາມຫຼ້າສຸດ

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...